ບໍລິຄຳໄຊ ຮັດກຸມການນຳເຂົ້າ-ສົ່ງອອກ ຕັ້ງເປົ້າໝາຍແກ້ໄຂບັນຫາເສດຖະກິດເງິນຕາ


ບໍລິຄຳໄຊ ເປັນແຂວງກຸ້ມຕົນເອງດ້ານລາຍຈ່າຍ ກຽມພ້ອມຮັດກຸມໃຫ້ເງິນເຂົ້າລະບົບທະນາຄານຕ້ານການຮົ່ວໄຫຼຕາມທິດຊີ້ນຳ ຂອງລັດຖະບານ ໂດຍມີການແຕ່ງຕັ້ງຄະນະສະເພາະກິດຂອງແຂວງເພື່ອຊີ້ນຳ, ຕິດຕາມ, ກວດກາ ນຳພາຈັດຕັ້ງປະຕິບັດແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ.

ທ່ານ ບຸນເສັງ ປະຖຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານເຂດເສດຖະກິດ ໄດ້ເຜີຍແຜ່ຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນແຂວງບໍລິຄຳໄຊ ກຳລັງຂຸ້ນຂ້ຽວເຮັດແນວໃດເພື່ອຮັບປະກັນ ແລະ ບັນລຸເປົ້າໝາຍໃນການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດເງິນຕາ. ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ລາຄາສິນຄ້າທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງພະນັກງານ, ທະຫານ, ຕຳຫຼວດ ກໍຄືພໍ່ແມ່ປະຊົາຊົນ ເຊິ່ງທາງຄະນະນຳຂອງແຂວງໄດ້ເອກະພາບກຳນົດຫຼັກການມາດຕະການສຳຄັນຈຳນວນໜຶ່ງ ເພື່ອເປັນບ່ອນອີງໃນການເຄື່ອນໄຫວ. ໃນນັ້ນ ກໍມີຄວາມຈຳເປັນໃຫ້ມີບຸກຄະລາກອນຮັບຜິດຊອບ ເພື່ອສາມາດເຄື່ອນໄຫວວຽກງານປົກກະຕິ ແລະ ຕໍ່ເນືອງ; ທາງແຂວງໄດ້ອອກມະຕິຕົກລົງແຕ່ງັຕ້ງຄະນະສະເພາະກິດ ໂດຍມີຫຼາຍພາກສ່ວນກ່ຽວຂ້ອງ ເຊິ່ງຄະນະດັ່ງກ່າວຈະເປັນຜູ້ກຳນົດນະໂຍບາຍ ກົນໄກຕ່າງໆ ພ້ອມຊຸກຍູ້ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍ…ພ້ອມດຽວກັນນັ້ນ, ຍັງໄດ້ແຕ່ງຕັ້ງຄະນະວິຊາການ ທັງເປັນກອງເລຂາໃຫ້ຄະນະສະເພາະກິດ ເປັນຜູ້ເຄື່ອນໄຫວຕົວຈິງ, ຕິດຕາມກວດກາ ລວມທັງສັງລວມບັນຫາຕ່າງໆ.

ນອກນີ້ ຍັງໃຫ້ຮູ້ເຖິງຂໍ້ຫຍຸ້ງຍາກໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວ່າ: ອັນສຳຄັນຊິເຮັດແນວໃດໃຫ້ເກີດຄວາມເຂົ້າໃຈນຳກັນ ເພາະການແກ້ໄຂບັນຫານີ້ອົງການລັດ ຈະເຮັດຝ່າຍດຽວບໍ່ໄດ້ ມັນຕ້ອງເກີດການມີສ່ວນຮ່ວມຂອງທຸກຫົວໜ່ວຍທຸລະກິດ ແລະ ທຸກຊັ້ນຄົນໃນສັງຄົມ, ດັ່ງນັ້ນ ຕ້ອງເຮັດເອກະສານຕ່າງໆເປັນບ່ອນອີງໃນການເຄື່ອນໄຫວ ແລະ ມີການເຜີນແຜ່ສ້າງຄວາມເຂົ້າໃຈໄປກ່ອນ ສະເພາະແຂວງບໍລິຄຳໄຊ ກໍມີຫຼາຍລາຍການສິນຄ້າທີ່ສົ່ງອອກ ສາມາດສ້າງເງິນຕາເຂົ້າປະເທດ ແລະ ຕໍ່ໄປຕ້ອງຫັນເຂົ້າລະບົບທະນາຄານ ເຊິ່ງປັດຈຸບັນກຳລັງເລັ່ງຈັດຕັ້ງປະຕິບັດ ເຮັດແນວໃດໃຫ້ເກີດການປ່ຽນແປງທີ່ດີຕາມທິດຊີ້ນຳຂອງຂັ້ນເທິງ ໂດຍສະເພາະວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ລາຄາສິນຄ້າ ປາກົດຜົນເປັນຈິງ.

ສຳລັບປີ 2023 ນີ້ ລັດຖະບານໄດ້ມອບໝາຍໃຫ້ແຂວງບໍລິຄຳໄຊ ກຸ້ມຕົນເອງທາງດ້ານລາຍຈ່າຍ ກໍຖືວ່າເປັນປີທີ່ທ້າທາຍ ແຕ່ກໍສາມາດຜ່ານຜ່າມາໄດ້ ເຊິ່ງໃນຄວາມເປັນຈິງແຂວງບໍລິຄຳໄຊ ສາມາດປະຕິບັດດ້ານລາຍຮັບ-ລາຍຈ່າຍຫຼາຍປີຕິດຕໍ່ກັນ ໂດຍສະເພາະການຈັດເກັບລາຍຮັບບັນລຸແຜນ; ສຳລັບ ສິນຄ້າທ່າແຮງໃນການສົ່ງອອກໃນປີຜ່ານມາ ກໍຄືປັດຈຸບັນແມ່ນ: ມັນຕົ້ນ (ມັນຕົ້ນແຫ້ງ ແລະ ຜະລິດຕະພັນແປ້ງມັນຕົ້ນ) ຢາງພາລາ ແລະ ຜະລິດຕະພັນໄມ້ແປຮູບເປັນຕົ້ນ.

ຂໍ້ມູນຈາກ:

ເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/