ຜູ້ຊ່ຽວຊານດ້ານ Crypto ກ່າວວ່າ Cardano (ADA) ອາດຈະກຳລັງ “ to the moon” ຖ້າບໍ່ມີເຫດການໃດໆທີ່ຮ້າຍແຮງເກີດຂຶ້ນໃນໄລຍະນັ້ນ


ກຣາຟການຊື້ຂາຍຂອງ Cardano (ADA) ໄດ້ມີການສ້າງຖານເປັນເວລາຍາວນານ ເຊິ່ງຄ້າຍຄືກັບການສ້າງຖານໃນປີ 2018 ເຖິງ 2020 ທີ່ເຮັດໃຫ້ເກີດຕະຫຼາດ Bull ໃນປີ 2021.

ໃນວັນທີ 12 ຕຸລາ, Ali Martinez ຜູ້ຊ່ຽວຊານດ້ານ Crypto ໄດ້ໂພສໃນແພລັດຟອມ X ວ່າ: ການສ້າງຖານຂອງ Cardano ໃນຄັ້ງນີ້ ມີທ່າອ່ຽງທີ່ຈະເປັນໄປໄດ້ 2 ຢ່າງຄື ຫາກປະຫວັດສາດບໍ່ຊ້ຳຮອຍ ຫຽນ ADA ອາດຈະຢູ່ໃນໄລຍະສ້າງຖານຈົນເຖິງເດືອນກໍລະກົດປີ 2024 , ຖ້າຫາກບໍ່ເກີດເລື່ອງທີ່ບໍ່ຄາດຄິດມາກ່ອນເຊັ່ນ Covid-19 ຫຼື ການພັງທະລາຍລົງຂອງຕະຫຼາດໃນເດືອນທັນວາ.

ກ່ອນໜ້ານີ້ ຫຼຽນ Cardano (ADA) ໄດ້ໃຊ້ເວລາ 95 ອາທິດໃນການສ້າງຖານເຊິ່ງນັບຕັ້ງແຕ່ປີ 2018 ເຖິງ 2020 ມີປະລິມານຊື້ຂາຍສູງເຖິງ 88 ຕື້ ADA. ຢ່າງໃດກໍຕາມ ທ່າອ່ຽງການສ້າງຖານໃນປັດຈຸບັນຍັງຢູ່ໃນອາທິດທີ 62 ແລະ ມີປະລິມານການຊື້ຂາຍຢູ່ທີ່ 5 ຕື້ ADA ເຊິ່ງຕໍ່າກວ່າຮອບກ່ອນໜ້ານີ້ເຖິງ 17 ເທົ່າ.

ໃນປັດຈຸບັນ ຫຼຽນ ADA ມີລາຄາຊື້ຂາຍກັນຢູ່ທີ່ 0.24 ໂດລາ ເຊິ່ງຫຼຸດລົງພຽງເລັກໜ້ອຍ 0.76 % ໃນ 1 ມື້ທີ່ຜ່ານມາ. ຖ້າເຮົາສັງເກດໄປທີ່ກຣາຟຂອງ Ali Martinez ຈະເຫັນໄດ້ວ່າຫຼຽນ ADA ອາດຈະມີການຊື້ຂາຍກັນສູງເຖິງ 0.45 ໂດລາ ເມື່ອທຽບກັບປີທີ່ຜ່ານມາ ADA ສູນເສຍເກືອບ 37% ຈາກລາຄາ 0.38 ໂດລາ ແລະ ເພື່ອທີ່ຈະກ້າວຂຶ້ນໄປສູ່ 0.45 ໂດລາຈາກລາຄາໃນປັດຈຸບັນທີ່ 0.24 ໂດລາ, ADA ຈະຕ້ອງມີເພິ່ມມູນຄ່າໃນຕົວເອງຂຶ້ນເຖິງ 87.5%

ທີ່ມາ:

finbold

twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/