ລັດຖະບານ ເລັ່ງແກ້ໄຂບັນຫາເສດຖະກິດ-ການເງິນ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ


ກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ II ປີ 2023 ຈັດຂຶ້ນໃນວັນທີ 12 ຕຸລາ 2023 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາ ແຫ່ງຊາດ.

ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື, ແລກປ່ຽນຄຳຄິດເຫັນ ແລະ ກ້າວໄປເຖິງການສ້າງຄວາມເປັນເອກະພາບ ຕໍ່ບັນດາເນື້ອໃນກໍຄືຫົວຂໍ້ທີ່ຢູ່ຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນຕໍ່  ໜ້າ. ພ້ອມກັນນັ້ນກໍປຶກສາຫາລື ເພື່ອເປັນເອກະພາບ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ປາກົດການຫຍໍ້ທໍ້ຕ່າງໆ ແນໃສ່ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງນັບມື້ດີຂຶ້ນ, ທັງເປັນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ. ນອກນັ້ນ, ກໍພ້ອມກັນຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບ ກົນໄກການປະສານງານ ລະຫວ່າງ ລັດຖະບານ ກັບ ສະພາແຫ່ງຊາດ.

ສໍາລັບເນື້ອໃນທີ່ນຳມາປຶກສາຫາລື ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານ ແລະ ພ້ອມກັນສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ປະກອບຄຳຄິດເຫັນ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນ ຄື: ລາຍງານ ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນໄລຍະ 9 ເດືອນຕົ້ນປີ, ຄາດຄະເນໝົດປີ 2023, ທິດທາງແຜນການ 3 ເດືອນທ້າຍປີ 2023 ແລະ ສະເໜີທິດທາງແຜນ ການໃນປີ 2024, ແຜນຈຸດສຸມໂຄງການລົງທຶນຂອງລັດປີ 2024 ແລະ ສະເໜີບັນຊີໂຄງການຕ້ານຕາຝັ່ງເຈື່ອນ ແລະ ໂຄງການສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງຂອງແຂວງ ທີ່ເປັນບູລິມະສິດ ໃນປີ 2024, ຜົນສຳເລັດພົ້ນເດັ່ນໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຜົນການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃນໄລຍະ 3 ເດືອນ ແລະ ສະ ເໜີທິດທາງມາດຕະການ ແຕ່ນີ້ຮອດໝົດປີ 2023; ສະພາບການຈັດຕັ້ງປະຕິບັດໂຄງການສຳປະທານຕ່າງໆ ໃນໄລຍະຜ່ານມາ ແລະ ສະເໜີທິດທາງມາດຕະການໃນການຄຸ້ມຄອງໃນຕໍ່ໜ້າ, ລວມທັງ ການສະເໜີແບ່ງຂັ້ນໃນການອະນຸມັດ ແລະ ຄຸ້ມຄອງໂຄງການສຳປະທານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃນຕໍ່ໜ້າ; ແຜນການສ້າງ ແລະ ປັບປຸງກົດໝາຍ ໃນໄລຍະແຕ່ປີ 2024-2025, ບັນດາຫົວຂໍ້ວາລະທີ່ຕິດພັນຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະຫຼຸບຕີລາຄາກົນໄກການປະສານງານ ລະຫວ່າງລັດຖະບານ ແລະ ສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະ ສະເໜີທິດທາງປັບປຸງໃນຕໍ່ໜ້າ.

ຂໍ້ມູນຈາກ:

CRI-FM93

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/