ປ່ຽນຂີ້ກາເຟໃຫ້ກາຍເປັນຖ່ານຊີວະພາບເພື່ອນຳມາເສີມສ້າງໃຫ້ຄອນກີດມີຄວາມແຂງແຮງເພີ່ມຂຶ້ນ, ແຖມຍັງຊ່ວຍລົດການປ່ອຍກ໊າສມີເທນ ແລະ ຂີ້ເຫຍື້ອອີກດ້ວຍ


ວິສະວະກອນຈາກມະຫາວິທະຍາໄລ RMIT ຂອງ Australia ໄດ້ພັດທະນາຂະບວນການໃນການປ່ຽນຂີ້ກາເຟທີ່ໃຊ້ແລ້ວໃຫ້ກາຍເປັນຖ່ານຊີວະພາບ ເຊິ່ງສາມາດນຳມາໃຊ້ເຮັດຄອນກີດໃຫ້ແຂງແຮງຂຶ້ນເກືອບ 30%. ໂດຍຂະບວນການດັ່ງກ່າວຍັງຊ່ວຍລົດປະລິມານຂີ້ເຫຍື້ອຈາກກາກເຟໃນການຝັງກວ່າ 6 ລ້ານໂຕນຕໍ່ປີ ແລະ ລົດການປ່ອຍກ໊າສມີເທນທີ່ເກີດຂຶ້ນລະຫວ່າງການຍ່ອຍສະຫຼາຍ.

ນັກວິທະຍາສາດໄດ້ປ່ຽນກາເຟທີ່ໃຊ້ແລ້ວເປັນຖ່ານຊີວະພາບ ໂດຍໃຊ້ວິທີການໃນການຂົ້ວທີ່ຄ້າຍຄືກັບການຄົ່ວເມັດກາເຟ ໂດຍຂະບວນການນີ້ເອີ້ນວ່າ Pyrolysis ເຊິ່ງມີຄວາມ​ຮ້ອນ​ໃນການຂົ້ວກາ​ເຟສູງເຖິງ​ 350 ອົງສາໃນ​ສະ​ພາບ​ແວດ​ລ້ອມ​ທີ່​ບໍ່​ມີ​ອັອກ​ຊີ​ເຈນ​ ເຊິ່ງນີ້ຈະຊ່ວຍປ້ອງກັນການຜະລິດຄາບອນໄດອັອກໄຊ ແລະ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ໂດຍຂະບວນການນີ້ສາມາດທົດແທນດິນຊາຍ 15% ທີ່ມັກໃຊ້ໃນການປະສົມກັບຊີມັງດ້ວຍຖ່ານຊີວະພາບຈາກຂີ້ກາເຟ.

Dr. Shannon Kilmartin-Lynch ຜູ້​ນຳ​ການ​ສຶກສາຄົ້ນຄວ້າ​ຍັງ​ກ່າວ​ວ່າ “ຖ່ານຊີວະພາບຈາກຂີ້ກາເຟນັ້ນມີຄວາມລະອຽດກວ່າດິນຊາຍ ແຕ່ກໍເປັນວັດສະດຸທີ່ມີຮູນ້ອຍໆເປັນໂຄງສ້າງ (porous) ເຊັ່ນກັນ. ດັ່ງນັ້ນ, ມັນຈຶ່ງຊ່ວຍໃຫ້ຊີມັງຢຶດຕິດກັບໂຄງສ້າງທີ່ມີຮູນ້ອຍໆຂອງຖ່ານຊີວະພາບໄດ້ດີ, ເພີ່ມ​ຄວາມ​​ແຂງ​ແຮງໃຫ້ຄອນກີດກວ່າ 29,3​%”

ໃນ Australia ນັ້ນມີຂີ້ເຫຍື້ອຈາກຂີ້ກາເຟທີ່ໃຊ້ແລ້ວເຖິງ 75,000 ໂຕນຕໍ່ປີ ແລະ ຫາກຂີ້ກາເຟເຫຼົ່ານີ້ຖືກປ່ຽນໃຫ້ກາຍເປັນຖ່ານຊີວະພາບທັງໝົດ, ກໍຈະຜະລິດຖ່ານດັ່ງກ່າວໄດ້ປະມານ 22,500 ໂຕນ. ນີ້ຈະເປັນການພິສູດໃຫ້ເຖິງສັກກະຍະພາບອັນມະຫາສານສຳລັບວັດສະດຸໃນການກໍ່ສ້າງທີ່ໃຊ້ກັນຢ່າງກວ້າງຂວາງ ໂດຍໃນແຕ່ລະປີຈະມີການຜະລິດຊີມັງທີ່ປະສົມກັນແບບສຳເລັດຮູບເພື່ອກໍ່ສ້າງເຖິງ 29 ລ້ານແມັດກ້ອນ ແລະ ມີລາຍງານວ່າປະມານ 70% ຂອງປະຊາກອນທົ່ວໂລກອາໄສຢູ່ໃນໂຄງສ້າງທີ່ບາງສ່ວນເຮັດຈາກຊີມັງ.

ກາເຟນັ້ນເປັນອຸດສາຫະກໍາທີ່ມີຄວາມກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍນັກທຸລະກິດຕ່າງໆກຳລັງຊອກຫາວິທີທາງທີີ່ຈະນຳເອົາຂີ້ກາເຟກັບມາໃຊ້ຊ້ຳ ແລະ ຣີໄຊເຄິນໃໝ່ ລວມທັງຫຼຸດຜ່ອນຂອງເສຍທີ່ເກີດຂຶ້ນໃນການຜະລິດໃນຄັ້ງທຳອິດ.

ທີ່ມາ:

greenqueen

constructionmanagement

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/