ຜົນວິໄຈຊີ້ວ່າການຟັງເພງລະຫວ່າງເຮັດວຽກຊ່ວຍໃຫ້ວຽກມີປະສິດທິພາບຫຼາຍຂຶ້ນ

xr:d:DAGB8jllc7g:6,j:7503421376698366089,t:24041004


ການຟັງເພງຄົງເປັນໜຶ່ງໃນກິດຈະກຳທີ່ທຸກຄົນມັກ ບໍ່ວ່າຈະເດັກນ້ອຍຜູ້ໃຫຍ່ທຸກເພດທຸກໄວລ້ວນແຕ່ມັກການຟັງເພງ ເພາະການຟັງເພງທັງຊ່ວຍໃຫ້ເຮົາຜ່ອນຄາຍ, ອາລົມດີ, ມີສະມາທິ ແລະ ມີສ່ວນຊ່ວຍໃຫ້ວຽກງານມີປະສິດທິພາບດີຂຶ້ນ ແຕ່ຈະແມ່ນຄວາມຈິງແທ້ຫຼືບໍ່ເຮົາມາຕິດຕາມກັນເລີຍ!

ຈາກການຄົ້ນຄວ້າເລື່ອງເພງກັບການເຮັດວຽກຂອງສະໝອງຈາກທິດສະດີ Mozart Effect ຂອງນັກຈິດຕະວິທະຍາຝຣັ່ງ Dr.Alfred A.Tomatis ທີ່ນຳສະເໜີວ່າເພງຄລາສສິກຊ່ວຍເພີ່ມຄວາມສາມາດໃນການຮຽນຮູ້ຈຶ່ງເຮັດໃຫ້ເພງ Mozart ໄດ້ຮັບຄວາມນິຍົມຫຼາຍໃນບັນດາແມ່ທີ່ກຳລັງຖືພາ ເພາະຢາກໃຫ້ລູກທີ່ກຳລັງຈະເກີດມາຂອງຕົນເອງສະຫຼາດ ຈາກການຄົ້ນຄວ້າທິດສະດີ Mozart Effect ເຮັດໃຫ້ນັກວິໄຈເກີດຄວາມຖົກຖຽງກັນ ບາງທ່ານກໍບອກວ່າເພງລົບກວນສະໝອງເຮັດໃຫ້ເສຍສະມາທິ, ບາງທ່ານກໍບອກວ່າເພງເຮັດໃຫ້ການເຮັດວຽກມີປະສິດທິພາບ

Teresa Lesiuk ຜູ້ຊ່ວຍສາສະດາຈານປະຈຳພາກວິຊາ Music Education and Music Therapy ແຫ່ງ University of Miami ໄດ້ສຶກສາວິໄຈເຖິງຜົນຂອງການຟັງເພງລະຫວ່າງເຮັດວຽກພົບວ່າ 90% ຂອງຄົນທີ່ຟັງເພງທີ່ມັກຈະເຮັດໃຫ້ອາລົມດີຂຶ້ນ ເຊິ່ງເມື່ອເຮົາອາລົມດີກໍຈະໄປກະຕຸ້ນການເຮັດວຽກຂອງສະໝອງສ່ວນທີ່ກ່ຽວຂ້ອງກັບຄວາມຄິດຊ່ວຍໃຫ້ເກີດໄອເດຍດີໆ

ຈາກງານວິໄຈ Teresa Lesiuk ຈຶ່ງໄດ້ຄົ້ນພົບວ່າແທ້ຈິງແລ້ວ ເພງບໍ່ໄດ້ມີສ່ວນຊ່ວຍໃນການເຮັດວຽກໂດຍກົງ, ແຕ່ການຟັງເພງຈະສົ່ງຜົນຕໍ່ອາລົມຂອງເຮົາ ບໍ່ໃຫ້ເຮົາຮູ້ສຶກຄຽດໄປກັບວຽກ ເຮັດໃຫ້ເຮົາອາລົມດີຂຶ້ນ ແລະ ໃນຜົນປະໂຫຍດເຫຼົ່ານີ້ຊ່ວຍເພີ່ມປະສິດທິພາບການເຮັດວຽກໃຫ້ເຮົາເກີດຄວາມຄິດສ້າງສັນ ສາມາດແກ້ໄຂບັນຫາ ແລະ ຈົດຈໍ່ກັບວຽກໄດ້

