ຕະຫຼາດ Crypto ຜັນຜວນຢ່າງຮຸນແຮງ! ເຮັດໃຫ້ Altcoin ສ່ວນໃຫຍ່ຖືກເທຂາຍ ຫຼັງຈາກທີ່ລາຄາ Bitcoin ຫຼຸດລົງກ່ອນເກີດການ Halving

xr:d:DAGB_xSe-6k:4,j:4383552748353383772,t:24041007


ຄວາມຜັນຜວນກ່ອນເກີດ Bitcoin Halving ຍັງຄົງສືບຕໍ່ປົກຄຸມຕະຫຼາດ crypto ຕໍ່ໄປ. ເນື່ອງຈາກໃນວັນຈັນທີ່ຜ່ານມາ, ລາຄາຂອງ Bitcoin (BTC) ເພີ່ມຂຶ້ນສູງເຖິງ 72,800 ໂດລາ. ແຕ່ຫຼັງຈາກນັ້ນ, ລາຄາກໍຫຼຸດລົງຢ່າງກະທັນຫັນ ສົ່ງຜົນໃຫ້ລາຄາ BTC ຫຼຸດລົງມາຕໍ່າກວ່າ 69,000 ໂດລາ. ໃນຂະນະດຽວກັນ altcoins ສ່ວນຫຼາຍກໍໄດ້ຖືກເທຂາຍເປັນຈຳນວນຫຼາຍ ເຮັດໃຫ້ຕະຫຼາດເກີດການຜັນຜວນຢ່າງຮຸນແຮງ

ສໍາລັບຮຸ້ນ S&P ແລະ Nasdaq, ສ່ວນໃຫຍ່ນັ້ນແມ່ນຢູ່ໃນທ່າອ່ຽງທີ່ຈະປັບຕົວຫຼຸດລົງຕະຫຼອດມື້. ເນື່ອງຈາກວ່ານັກລົງທຶນກໍາລັງລໍຖ້າການປະກາດຂອງດັດຊະນີ CPI (Consumer Price Index) ໃນມື້ອື່ນ ເຊິ່ງນີ້ຈະຊ່ວຍຊີ້ໃຫ້ເຫັນທິດທາງຂອງອັດຕາດອກເບ້ຍຂອງສະຫະລັດ ທີ່ຄາດວ່າຈະປັບຫຼຸດລົງ. ໂດຍໃນປັດຈຸບັນ, ຕະຫຼາດເຫັນວ່າມີໂອກາດທີ່ທະນາຄານກາງສະຫະລັດ ຈະປັບຫຼຸດລົງຂອງອັດຕາໃນເດືອນມິຖຸນາຢູ່ທີ່ 57% ແລະ ມີໂອກາດທີ່ຈະປັບຫຼຸດອັດຕາໃນເດືອນກໍລະກົດແມ່ນຢູ່ທີ່ 74%.

ອີງຕາມຂໍ້ມູນກຣາຟຈາກ TradingView ສະແດງໃຫ້ເຫັນວ່າ Bitcoin (BTC) ຢູ່ໃນທ່າອ່ຽງຫຼຸດລົງນັບຕັ້ງແຕ່ການແຕະລະດັບສູງຂອງ 72,800 ໂດລາໃນວັນຈັນ, ຕໍ່ມາຫຼຸດລົງ 6.82% ແຕະລະດັບຕໍ່າສຸດທີ່ 68,200 ໂດລາໃນຕອນບ່າຍວັນອັງຄານ ແລະ ຫຼັງຈາກນັ້ນກໍມີແຮງຊື້ເຂົ້າມາເຮັດໃຫ້ລາຄາຂອງ BTC ເພີ່ມຂຶ້ນຫຼາຍກວ່າລະດັບ 69,000 ໂດລາອີກຄັ້ງ.

ໃນຂະນະທີ່ຂຽນ, Bitcoin (BTC) ໄດ້ມີການຊື້ຂາຍກັນຢູ່ທີ່  69,298 ໂດລາ, ເຊິ່ງຫຼຸດລົງ 2.43% ໃນ 24 ຊົ່ວໂມງທີ່ຜ່ານມາ.

ໂດຍການເຄື່ອນໄຫວຂອງ Bitcoin ໃນຄັ້ງນີ້ໄດ້ສົ່ງຜົນກະທົບຕໍ່ຕະຫຼາດ Altcoin ຢ່າງຮຸນແຮງ, ເຊິ່ງມີພຽງ 10 ສະກຸນເງິນດິຈິຕອນຈາກ 200 ອັນດັບທຳອິດເທົ່ານັ້ນ ທີ່ຍັງມີກຳໄລຫຼາຍກວ່າ 2%, ໃນຂະນະທີ່ສ່ວນໃຫຍ່ແມ່ນຕ້ອງປະເຊີນກັບການຂາດທຶນຢ່າງໜັກ.

ສຳລັບ Altcoin ທີ່ມາແຮງເປັນອັນດັບ 1 ໃນຕະຫຼາດນັ້ນກໍຄື Theta Fuel (TFUEL) ໂດຍມີການປັບຕົວຂຶ້ນຂອງລາຄາຫຼຽນໃນມື້ນີ້ສູງເຖິງ 24.5%, ຮອງລົງມາແມ່ນ Saga (SAGA) ທີ່ເພີ່ມຂຶ້ນ 10.4%, ໃນຂະນະທີ່ MX Token (MX) ລາຄາເພີ່ມຂຶ້ນ 9.4%.

ໃນປັດຈຸບັນ, ມູນຄ່າລວມທັງໝົດຂອງຕະຫຼາດ cryptocurrency ແມ່ນຢູ່ທີ່ 2.6 ພັນຕື້ໂດລາ ແລະ ອັດຕາສ່ວນການຄອບຄອງຕະຫຼາດຂອງ Bitcoin ແມ່ນຢູ່ທີ່ 52.3%.

ທີ່ມາ:

kitco

tradingview

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/