ການຫຶງຫວງຫຼາຍເກີນໄປ ອາດເຂົ້າຂ່າຍອາການໂຣກ Othello Syndrome

xr:d:DAGA-TggrNo:9,j:2583238733450374658,t:24040917


Othello Syndrome ມີທີ່ມາຈາກຊື່ຂອງຕົວລະຄອນຫຼັກຂອງ ວິນລຽມ ເຊັກສະເປຍ ເລື່ອງ Othello Moor of Venice ເຊິ່ງຕົວລະຄອນທີ່ຊື່ Othello ມີຄວາມຮູ້ສຶກຫຶງຫວງ ຫວາດລະແວງວ່າຄົນຮັກຂອງຕົນຈະລັກໄປເປັນຊູ້ກັບຊາຍອື່ນ ຈຶ່ງໄດ້ຂ້າຄົນຮັກຂອງຕົນ ແລະ ຂ້າຕົວຕາຍຕາມໄປ.

Othello Syndrome ໃນບາງຄັ້ງກໍຖືກເອີ້ນວ່າ Delusional Jealousy, Erotic Jealousy Syndrome, Morbid Jealousy, Othello Psychosis ຫຼື Sexual Jealousy ເຊິ່ງໝາຍເຖິງບຸກຄົນທີ່ຈິນຕະນາການຂຶ້ນມາວ່າຄົນຮັກຂອງຕົນເອງນອກໃຈໄປມີຄົນອື່ນ ໂດຍເຊື່ອຢ່າງໜັກແໜ້ນຫຼາຍວ່າມັນຄືຄວາມຈິງ ເຮັດໃຫ້ເກີດພຶດຕິກຳຫຶງຫວງ ແລະ ບາງຄົນກໍອາດຈະຫຶງໂຫດເຖິງຂັ້ນທຳຮ້າຍຮ່າງກາຍ ໄປເຖິງການຄາຕະກຳຍ້ອນຄວາມຫຶງຫວງ.

ສັງເຫດອາການທີ່ອາດຈະເປັນ Othello Syndrome:

  • ມັກກ່າວຫາວ່າຄົນຮັກນອກໃຈບໍ່ຊື່ສັດກັບຕົນເອງ ເມື່ອເຫັນຄົນຮັກເຮັດດີກັບຄົນອື່ນກໍຈະຄິດລະແວງຂຶ້ນມາທັນທີ
  • ລຸກລ້ຳຄວາມເປັນສ່ວນຕົວ ແອບສະກົດຮອຍຕາມ ກວດໂທລະສັບວ່າຕິດຕໍ່ກັບໃຜແດ່
  • ມີພຶດຕິກຳຫຶງຫວງຮຸນແຮງ ແລະ ຊັດເຈນ ເຊັ່ນ: ບໍ່ຍອມໃຫ້ຄົນຮັກມີໝູ່ຕ່າງເພດ
  • ຂາດຄວາມສາມາດໃນການຄວບຄຸມຕົວເອງ ເວົ້າແບບບໍ່ຄິດ ຫຼື ກະທຳແບບບໍ່ຄິດກ່ອນ
  • ພະຍາຍາມຫາຫຼັກຖານມາພິສູດວ່າຕົນເອງຄິດຖືກວ່າຄົນຮັກນອກໃຈ
  • ມັກຈັບຜິດຕະຫຼອດເວລາ
  • ມັກເວົ້າຈາຮຸນແຮງທຳຮ້າຍຈິດໃຈ ຫຼືລົງມືທຳຮ້າຍຮ່າງກາຍຄົນຮັກ
  • ພະຍາຍາມແກ້ແຄ້ນຈາກຄວາມຄິດໄປເອງທີ່ວ່າຄົນຮັກນອກໃຈ ດ້ວຍການທຳຮ້າຍຕົນເອງ ແລະ ວາງແຜນທຳຮ້າຍຄົນຮັກ

ສາເຫດຂອງອາການນີ້ຍັງບໍ່ແນ່ຊັດ ແຕ່ຜູ້ຊ່ຽວຊານສັນນິຖານວ່າ ເກີດຈາກບາດແຜທາງຈິດໃຈໃນໄວເດັກ ເຊັ່ນ: ຖືກລ້ຽງມາກັບຄົນທີ່ເອົາແນ່ເອົານອນບໍ່ໄດ້, ການເຫັນພໍ່ແມ່ຂອງຕົນຖືກນອກໃຈ, ການຖືກຕີ, ຄອບຄົວແຍກທາງ… ເຮັດໃຫ້ເກີດຄວາມຫວາດລະແວງວ່າຕົນເອງຕ້ອງພົບກັບສະຖານະການແບບນັ້ນ. ການທີ່ພວກເຂົາບໍ່ຄ່ອຍຮູ້ສຶກພູມໃຈກັບຕົນເອງ, ມີຄວາມໝັ້ນໃຈໃນຕົນເອງ, ການໃຊ້ສານເສບຕິດຫຼາຍ ຈົນສົ່ງຜົນໃຫ້ສະໝອງຜິດປົກກະຕິ ແລະ ອາການເຈັບປ່ວຍທາງດ້ານຈິດຕະເພດ ກໍເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດໂຣກນີ້.

ການປິ່ນປົວ Othello Syndrome ສາມາດເຮັດໄດ້ດ້ວຍການປິ່ນປົວກັບຈິດຕະແພດ ການວິນິດໄສ ແລະ ການໃຫ້ຢາຜູ້ປ່ວຍ ເພື່ອຫຼຸດຄວາມຄຽດລົງ. ປິ່ນປົວດ້ວຍດ້ານຈິດຕະສັງຄົມ ເຸຸຖິງວ່າຜູ້ປ່ວຍຈະມີອາການດີຂຶ້ນແລ້ວ ແຕ່ບັນຫາດ້ານສັງຄົມອາດຈະຍັງຢູ່ ຕ້ອງປິ່ນປົວດ້ານຈິດຈະເວດໄປຄວບຄູ່ກັນ.

ທີ່ມາ:

study

anowl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/