ແຕ່ກໍບໍ່ໄດ້ໝາຍຄວາມວ່າເພງທຸກຈະສາມາດເຮັດໃຫ້ເກີດປະໂຫຍດໄດ້ຂະໜາດນີ້ ເພາະເພງມີຫຼາກຫຼາຍຊະນິດ ເຊິ່ງໄດ້ຄັດມາໃຫ້ແລ້ວວ່າປະເພດເພງແບບໃດທີ່ຟັງແລ້ວຮູ້ສຶກຜ່ອນຄາຍ, ເພີ່ມສະມາທິເໝາະສົມໃນການຟັງລະຫວ່າງເຮັດວຽກ

1.ເພງທີ່ມີສຽງທຳມະຊາດ

 ການທີ່ຟັງເພງສຽງທຳມະຊາດຊ່ວຍໃຫ້ມີສະມາທິ, ສາມາດຈົດຈໍ່ໃນການເຮັດວຽກໄດ້ຢ່າງຕໍ່ເນື່ອງ, ຊ່ວຍຫຼຸດຄວາມກົດດັນໃນການເຮັດວຽກ ແລະ ເຮັດໃຫ້ເກີດຄວາມພຶງພໍໃຈໃນການເຮັດວຽກ

2.ເພງທີ່ເຮົາມັກ

ແນ່ນອນວ່າການຟັງເພງທີ່ເຮົາມັກນັ້ນຍິ່ງຈະເປັນການດີ ເພາະເຮັດໃຫ້ເຮົາປ່ອຍຕົວປ່ອຍໃຈເພີດເພີນໄປກັບທຳນອງສຽງເພງກະຕຸ້ນການສ້າງສັນຄວາມຄິດໄອເດຍໃໝ່ໆ ແລະ ສ້າງບັນຍາກາດໃນການເຮັດວຽກອີກດ້ວຍ

3.ເພງທີ່ບໍ່ມີເນື້ອຮ້ອງ

  ເພງທີ່ຄວນຫຼີກເວັ້ນຄືເພງທີ່ມີເນື້ອຮ້ອງ ເພາະມັນຈະເຮັດໃຫ້ສະມາທິຂອງເຮົາໄປຈົດຈໍ່ຢູ່ກັບເນື້ອຮ້ອງຫຼາຍກວ່າວຽກທີ່ກຳລັງເຮັດຢູ່ ຫຼືຖ້າເປັນເພງມີເນື້ອຮ້ອງກໍຄວນເປັນເພງທີ່ເຮົາບໍ່ເຂົ້າໃຈພາສາແທນ ຈຶ່ງບໍ່ໃຫ້ໄປລົບກວນການເຮັດວຽກຂອງສະໝອງ

4.ຈັງຫວະຂອງເພງ

ຈງຫວະຂອງເພງກໍເປັນສິ່ງໜຶ່ງທີ່ສຳຄັນທີ່ຊ່ວຍກະຕຸ້ນສະໝອງໄດ້ດີ ຍົກຕົວຢ່າງເຊັ່ນ ໃນການທົດສອບວັດລະດັບຄວາມຮູ້ແຫ່ງໜຶ່ງໄດ້ເປີດເພງທີ່ມີຈັງຫວະໄວໆໄປນຳ ຜົນປາກົດວ່າສາມາດເຮັດແບບທົດສອບອອກມາໄດ້ດີກວ່າ ເພາະເພງຈັງຫວະໄວໆຈະຊ່ວຍໃຫ້ກະຕືລືລົ້ນໃນການເຮັດວຽກ  ແຕ່ຈັງຫວະຂອງເພງກໍຂຶ້ນຢູ່ກັບບັນຍາກາດ ແລະ ຮູບແບບລັກສະນະຂອງວຽກພ້ອມ.

ຢ່າງໃດກໍຕາມ ການຟັງເພງແລ້ວຈະສາມາດເຮັດໃຫ້ວຽກງານມີປະສິດທິພາບໄດ້ຫຼືບໍ່ນັ້ນກໍຂຶ້ນຢູ່ກັບຊະນິດຂອງເພງ ແລະ ຮູບແບບວຽກ ແຕ່ທີ່ສຳຄັນເຮົາຄວນເລືອກວິທີການຟັງເພງໃຫ້ເໝາະສົມເພື່ອບໍ່ໃຫ້ໄປລົບກວນຄົນອື່ນ.

ຂໍຂອບໃຈຂໍ້ມູນຈາກ:

https://cutt.ly/Yw9CrNxW

https://cutt.ly/nw9CtOc8

https://cutt.ly/zw9Ct1Tk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/