ສປປ ລາວ- ຫວຽດນາມ ເຊັນສັນຍາການຄ້າ ຊຸກຍູ້ການຄ້າ 2 ສົ້ນ ໃຫ້ຂະຫຍາຍຕົວ 10-15% ຕໍ່​ປີ

xr:d:DAGB_cS8r_g:3,j:8741911278604667881,t:24041005


ລັດຖະບານແຫ່ງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ລົງນາມສັນຍາການຄ້າສະບັບໃໝ່ ພ້ອມຫາລືຫຼາຍບັນຫາ ຊຸກຍູ້ການຄ້າ 2 ສົ້ນ ໃຫ້ຂະຫຍາຍຕົວ 10-15% ຕໍ່​ປີ.

ພິທີລົງນາມດັ່ງກ່າວ ມີຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດລົງນາມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ແລະ ທ່ານ ຫງວຽນ ຫົ່ງ ຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ. ພ້ອມມີບັນດາກົມກອງ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ພາຍໃຕ້ສັນຍາສະບັບດັ່ງກ່າວ ສອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຂອງ ສ​ປ​ປ ລາວ ແລະ ສ​ສ ຫວຽດ​ນາມ ​ໄດ້​ປຶກ​ສາ​ຫາ​ລືກ່ຽວ​ກັບ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ ເພື່ອບັນລຸເປົ້າ​ໝາຍ​ການ​ເພີ່ມ​ມູນ​ຄ່າ​ການ​ຄ້າສອງ​ຝ່າຍ ​ໃຫ້​ບັນ​ລຸ 10-15% ຕໍ່​ປີ ທີ່​ລັດ​ຖະ​ບານ​ສອງປະ​ເທດ​ໄດ້​ກຳ​ນົດ ໃນ​ນັ້ນ ເນັ້​ນ​ໃສ່ບັນດາກຸ່ມວຽກ​ທີ່​ເປັນ​ບູ​ລິ​ມະ​ສິດ ເປັນ​ຕົ້ນ ວຽກ​ງານການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ, ການ​ຄ້າ​ຕ່າງ​ປະ​ເທດ, ການ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ຜະ​ລິດ ເພື່ອ​ສົ່ງ​ອອກ ພ້ອ​ມ​ທັງ ການ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ, ການ​ພົບ​ປະ ແລະ ແລກ​ປ່ຽນ​ທັງ​ພາກ​ລັດ-ພາກ​ທຸ​ລະ​ກິດ ແລະ ບັນ​ດາ​ແຜນ​ງານ​ຕ່າງໆ ເພື່ອ​ໃຫ້​ບັນ​ລຸ​ເປົ້າໝາຍ​ທີ່​ໄດ້​ກຳ​ນົດ​ໄວ້.

ອີງຕາມການລາຍງານຂອງ ສຳນັກຂ່າວສານຫວຽດນາມ ໃນ 3 ​ເດືອນ​ຕົ້ນ​ປີ​ນີ້, ການ​ຄ້າ​ສອງ​ສົ້ນ​ລະຫວ່າງ​ຫວຽດນາມ ​ແລະ ລາວ ບັນລຸ 417,8 ລ້ານ​ໂດ​ລາ​ສະຫະລັດ, ຫຼຸດ​ລົງ 1,8% ທຽບກັບໄລຍະດຽວກັນ 2023. ຫວຽດ​ນາມ ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ນ້ຳ​ມັນ, ເຫຼັກ​ກ້າ, ກົນ​ຈັກ ແລະ ອຸ​ປະ​ກອນ​ມາໃຫ້ລາວ ແລະ ລາວແມ່ນສົ່ງ ຢາງ​ພາ​ລາ, ໄມ້, ແຮ່​ເຫຼັກ ແລະ ແຮ່​ທາດຕ່າງ​ໆໄປໃຫ້ຫວຽດນາມ.

ສັນຍາສະບັບດັ່ງກ່າວ ໄດ້ມີການ​ປັ​ບ​ປຸງ​ຂໍ້​ຕົກ​ລົງ​ຮ່າ​ໂນ້ຍ 2007 ວ່າ​ດ້ວຍ​ການ​ສ້າງ​ເງື່ອນ​ໄຂ​ຄົນ, ພາ​ຫະ​ນະ ແລະ ສິນ​ຄ້າ​ຜ່ານ​ແດນ ເພື່ອ​ໃຫ້​ສາ​ມາດ​ຮອງ​ຮັບສະ​ພາບ​ການ​ປ່ຽນ​ແປງ​ໃໝ່ ແລະ ທັນ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ ໃນ​ການ​ເຄື່ອນ​ໄຫວວຽກ​ງານ​ຂອງ ຂະ​ແໜງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຂອງ ສ​ປ​ປ ລາວ ແລະ ສ​ສ​ ຫວຽດ​ນາມ. ນອກນີ້​ຍັງ​ໄດ້ ປຶກ​ສາ​ຫາ​ລື​ກ່ຽວ​ກັບ ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຄ້າ​ຊາຍ​ແດນ ແລະ ພື້ນຖານໂຄງລ່າງການຄ້າຊາຍແດນ ລາວ​-ຫວຽດ​ນາມ ແລະ ບົດ​ບັນ​ທຶກ​ກ່ຽວ​ກັບ​ການ​ຕ້ານ ແລະ ສະ​ກັດ​ກັ້ນ​ການ​ຄ້າ​ຂາຍນອກ​ລະ​ບົບ (ຄ້າ​ຂາຍ​ເຖື່ອນ) ຕາມ​ຊາຍ​ແດນ.

