ລາວ-ຈີນ ແນມຫາໂອກາດຮ່ວມມື ຊຳລະສະສາງເປັນເງິນຕາທ້ອງຖິ່ນ ກີບ-ຢວນ ຍົກລະດັບການຄ້າ ແລະ ການລົງທຶນຂອງທັງສອງຝ່າຍ


ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານ ກະສິກຳ ແຫ່ງຊາດຈີນ ໄດ້ແນມຫາໂອກາດໃນການຮ່ວມມືກັນ ສົ່ງເສີມການຊຳລະສະສາງຄ່າສິນຄ້າ ແລະ ບໍລິການເປັນສະກຸນເງິນທ້ອງຖິ່ນ ກໍຄື ເງິນກີບ ແລະ ເງິນຢວນ ເພື່ອລົດການເພິ່ງພາອາໄສເງິນຕາຕ່າງປະເທດ ແລະ ຍົກລະດັບການຄ້າ-ການລົງທຶນຂອງທັງສອງຝ່າຍ.

ໂດຍເມື່ອບໍ່ດົນມານີ້ ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ທ່ານຜູ້ວ່າການ ທຫລ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຄະນະຜູ້ບໍລິຫານຂອງທະນາຄານກະສິກໍາແຫ່ງຊາດຈີນ ສາຂາຢູນນານ ເຊິ່ງນຳໂດຍ ທ່ານ Xiu Xiayu ເລຂາຄະນະພັກຮາກຖານ, ຫົວໜ້າທະນາຄານກະສິກໍາແຫ່ງຊາດຈີນ ສາຂາ ແຂວງຢູນນານ.

ຈຸດປະສົງຂອງການເຂົ້າມາຢ້ຽມຢາມໃນຄັ້ງນີ້, ກໍເພື່ອປຶກສາຫາລືຮ່ວມກັນ ກ່ຽວກັບໂອກາດໃນການຮ່ວມມືລະຫວ່າງສອງຝ່າຍ ໂດຍສະເພາະໃນຂົງເຂດການຄ້າ-ການລົງທຶນ ແລະ ການ ເງິນ- ການທະນາຄານ.

ໃນໂອກາດດັ່ງກ່າວ, ທາງຄະນະຜູ້ບໍລິຫານ ຂອງທະນາຄານກະສິກຳ ແຫ່ງຊາດຈີນ ສາຂາແຂວງຢູນນານ ໄດ້ລາຍງານໃຫ້ທ່ານ ຜູ້ວ່າການ ທຫລ ຊາບວ່າ: ທາງທະນາຄານ ມີຄວາມສົນໃຈໃນການຍົກລະດັບການຮ່ວມມືສອງຝ່າຍ ລາວ-ຈີນ ຜ່ານການຮ່ວມມືສົ່ງເສີມການຊຳລະສະສາງເປັນສະກຸນເງິນທ້ອງຖິ່ນ ເພື່ອຍົກລະດັບການຄ້າ ແລະ ການລົງທຶນຂອງທັງສອງຝ່າຍໃຫ້ເພີ່ມພູນຍິ່ງຂຶ້ນ.

ທະນາຄານກະສິກຳແຫ່ງຊາດຈີນ (Agricultural Bank Of China) ເປັນທະນາຄານທຸລະກິດລັດຂະໜາດໃຫຍ່ລະດັບແຖວໜ້າຂອງ ສປ ຈີນ ມີສຳນັກງານໃຫຍ່ຕັ້ງຢູ່ນະ ຄອນຫຼວງປັກກິ່ງ. ທະນາຄານດັ່ງກ່າວ ເປັນສ່ວນໜຶ່ງທີ່ສໍາຄັນຂອງລະບົບການເງິນຂອງ ສປ ຈີນ ສາມາດສະໜອງການບໍລິການທີ່ຫຼາກຫຼາຍ ແລະ ຍັງດໍາເນີນທຸລະກິດຕະຫຼາດການເງິນ ແລະ ທຸລະ ກິດການຄຸ້ມຄອງຊັບສິນ, ຂອບເຂດຂອງທຸລະກິດຍັງກວມເອົາທະນາຄານການລົງທຶນ, ການຄຸ້ມ ຄອງກອງທຶນ, ການເຊົ່າທາງດ້ານການເງິນ, ການປະກັນໄພຊີວິດ ແລະ ອື່ນໆ.

https://www.facebook.com/BOL.GOVERNMENT/posts/pfbid0wyHJ2zjvuxoqdQbWHcC8UHahKvt7Kj1nNnQJesugGdT4zvhXGJmpRzLBjnhRQn7hl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/