ເປັນຫຍັງໄອເດຍດີໆມັກເກີດຂຶ້ນຕອນອາບນ້ຳ


ເຄີຍເປັນບໍ່ທີ່ຄິດງານໜັກມາໝົດມື້ກັບຄິດບໍ່ອອກ ແຕ່ເມື່ອປ່ອຍກາຍປ່ອຍໃຈຜ່ອນຄາຍໄປກັບສາຍນ້ຳກໍມີຄວາມຄິດໄອເດຍສຸດບັນເຈີດປາກົດຂຶ້ນມາ.

ການອາບນ້ຳບໍ່ພຽງແຕ່ເປັນການຊຳລະລ້າງຮ່າງກາຍກຳຈັດສິ່ງສົກກະປົກເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ເຮົາໄດ້ໃຊ້ເວລາຢູ່ກັບຕົນເອງ ຖືວ່າເປັນການໃຊ້ສະມາທິ ໃຫ້ເຮົາໄດ້ຈົດຈໍ່ຢູ່ກັບຕົນເອງ ແລະ ຄວາມຄິດທີ່ເກີດຂຶ້ນໃນຫົວ.

ຈາກງານວິໄຈ ນັກວິທະຍາສາດພົບຕົວເລກ 72% ຂອງຜູ້ຄົນເກີດໄອເດຍສ້າງສັນຈາກກິດຈະກຳປະຈຳວັນນັ້ນຄືການອາບນ້ຳທີ່ມີຊື່ເອີ້ນວ່າ Shower Effects ຫຼື Shower Power ພະລັງສ້າງສັນແຫ່ງການອາບນ້ຳ ຄືຄວາມສະຫງົບທັງກາຍ ແລະ ທັງໃຈທີ່ເກີດຂຶ້ນຂະນະອາບນ້ຳ, ຄືຜົນທີ່ໄດ້ຈາກການອາບນ້ຳທີ່ເກີດຈາກປັດໄຈແວດລ້ອມຕ່າງໆບໍ່ວ່າຈະເປັນສຽງນ້ຳໄຫຼ, ກິ່ນສະບູ, ອຸນຫະພູມນ້ຳທີ່ຊ່ວຍໃຫ້ຈິດໃຈສະຫງົບຂຶ້ນ ແລະ ສະໝອງເຂົ້າສູ່ໂໝດພັກຜ່ອນ.

ຕາມຫຼັກວິທະຍາສາດ ການທີ່ເຮົາເກີດຄວາມຄິດສຸດບັນເຈີດຂະນະອາບນ້ຳນັ້ນເປັນເພາະສະໝອງຜ່ອນຄາຍໄດ້ເຕັມທີ່ ແລະ ປ່ອຍສານ ‘ໂດພາມີນ (dopamine)’ ເຊິ່ງສານນີ້ເອງທີ່ຊ່ວຍໃຫ້ສະໝອງເຮັດວຽກໄດ້ຢ່າງມີປະສິດທິພາບ ຈຶ່ງເປັນຂໍ້ຢືນຢັນວ່າ ເມື່ອສະໝອງຂອງເຮົາພັກຜ່ອນຈຶ່ງເຮັດໃຫ້ເກີດຄວາມຄິດສ້າງສັນຂຶ້ນໂດຍສະເພາະຂະບວນການແກ້ບັນຫາ ຫຼື ຄິດວິເຄາະທາງສ້າງສັນ. ສິ່ງແວດລ້ອມກໍເປັນປັດໄຈໜຶ່ງທີ່ເຮັດໃຫ້ສະໝອງແລ່ນເພາະຂະນະທີ່ເຮົາອາບນ້ຳຢູ່ນັ້ນບໍ່ມີສິ່ງລົບກວນອື່ນໆ ພ້ອມທັງມອບຄວາມເປັນສ່ວນຕົວ ແລະ ສະບາຍໃຈ ຈຶ່ງເຮັດໃຫ້ເຮົາມີສະມາທິຫຼາຍຂຶ້ນ.

ເຖິງແມ່ນວ່າການອາບນ້ຳຈະມີປະໂຫຍດ ແລະ ຊ່ວຍໃຫ້ເກີດຄວາມຄິດສຸດສ້າງສັນແບບນີ້ ແຕ່ບໍ່ໄດ້ໝາຍຄວາມວ່າທຸກຄັ້ງທີ່ອາບນ້ຳແລ້ວຈະເກີດຄວາມຄິດໃໝ່ໆໄດ້ສະເໝີ. ນອກຈາກການອາບນ້ຳແລ້ວຍັງມີຫຼາຍວິທີທີ່ຊ່ວຍເປີດສະໝອງ ກະຕຸ້ນໃຫ້ສະໝອງປອດໂປ່ງເພີ່ມຄວາມຄິດສ້າງສັນໄດ້ເຊັ່ນ: ການປັ່ນລົດຖີບ, ອອກກຳລັງກາຍ, ຍ່າງຫຼິ້ນ, ຕອນກຳລັງພັກຜ່ອນ ລວມເຖິງການສ້າງສະພາບແວດລ້ອມອ້ອມຕົວເຮົາໂດຍການພາຕົນເອງໄປຢູ່ໃນສະພາບແວດລ້ອມທີ່ງຽບສະຫງົບເໝາະສົມແກ່ການຄິດງານໃຫ້ເກີດໄອເດຍໃໝ່ໆໄດ້.

ການອາບນ້ຳເປັນພຽງໜຶ່ງວິທີທີ່ຊ່ວຍປ່ອຍວາງຄວາມຄິດທີ່ຫຍຸ້ງຍາກໃນຫົວ ເພື່ອໃຫ້ສະໝອງເຂົ້າສູ່ໂໝດພັກຜ່ອນ ເປັນຂະແໜງໜຶ່ງຂອງວິທີການປ່ອຍຈິດໃຫ້ຄິດຢ່າງອິດສະຫຼະຕາມກະແສຄວາມຄິດຈົນເກີດຄວາມຄິດສຸດສ້າງສັນທີ່ບາງຄັ້ງເຮົາເອງກໍຄາດບໍ່ເຖິງ.

ຂອບໃຈຂໍ້ມູນຈາກ:

https://cutt.ly/Qwn4VvNx

https://cutt.ly/Swn4VXDU

https://cutt.ly/1wn4Bt6p

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/