ໄດ້​ປຶກ​ສາ​ຫາ​ລື ​ກ່ຽວ​ກັບການ​ຄົ້ນ​ຄວ້າ​ເພື່ອ​ກຳ​ນົດ​ຈຸດ ແລະ ສ້າງ​ສາງ​ນໍ້າ​ມັນທີ່​ເໝາະ​ສົມ ຢູ່ ສ​ປ​ປ ລາວ ເພື່ອ​ຮອງ​ຮັບ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ ສ​ສ​ ຫວຽດ​ນາມ ເນື່ອງ​ຈາກ​ປະ​ລິ​ມານ​ການ​ນຳ​ເຂົ້າ​ໃນໄລ​ຍະ​ຜ່ານ​ມາ ປະ​ມານ 150-160 ລ້ານ​ລິດ/ເດືອນ ຫຼື ມີ​ມູນ​ຄ່າ​ປະ​ມານ 1,5-1,6 ຕື້ ໂດ​ລາ/ປີ, ແຕ່​ການ​ນຳ​ເຂົ້າ​ຈາກ ສ​ສ ຫວຽດ​ນາມ ມີ​ພຽງ​ແຕ່ 10% ເທົ່າ​ນັ້ນ. ຖ້າ​ການ​ນຳ​ເຂົ້າ​ນໍ້​າ​ມັນ​ເຊື້ອ​ໄຟ​ຈາກ ສ​ສ​ ຫວຽດ​ນາມ ຂອງ ສ​ປ​ປ ລາວ ເພີ້ມ​ຂື້ນ ​ກໍ່ຈະ​ສົ່ງ​ຜົນ​ໃຫ້​ມູນ​ຄ່າ​ການ​ຄ້າ ສອງ​ຝ່າຍ​ເພີ່ມ​ຂຶ້ນ ໃນຕໍ່ໜ້າ.

ນອກນີ້ ໂອກາດດັ່ງກ່າວ 2 ຝ່າຍຍັງໄດ້ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ຮ່ວມ​ມື ແລະ ພັດ​ທະ​ນາວຽກ​ງານ​ການ​ຄ້າ ເອ​ເລັກ​ໂຕຣນິກ ເຊິ່ງ​ເປັນ​ວຽກ​ງານ​ທີ່​ສຳ​ຄັນ​ໃນ​ຍຸກ​ເສດ​ຖະ​ກິດ ດິ​ຈິຕອນ ເຊິ່ງ​ເຫັນ​ໄດ້​ວ່າ ວຽກ​ງານ​ດັ່ງ​ກ່າວແມ່ນ​ສາ​ມາດ​ປະ​ກອບ​ສ່ວນ​ປະ​ມານ 25% ​ຂອງ ມູນຄ່າການຄ້າ ຫຼື ມີ​ມູນ​ຄ່າ​ປະ​ມານ 18 ຕື້ ໂດ​ລາ ຢູ່ ສສ ຫວຽດນາມ ໃນປີ 2023 ແລະ ຄາດວ່າ ປີ 2025 ຈະສາມາດບັນລຸໄດ້ 20 ຕື້ໂດລາ.

ກອງປະຊຸມໄດ້ເຫັນດີ ສະເໜີໃຫ້ມີການສ້າງຕັ້ງຄະນະເຮັດວຽກ, ຄະນະສະເພາະກິດ ແລະ ຄະນະປະສານງານຮ່ວມກັນ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ແລະ ສສ ຫວຽດນາມ ເພື່ອຜັນຂະຫຍາຍໃນລວງເລິກ ໃນການຈັດຕັ້ງປະຕິບັດບັນດາສັນຍາ, ບົດບັນທຶກຄວາມເຂົ້າໃນ, ແຜນງານ ແລະ ກິດຈະກຳການຮ່ວມມື ໃຫ້ເປັນຮູບປະທຳ ແລະ ຮັບປະກັນເຖິງໝາກຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານເຫຼົ້ານັ້ນ.

ກອງປະຊຸມໄດ້ເຫັນດີ ເພື່ອຊຸກຍູ້ໃຫ້ມີການເພື່ອເຜີຍແຜ່ບັນດາເນື້ອໃນຈິດໃຈຂອງສັນຍາການຄ້າ, ບົດບັນທຶກຄວາມເຂົ້າໃຈ ແລະ ນິຕິກຳອື່ນໆ ໃຫ້ບັນດາພາກລັດທັງສູນກາງ-ທ້ອງຖິ່ນ ແລະ ພາກທຸລິດ ເພື່ອໝູນໃຊ້ບັນດານິຕິກຳດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ໃຫ້ແກ່ ລາວ ແລະ ຫວຽດນາມ.

ຂໍ້ມູນ: ກະຊວງອຸດສາຫະກຳ ແລະ ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/