ສະຫຼຸບການຕະຫຼາດຍຸກໃໝ່ ຈາກ 4P ສູ່ 4E ຈາກການຕະຫຼາດສົງຄາມລາຄາ ສູ່ການໃຫ້ຄ່າ ແລະ ປະສົບການ ທີ່ການຕະຫຼາດຕ້ອງປັບຕົວ


ຫຼາຍທ່ານທີ່ເຮັດທຸລະກິດຕ້ອງເຄີຍໄດ້ຍິນກ່ຽວກັບ Marketing Mix ໂມເດວ ຫຼື ທີ່ເຮົາເອີ້ນຕິດປາກກັນວ່າ ຫຼັກການຕະຫຼາດ 4P ມາກ່ອນແມ່ນບໍ່. ໂມເດວນີ້ຖືກນໍາສະເໜີທໍາອິດໂດຍ Jerome McCarthy ໃນປີ 1960 ເຊິ່ງຕ້ອງຍອມຮັບວ່າເປັນ 4P ເປັນໂມເດວຄາສສິກ ທີ່ຖືກໃຊ້ເປັນເຄື່ອງມືສໍາຄັນໃນການເຮັດການຕະຫຼາດມາຕະຫຼອດ ແຕ່ຄວາມຄາສສິກນີ້ມັນອາດບໍ່ສາມາດໃຊ້ໄດ້ດີສະເໜີໄປ ກັບສະພາບແວດລ້ອມທາງທຸລະກິດທີ່ມີການປ່ຽນແປງຢູ່ຕະຫຼອດເວລາ ໂດຍສະເພາະຍຸກທີ່ເຂົ້າສູ່ເສດຖະກິດດິຈິຕອນແບບເຕັມຕົວໃນປັດຈຸບັນ.

ໂດຍປົກກະຕິແລ້ວ 4P ປະກອບມີ:

  • Product (ຜະລິດຕະພັນ)
  • Price (ລາຄາ)
  • Place (ຊ່ອງທາງການຈັດຈໍາໜ່າຍ)
  • Promotion (ການສົ່ງເສີມການຂາຍ)

ເຊິ່ງຈະມຸ່ງເນັ້ນເປົ້າໝາຍໃນການເພີ່ມຍອດຂາຍ ແລະ ກໍາໄລຂອງສິນຄ້າ. ເຊິ່ງໃນປັດຈຸບັນການຕະຫຼາດໄດ້ປ່ຽນແປງໄປຈາກເກົ່າໂດຍມີຫຼັກການ 4Eແທນ ເຊິ່ງຈະມຸ່ງເນັ້ນໄປທີ່ລູກຄ້າຫຼາຍຂຶ້ນ

ຫຼັກການຕະຫຼາດ 4E ປະກອບມີ:

  • Experience (ປະສົບການ)
  • Exchange (ແລກປ່ຽນ)
  • Everyplace (ທຸກບ່ອນທຸກເວລາ)
  • Evangelism (ປະຊາສໍາພັນ)

ເຊິ່ງຈະເນັ້ນເລື່ອງຄວາມສະດວກສະບາຍ, ປະສົບການທີ່ດີໃຫ້ກັບລູກຄ້າ, ຕ້ອງໃຫ້ລູກຄ້າເປັນສ່ວນໜຶ່ງຂອງການຕະຫຼາດດ້ວຍການສ້າງຄວາມສໍາພັນທີ່ດີໃຫ້ກັບລູກຄ້າ ແລະ ເວົ້າເຖິງສິນຄ້າໄປຫາລູກຄ້າຄົນອື່ນ ເພື່ອເປັນການສ້າງຄວາມນິຍົມ ແລະ ຍອດຂາຍສູງສຸດ.

