ໂປຣໂໝດແບບນີ້ກໍໄດ້ຫວາ? Dwayne Johnson ເປີດຕົວຢາສະຜົມ 2 in 1

xr:d:DAGCAK9ND54:3,j:6157971002237140203,t:24041008


Dwayne Johnson ຫຼືອີກຊື່ໜຶ່ງທີ່ເຮົາຮູ້ຈັກກັນໃນນາມຂອງ The Rock ທີ່ໂດ່ງດັງມາຈາກການເປັນນັກມວຍປ້ຳ ແລະ ຍັງເປັນນັກສະແດງທີ່ເຊື່ອວ່າຫຼາຍຄົນຄົງຜ່ານຕາກັນມາແລ້ວ ເຊິ່ງຫຼ້າສຸດທາງເຈົ້າຕົວໄດ້ອອກມາເປີດຕົວຜະລິດຕະພັນຂອງຕົນເອງທີ່ຊື່ວ່າ Papatui ທີ່ເປັນຜະລິດຕະພັນສຳລັບຜູ້ຊາຍ ແຕ່ກໍສາມາດໃຊ້ໄດ້ທັງຊາຍ ແລະ ຍິງ.

ເຊິ່ງຜະລິດຕະພັນໃນນາມແບຣນ Papatui ນັ້ນມີຫຼາກຫຼາຍໆບໍ່ວ່າຈະສະບູອາບນ້ຳ, ຄຣີມອາບນ້ຳ, ໂລຊັ່ນ, ສະກິນແຄ ແລະ ອື່ນໆ ມັນກໍບໍ່ແມ່ນເລື່ອງແປກ ແຕ່ທີ່ມັນແປກ ແລະ ກາຍເປັນກະແສຍ້ອນວ່າ 1 ໃນຜະລິດຕະພັນເປັນຢາສະຜົມ ທີ່ມາແບບ 2 in 1 ຄືມີທັງຢາສະ ແລະ ຢານວດໃນຕຸກດຽວ.

ຍັງບໍ່ໝົດ! ເພາະສິ່ງທີ່ກາຍເປັນກະແສນັ້ນ ມັນຢູ່ທີ່ຂໍ້ຄວາມໃນການຂາຍໂດຍມີຄວາມໝາຍວ່າ “ສູດທຳມະຊາດຈາກພືດທີ່ຄິດຄົ້ນໂດຍຜູ້ຊ່ຽວຊານ ແລະ ຈະເຮັດໃຫ້ເສັ້ນຜົມທ່ານແຂງແຮງຂຶ້ນ ຖ້າເກີດວ່າຂ້ອຍມີຜົມ ຜົມຂ້ອຍຕ້ອງຮັກມັນຢ່າງແນ່ນອນ”.

ທີ່ມາ: https://www.beartai.com/buzz/viral/1377351

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/