ສານໄດ້ອະນຸມັດໃຫ້ FTX ສາມາດເທຂາຍສິນຊັບ Crypto ລົງຕະຫຼາດໄດ້ພາຍໃນເງື່ອນໄຂທີ່ກຳນົດໃຫ້


ເມື່ອເດືອນສິງຫາທີ່ຜ່ານມາ, ເຈົ້າໜີ້ຂອງ FTX ໄດ້ຍື່ນແຜນສະເໜີຂາຍຫຼຽນທີ່ FTX ຍັງຖືຄອງຢູ່ ເຊິ່ງພາຍໃຕ້ແຜນການດັ່ງກ່າວທີ່ປຶກສາທາງດ້ານການເງິນຈະເປັນຄົນດູແລຊັບສິນຂອງ FTX ແລະ ສະເໜີວ່າໃຫ້ຂາຍ Crypto ໄດ້ພຽງ 100 ລ້ານໂດລາຕໍ່ອາທິດເທົ່ານັ້ນ ແຕ່ໃນຂີດຈຳກັດນີ້ສາມາດເພີ່ມຂຶ້ນເປັນ 200 ລ້ານໂດລາຕໍ່ອາທິດໄດ້.

ຫຼັງຈາກໄດ້ມີການພິຈາລະນາເບິ່ງແລ້ວ, John Dorsey ຜູ້ພິພາກສາສານ Delaware ກໍໄດ້ອະນຸມັດແຜນການດັ່ງກ່າວໃນວັນທີ 13 ກັນຍາ. ໂດຍອະນຸຍາດໃຫ້ FTX ສາມາດຂາຍສິນຊັບ Crypto ຂອງຕົນເອງທີ່ມີມູນຄ່າລວມກັນກວ່າ 3.4 ຕື້ໂດລາໄດ້ ເພື່ອນຳໄປຊຳລະແກ່ເຈົ້າໜີ້ ແຕ່ຈະຕ້ອງໄດ້ແຈ້ງ​ໃຫ້​ສຳນັກງານ​ຂອງ US Trustee​ ຮູ້ກ່ອນລ່ວງໜ້າເປັນເວລາ 10 ມື້ກ່ອນຈະຂາຍເພື່ອປ້ອງກັນຄວາມຜັນຜວນໃນຕະຫຼາດ.

FTX ກ່າວວ່າການປ້ອງກັນຄວາມສ່ຽງຂອງ Bitcoin ແລະ Ethereum ເພື່ອຫຼຸດຜ່ອນຜົນກະທົບດ້ານການເຄື່ອນໄຫວຂອງລາຄາໃນຕະຫຼາດຕໍ່ລາຍໄດ້ຈາກການຂາຍ. ເຖິງແມ່ນວ່າຊັບສິນອື່ນໆອາດຈະໄດ້ຮັບການອະນຸມັດຄືນໃໝ່ໃຫ້ເປັນສິນຊັບປ້ອງກັນຄວາມສ່ຽງບົນພື້ນຖານ token-by-token.

FTX ກ່າວຕື່ມອີກວ່າ ຈະຂໍສະຫງວນສິດໃນການ Stake ບາງສ່ວນ ໂດຍໃຫ້ເງື່ອນໄຂວ່າຜົນຕອບແທນຈາກ token staking programs ຈະຊ່ວຍຄືນເງິນໃຫ້ເຈົ້າໜີ້ຫຼາຍຂຶ້ນ.

ທະນາຍຄວາມທີ່ເປັນຕົວແທນຂອງຄະນະກໍາມະການສະເພາະສໍາລັບລູກຄ້າ FTX ກ່າວວ່າພວກເຂົາສະໜັບສະໜູນການເຄື່ອນໄຫວໃນຄັ້ງນີ້ “ເພື່ອເປັນແນວທາງໃນການຮັກສາ ແລະ ເພີ່ມມູນຄ່າຊັບສິນຂອງລູກໜີ້”. ຫຼັງຈາກນັ້ນ ຜູ້ພິພາກສາ ຈຶ່ງຖາມກ່ຽວກັບເລື່ອງການຕິດຕາມ crypto ຂອງລູກຄ້າທີ່ຝາກກັບ FTX.

ເຊິ່ງທາງທະນາຍຄວາມຂອງ FTX ໄດ້ໃຫ້ຄຳຕອບວ່າ “ມັນເປັນໄປບໍ່ໄດ້ທີ່ຈະຕິດຕາມ crypto ແຕ່ລະລາຍການໄດ້” ເນື່ອງຈາກວ່າ FTX ບໍ່ມີວິທີທີ່ຈະລະບຸ crypto ແຕ່ລະລາຍການວ່າເປັນຂອງໃຜແດ່. ນີ້ໝາຍຄວາມວ່າເມື່ອ FTX ຂາຍ crypto, ມັນບໍ່ມີທາງທີ່ຈະຮູ້ເລີຍວ່າ crypto ນັ້ນແມ່ນຂອງລູກຄ້າຜູ້ໃດ. ດັ່ງນັ້ນ ເມື່ອຂາຍ Crypto ສຳເລັດແລ້ວ ພວກເຂົາຈະປ່ຽນມັນເປັນເງິນສົດ ແລະ ແຈກຢາຍໃຫ້ເຈົ້າໜີ້ຕາມແຜນທີ່ວາງໄວ້.

ຄວາມກັງວົນກ່ຽວກັບມູນຄ່າຂອງສິນຊັບທີ່ຖືກຂາຍອອກນີ້ໄດ້ສົ່ງຜົນໃຫ້ altcoin ບາງຕົວມີລາຄາຫຼຸດລົງໃນໄລຍະສອງສາມມື້ຜ່ານມາ. ຢ່າງໃດກໍຕາມ, ລາຄາຂອງ Bitcoin ໄດ້ຟື້ນຕົວຂຶ້ນຢ່າງສຳເລັດໃນວັນພຸດທີ່ຜ່ານມາ. ໂດຍມີມູນຄ່າເພີ່ມຂຶ້ນ 0.6% ໃນ 24 ຊົ່ວໂມງທີ່ຜ່ານມາ ໂດຍຢືນຢູ່ທີ່ລະດັບ 26,232 ໂດລາໃນເວລາຂຽນ.

ທີ່ມາ:

theblock

siamblockchain

cryptosiam

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/