ທະນາຄານແຫ່ງ ສປປ ລາວ ສືບຕໍ່ປັບເພີ່ມອັດຕາດອກເບ້ຍຂອງທະນາຄານກາງ ອາເມຣິກາ ເພື່ອຄວມຄຸມອັດຕາເງິນເຟີ້ທີ່ຍັງຢູ່ໃນລະດັບສູງ


ເມື່ອບໍ່ດົນມານີ້ທີ່ ທະນາຄານແຫ່ງ ສປປ ລາວ ຜ່ານມາບໍ່ດົນມານີ້ ໄດ້ຈັດກອງປະຊຸມລະຫວ່າງທະນາຄານແຫ່ງ ສປປ ລາວ, ບັນດາທະນາຄານທຸລະກິດ, ສະຖາບັນການເງິນ ແລະ ສື່ມວນຊົນ ເພື່ອເປັນການລາຍງານສະພາບເສດຖະກິດການເງິນ-ເງິນຕາ ໃນໄລຍະໄຕມາດທີ 1 ຂອງປີ 2023. ໂດຍການເປັນປະທານຂອງ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມນະໂຍບາຍເງິນຕາ.

ທ່ານໄດ້ລາຍງານໃຫ້ຊາບເຖິງສະພາບເສດຖະກິດຂອງ ສປປ ລາວ ທີ່ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານຢ່າງຕໍ່ເນື່ອງຈາກທັງພາຍນອກ ແລະ ພາຍໃນ ໂດຍສະເພາະການສືບຕໍ່ປັບເພີ່ມອັດຕາດອກເບ້ຍຂອງທະນາຄານກາງ ສ.ອາເມຣິກາ (Fed) ເພື່ອຄວມຄຸມອັດຕາເງິນເຟີ້ທີ່ຍັງຢູ່ໃນລະດັບສູງ ເຊິ່ງຈະສົ່ງຜົນເຮັດໃຫ້ຄ່າເງິນໂດລາມີທ່າອ່ຽງສືບຕໍ່ແຂງຄ່າທຽບກັບຫຼາຍສະກຸນ; ສະພາບລາຄານ້ຳມັນໂລກທີ່ມີທ່າອ່ຽງເພີ່ມຂຶ້ນຄືນ ຫຼັງຈາກທີ່ໄດ້ມີລາຄາລົດລົງໃນໄລຍະໜຶ່ງ; ຄວາມບໍ່ແນ່ນອນຂອງລະບົບທະນາຄານໃນທົ່ວໂລກ ພາຍຫຼັງການລົ້ມລະລາຍຂອງທະນາຄານທຸລະກິດຂະໜາດໃຫຍ່ສອງແຫ່ງຂອງ ສ.ອາເມຣິກາຄື ທະນາຄານຊີລີຄອນວາເລ (Silicon Valley Bank) ແລະ ທະນາຄານຊິກເນເຈີ (Signature Bank) ແລະ ປັດໄຈອື່ນໆ.

ຈາກສະພາບການດັ່ງກ່າວ ໄດ້ກາຍເປັນແຮງກົດດັນໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີຄວາມຫຍຸ້ງຍາກ, ແຕ່ເຖິງຢ່າງໃດກໍຕາມສະພາບເສດຖະກິດພາຍໃນກໍຄ່ອຍໆມີທ່າອ່ຽງດີຂຶ້ນຈາກການເປີດປະເທດ ແລະ ການເອົາໃຈໃສ່ແກ້ໄຂບັນຫາຂອງລັດຖະບານໃນຊຸມປີຜ່ານມາ ເຊິ່ງເຫັນໄດ້ຈາກອັດຕາການຂະຫຍາຍຕົວຂອງເສດຖະກິດ ກໍຄາດວ່າຈະຂະຫຍາຍຕົວຂຶ້ນຢູ່ໃນລະດັບ 4,5% ໃນປີ 2023 ຈາກລະດັບ 4,4% ໃນປີ 2022; ສຳລັບອັດຕາເງິນເຟີ້ ເຖິງວ່າຈະຍັງຢູ່ໃນລະດັບສູງ ແຕ່ກໍມີທ່າອ່ຽງລົດລົງໃນເດືອນມີນາ 2023 ແມ່ນໄດ້ລົດລົງມາທີ່ລະດັບ 40,97% ຈາກລະດັບ 41,26% ໃນເດືອນກຸມພາ 2023.

ແຕ່ເຖິງຢ່າງໃດກໍຕາມ, ເພື່ອຮັກສາສະຖຽນລະພາບການເງິນ-ເງິນຕາແຫ່ງຊາດ ໃຫ້ໝັ້ນທ່ຽງ, ລົດຜ່ອນຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ບັນລຸຕາມເປົ້າໝາຍທີ່ສະພາແຫ່ງຊາດໄດ້ກໍານົດໄວ້, ໃນຕໍ່ໜ້າ ປິ 2023 ທຫລ ຈະດໍາເນີນນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມກວ່າເກົ່າ ແລະ ຄຸ້ມຄອງການແລກປ່ຽນເງິນຕາ ໃຫ້ເຂັ້ມງວດຂຶ້ນ. ນອກຈາກນີ້, ຍັງຈະໄດ້ສຸມໃສ່ສ້າງສະພາບແວດລ້ອມໃນການເພີ່ມການສະໜອງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບເສດຖະກິດໃຫ້ຫຼາຍຂຶ້ນ ຄຽງຄູ່ກັບການຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດແບບຊະຊາຍ ແລະ ມາດຕະການການຄວບຄຸມລາຄາສິນຄ້າ.

ຂໍ້ມູນຈາກ:

https://bit.ly/3LmuWYb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/