6 ເດືອນ ຕົ້ນປີ ການຄ້າລະຫວ່າງ ລາວ-ຫວຽດນາມ ບັນລຸໄດ້ 833 ລ້ານໂດລາ ໃນນີ້ລາວສົ່ງອອກເຖິງ 565 ລ້ານໂດລາ


ໃນໄລຍະ 6 ເດືອນຕົ້ນປີ 2023 ມູນຄ່າການຄ້າລະຫວ່າງສອງປະເທດ ລາວ-ຫວຽດນາມ ບັນລຸໄດ້ 833,54 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີ 2022 ເພີ່ມຂຶ້ນ 1,06%. ໃນນັ້ນ, ມູນຄ່າສິນຄ້ານໍາເຂົ້າຈາກ ສສ ຫວຽດນາມ ບັນລຸໄດ້ 267,87 ລ້ານໂດລາສະຫະລັດ, ຫຼຸດລົງ 13,67% ແລະ ມູນຄ່າສິນຄ້າທີ່ລາວສົ່ງອອກໄປຫວຽດນາມ ບັນລຸ 565,67 ລ້ານໂດລາ ເພີ່ມຂຶ້ນ 9,94%.

ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ລາຍງານໃຫ້ຮູ້ ໃນກອງປະຊຸມກາງສະໄໝ ຜັນຂະຫຍາຍສັນຍາຮ່ວມມືທະວິພາຄີ ລາວ-ຫວຽດນາມ ໄລຍະປີ 2021-2025 ແລະ ຂໍ້ຕົກລົງແຜນການຮ່ວມມື ລາວ-ຫວຽດນາມ ປະຈຳປີ 2023 ຢູ່ແຂວງກວາງບິ່ງ ສສ ຫວຽດນາມເມື່ອບໍ່ດົນມານີ້ວ່າ: ໃນໄລຍະຜ່ານມາ ສອງຂະແໜງອຸດສາຫະກຳ ແລະ ການຄ້າ ຂອງສອງປະເທດ ລາວ-ຫວຽດນາມ ໄດ້ປະສານສົມທົບກັນເປັນປົກກະຕິ ເພື່ອສົ່ງເສີມການຄ້າ, ເຊື່ອມຕໍ່ການຄ້າ ລະຫວ່າງ ລາວ ແລະ ຫວຽດນາມ.

ໂດຍ ທັງສອງຝ່າຍ ລາວ-ຫວຽດນາມ ຍັງໄດ້ສືບຕໍ່ຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ລາວ ແລະ ຫວຽດນາມ ກ່ຽວກັບ ການຮ່ວມມືພັດທະນາບັນດາໂຄງການເຂື່ອນໄຟຟ້າ ຢູ່ລາວ, ການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າ ແລະ ການຊື້-ຂາຍ ໄຟຟ້າ ລະຫວ່າງ ສອງປະເທດ ທີ່ໄດ້ເຊັນກັນໃນໄລຍະຜ່ານມາ ຢ່າງມີປະສິດທິຜົນ.

ໃນໄລຍະປີ 2021-2025 ຫວຽດນາມນໍາເຂົ້າໄຟຟ້າ ຈາກ ສປປ ລາວ ໂດຍພື້ນຖານແມ່ນບັນລຸເປົ້າໝາຍທີ່ວາງອອກ, ມາຮອດປັດຈຸບັນ, ບັນດາໂຄງການ ທີ່ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ (PPA) ກັບລັດວິສາຫະກິດໄຟຟ້າຫວຽດ ນາມ EVN ມີທັງໝົດ 26 ໂຄງການ ລວມກໍາລັງຕິດຕັ້ງ 2.240 MW, ໃນນັ້ນ ມີ 3 ໂຄງການ ທີ່ໄດ້ດໍາເນີນການຜະລິດສົ່ງໄຟອອກຂາຍແລ້ວ (ເຊຂະໝານ 1, ເຊຂະໝານຊານໄຊ ແລະ ເຊຂະໝານ 3 ລວມກໍາລັງການຜະລິດ 572 MW), ສ່ວນອີກ 23 ໂຄງການ (ກໍາລັງຕິດຕັ້ງ 1.668 MW)  ແມ່ນພວມດໍາເນີນການກໍ່ສ້າງ ແລະ ຄາດວ່າຈະສາມາດສົ່ງໄຟຂາຍໄປຫວຽດນາມ ໄດ້ໃນໄລຍະ 2023-2025.

ທ່ານ ຄໍາເຈນ ວົງໂພສີ ກ່າວອີກວ່າ: ໄລຍະແຕ່ປີ 2021 ຮອດປັດຈຸບັນ, ສປປ ລາວ ໄດ້ອະນຸຍາດການລົງທຶນໃໝ່ໃຫ້ວິສາຫະກິດຫວຽດນາມ ປະຕິບັດໂຄງການຈໍານວນໜຶ່ງ ດ້ວຍມູນຄ່າລົງທຶນທັງໝົດປະມານ 458,2 ລ້ານໂດລາສະຫະລັດ, ສະເພາະແຕ່ຕົ້ນປີ 2023 ຮອດປັດຈຸບັນ, ສປປ ລາວ ໄດ້ອອກໃບອະນຸຍາດການລົງທຶນ ໃຫ້ແກ່ວິສາຫະກິດຫວຽດນາມ ຈໍານວນ 6 ໂຄງການ (ຂະແໜງບໍ່ແຮ່ 3 ໂຄງການ, ກິດຈະການທົ່ວໄປ 1 ໂຄງການ ແລະ ໂຄງການພະລັງງານລົມ 2 ໂຄງການ)

https://www.facebook.com/photo/?fbid=721906993296943&set=a.679715230849453

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/