ບໍລິສັດຫວຽດນາມ ກຽມຂະຫຍາຍບໍລິການ E-Taxi ມາໃນລາວ ແລະ ກຳປູເຈຍ ໃນທ້າຍປີນີ້


ບໍລິສັດ Green and Smart Mobility (GSM) ຜູ້ໃຫ້ບໍລິການລົດແທັກຊີ່ໄຟຟ້າ ໃນຫວຽດນາມ ກໍາລັງຊອກຫາໂອກາດ ແລະ ກຽມຂະຫຍາຍທຸລະກິດລົດແທັກຊີ່ໄຟຟ້າໄປຍັງ ພາກສ່ວນອື່ນໆຂອງອາຊີຕາເວັນອອກສຽງໃຕ້ ໂດຍມີລາວ ແລະ ກຳປູເຈຍ ເປັນອັນດັບທໍາອິດ.

ຫົວໜ້າ​ບໍລິຫານ​ບໍລິສັດ Green and Smart Mobility (GSM), ທ່ານ Nguyen Van Thanh ກ່າວກັບ The Business Times ວ່າ: ໃນທ້າຍປີນີ້ ທາງບໍລິສັດມີເປົ້າໝາຍ ທີ່ຈະເອົາລົດ ແທັກຊີ່ໄຟຟ້າ ລົງໄປໃນຖະໜົນຂອງສອງປະເທດ

ທ່ານ Nguyen Van Thanh ໄດ້ອະທິບາຍຕື່ມອີກວ່າ ເປັນຫຍັງບໍລິສັດຈຶ່ງສຸມໃສ່ຄູ່ຮ່ວມມືອາຊຽນຢ່າງ ລາວ ແລະ ກຳປູເຈຍ. ໂດຍທ່ານ​ກ່າວ​ວ່າ: ລາວ ​ແລະ ​ກຳປູ​ເຈຍ​ແມ່ນ​ສອງ​ປະ​ເທດ​ທີ່​ໃຫ້​ບູລິມະສິດ​ດ້ານ​ການທ່ອງທ່ຽວ.

ໂຄງການດັ່ງກ່າວແມ່ນສອດຄ່ອງກັບຂະບວນການທ່ອງທ່ຽວ Visit Laos 2024 ເຊິ່ງເປັນຂໍ້ລິເລີ່ມທີ່ບັນດາແຂວງຕ່າງໆໃນທົ່ວປະເທດພວມປັບປຸງສະຖານທີ່ທ່ອງທ່ຽວເພື່ອອໍານວຍຄວາມສະດວກ ເພື່ອຕ້ອນຮັບນັກທ່ອງທ່ຽວໃນປີໜ້າ.

ໃນປີທ່ອງທ່ຽວລາວ 2024 ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ 4,6 ລ້ານຄົນຕະຫຼອດປີ. ເປົ້າໝາຍລາຍຮັບແມ່ນ 712 ລ້ານໂດລາສະຫະລັດ.

https://www.facebook.com/photo/?fbid=716346453852544&set=a.364161612404365

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/