1. Product >> Experience

ສະໄໝກ່ອນທຸລະກິດອາດໂຟກັດໃນເລື່ອງຂອງການສ້າງຜະລິດຕະພັນ ຫຼື ສິນຄ້າໃຫ້ມີຄວາມໂດດເດັ່ນ ແລະ ແຕກຕ່າງ ໃຫ້ມັດໃຈຜູ້ບໍລິໂພກ ເຊິ່ງເວລາສ້າງ Product ດີໆ ອອກມາໄດ້ຢ່າງໜຶ່ງ ກໍຢາກຂາຍໄປແບບຍາວໆ ແຕ່ໃນທຸກມື້ນີ້ຄວາມໄດ້ປຽບດ້ານຜະລິດຕະພັນນັ້ນມີອາຍຸສັ້ນລົງຫຼາຍ ດີແດ່ກໍອາດຈະແຂ່ງຂັນໄດ້ຫຼາຍເດືອນ ແຕ່ໃນບາງທຸລະກິດ ຫຼື Ecommerce ບາງເທື່ອກໍມີຄວາມໄດ້ປຽບນັ້ນຢູ່ໄດ້ພຽງແຕ່ບໍ່ເທົ່າໃດນາທີ ເຮັດໃຫ້ທຸລະກິດຕ້ອງປັບຕົວມາຂາຍສິ່ງທີ່ບໍ່ໄດ້ເປັນພຽງແຕ່ສິນຄ້າ ຫຼື ບໍລິການ ແຕ່ເປັນ “ປະສົບການ” ທີ່ດີຕະຫຼອດເສັ້ນທາງການຊື້ຂອງຜູ້ບໍລິໂພກ (Customer Journey) ຍົກຕົວຢ່າງເຊັ່ນ ທຸກມື້ນີ້ເວລາເຈົ້າຈະຊື້ເຄື່ອງອອນລາຍ ເຈົ້າບໍ່ໄດ້ຄາດຫວັງພຽງແຕ່ຈະໄດ້ຮັບສິນຄ້າຄຸນະພາບດີເທົ່ານັ້ນ ແຕ່ເຈົ້າຄາດຫວັງໄປເຖິງການຮັບຂໍ້ມູນປະກອບການຕັດສິນໃຈຊື້ທີ່ດີ, ການບໍລິການທີ່ດີ, ພໍ່ຄ້າແມ່ຄ້າທີ່ໜ້າຮັກ ໄປຈົນຮອດການບໍລິການຫຼັງການຂາຍອີກນໍາ ເວົ້າງ່າຍໆກໍຄື ເຈົ້າຕ້ອງການຄວາມ ແຮັບປີ້ ໃນທຸກໆ ໂມເມັ້ນທີ່ເຈົ້າໄດ້ສໍາຜັດກັບແບຣນນັ້ນເອງ

ແຕ່ຖ້າແບຣນເຮັດໃຫ້ເຈົ້າບໍ່ແຮັບປີ້ຈະເກີດຫຍັງຂື້ນ?

ກໍບໍ່ມີຫຍັງຫຼາຍ ພຽງແຕ່ປ່ຽນໃຈບໍ່ຊື້ ຫຼື ໄປຊື້ຮ້ານອື່ນ ເທົ່ານັ້ນເອງ. ເຈົ້າຕ້ອງເຕືອນຕົນເອງຢູ່ສະເໝີວ່າ “ທຸລະກິດສະໄໝນີ້ເຮົາແຂ່ງຂັນກັນລະດັບນີ້ແລ້ວ” ລະດັບທີ່ທຸກທຸລະກິດຕ້ອງແຂ່ງຂັນກັນສ້າງປະສົບການທີ່ດີໃຫ້ກັບລູກຄ້າທຸກເທື່ອທີ່ລູກຄ້າສໍາຜັດ ເຮົາຕ້ອງພະຍາຍາມຕອບສະໜອງຄວາມຕ້ອງການເລິກໆຂອງລູກຄ້າໃຫ້ໄດ້ວ່າລູກຄ້າຕ້ອງການຫຍັງ ແລະ ຄວນຕອບສະໜອງແບບໃດໃຫ້ຖືກຈຸດ.

2. Price >> Exchange

ອາດຈະແມ່ນທີ່ແຕ່ກ່ອນສິນຄ້າ ຫຼື ການບໍລິການທີ່ມີລາຄາຕໍ່າກວ່ານັ້ນອາດມີຄວາມໄດ້ປຽບ ທຸລະກິດຈຶ່ງພະຍາຍາມໂຟກັສເລື່ອງການຄວບຄຸມຕົ້ນທຶນ ເພື່ອໃຫ້ສາມາດຕັ້ງລາຄາຕໍ່າກວ່າຄູ່ແຂງ ແຕ່ໃນປັດຈຸບັນ “ລາຄາ” ບໍ່ໄດ້ເປັນຕົວກໍານົດຄວາມສາມາດໃນການແຂ່ງຂັນສະເໝີໄປ ສັງເກດໄດ້ຈາກລູກຄ້າມັກບໍ່ໄດ້ເລືອກສິນຄ້າລາຄາທີ່ຖືກສຸດ ແຕ່ເລືອກສິນຄ້າທີ່ມີຄຸນຄ່າ ແລະ ໃຫ້ຄວາມກຸ້ມຄ່າ ກັບການທີ່ຕ້ອງແລກປ່ຽນອັນໃດກໍຕາມທີ່ເຂົາຕ້ອງເສຍໄປບໍ່ວ່າຈະເປັນ ເງິນຕາ ຫຼື ຄວາມສົນໃຈ ແບບທີ່ເຮົາເຫັນໄດ້ຈາກຫຼາຍແບຣນທີ່ຕັ້ງລາຄາສູງ ແຕ່ກໍຍັງຂາຍດີ.

