Guinness World Records ຍົກໃຫ້ Jujutsu Kaisen ເປັນອະນິເມະທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນໂລກ

xr:d:DAGB_POkn8A:2,j:7828806450546221840,t:24041004


Guinness World Records ຍົກໃຫ້ອະນິເມະເລື່ອງ Jujutsu Kaisen ຜົນງານຂອງອາຈານ ເກະເກະ ອາຄຸຕາມິ ກາຍເປັນອະນິເມະທີ່ໄດ້ຮັຍຄວາມນິຍົມທີ່ສຸດໃນໂລກ ເປັນການຕອກຢ້ຳອີກໜຶ່ງຄວາມສຳເລັດຂອງອະນິເມະຍຸກຫຼັງ.

Parrot Analytics ບໍລິສັດວິເຄາະຄວາມຕ້ອງການຂອງຜູ້ຊົມຈາກທົ່ວໂລກ ໄດ້ມີການເກັບຮວບຮວມຂໍ້ມູນຈາກທົ່ວທຸກມຸມໂລກ ບໍ່ວ່າຈະເປັນສື່ວິດີໂອ, ການມີສ່ວນຮ່ວມໃນໂຊຊຽວມີເດຍ ແລະ ຊ່ອງທາງກນຫາຂໍ້ມູນ ຈົນໄດ້ຂໍ້ສະຫຼຸບເປັນທີ່ຊັດເຈນແລ້ວວ່າ ອະນິເມະເລື່ອງ Jujutsu Kaisen ກາຍເປັນອະນິເມະທີ່ໄດ້ຮັບຄວາມນິຍົມຫຼາຍກວ່າລາຍການໂທລະພາບອື່ນໆສູງຮອດ 71.2 ເທົ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/