3. Place >> Everywhere

ປັດຈຸບັນ ທຸລະກິດບໍ່ສາມາດມີພຽງແຕ່ຊ່ອງທາງການຈັດຈໍາໜ່າຍດຽວໄດ້ອີກຕໍ່ໄປ ເພາະລູກຄ້າຢູ່ຫຼາຍຊ່ອງທາງ ເຮົາຈຶ່ງຕ້ອງຮຽນຮູ້ທີ່ຈະເຂົ້າເຖິງລູກຄ້າໃຫ້ໄດ້ຫຼາຍທີ່ສຸດ ບໍ່ວ່າຈະເປັນທາງ ອອນລາຍ ຫຼື ອັອບລາຍ ເພື່ອອໍານວຍຄວາມສະດວກໃຫ້ກັບລູກຄ້າຫຼາຍທີ່ສຸດ.

ສໍາຄັນທີ່ສຸດ ການເຂົ້າເຖິງລູກຄ້າແມ່ນຕ້ອງເຂົ້າເຖິງແບບບໍ່ເປັນການລົບກວນລູກຄ້າ ແຕ່ຕ້ອງພະຍາຍາມຮຽນຮູ້ພຶດຕິກໍາຂອງຜູ້ບໍລິໂພກ ແລະ ຫາທາງ Connect ເຂົ້າໄປກັບຊີວິດປະຈໍາວັນຂອງລູກຄ້າໄດ້ ໃຫ້ຮູ້ສຶກວ່າເຮົາເປັນໝູ່ສະໜິດທີ່ມອບແຕ່ສິ່ງດີໆໃຫ້ຢູ່ສະເໝີ.

4. Promotion >> Evangelism

ການອອກແບບແຄັມເປນ ຫຼຸດ ແລກ ແຈກ ແຖມ ແບບການຕະຫຼາດສະໄໝກ່ອນອາດບໍ່ມີຄວາມນິຍົມຫຼາຍໃນປັດຈຸບັນ ເນື່ອງຈາກຜູ້ບໍລິໂພກຍຸກໃໝ່ມີຄວາມພໍໃຈ ຫຼື ມັກໃນແບຣນທີ່ບໍລິໂພກເປັນປະຈໍາຢູ່ແລ້ວ ເວົ້າໄດ້ວ່າ “Evangelism (ສາວົກ)” ຫຼື ເວົ້າໃຫ້ເຂົ້າໃຈງ່າຍໆກໍໝາຍເຖິງ Brand Loyalty ນັ້ນເອງ ດັ່ງນັ້ນ ກົນລະຍຸດການຍາດສ່ວນແບ່ງຕະຫຼາດແບບເກົ່າ ອາດໃຊ້ບໍ່ໄດ້ຜົນ ຖ້າເຮົາຍັງບໍ່ສາມາດປ່ຽນລູກຄ້າໃຫ້ກາຍມາເປັນລູກຄ້າຂາປະຈໍາໄດ້.

ເມື່ອໂລກເຮົາມີການປ່ຽນແປງຢູ່ຕະຫຼອດ ພຶດຕິກໍາຜູ້ບໍລິໂພກກໍເຊັ່ນກັນ ດັ່ງນັ້ນກອບການວາງແຜນກົນລະຍຸດທາງການຕະຫຼາດແບບເກົ່າ ຈຶ່ງຈໍາເປັນຕ້ອງປ່ຽນໄປນໍາ ການນໍາຫຼັກການຕະຫຼາດແບບ 4E ປະກອບມີ Experience, Exchange, Everyplace ແລະ Evangelism ເຂົ້າມາໃຊ້ ເຊິ່ງໜ້າຈະເປັນສິ່ງສໍາຄັນທີ່ຊ່ວຍໃຫ້ທຸລະກິດໄດ້ໃຈຜູ້ບໍລິໂພກ ແລະ ເຕີບໂຕແບບຕໍ່ເນື່ອງໃນໄລຍະຍາວ.

https://www.taokaecafe.com/business-knowledge-detail?t=565

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/