Apple ເປີດຕົວ Apple Watch Series 9 ແລະ Apple Watch Ultra 2 ພ້ອມຊິບໃໝ່ທີ່ຊົງພະລັງກວ່າທຸກຮຸ່ນ


ເປັນອີກໜຶ່ງຜະລິດຕະພັນທີ່ຫຼາຍຄົນລໍຖ້າ ໃນງານ Apple Event ນັ້ນກໍຄື Apple Watch Series 9 ແລະ Apple Watch Ultra 2 ທີ່ຈະຍົກເອົາຈຸດເດັ່ນດ້ານສຸຂະພາບມາແບບຈັດເຕັມ ແລະ ໄດ້ມີການຍົກລະດັບດ້ານການໃຊ້ງານໃຫ້ດີກວ່າເກົ່າ, ລວມທັງຊິບ S9 SIP ໃໝ່ ແລະ ຄຸນສົມບັດ Double Tap ທີ່ໃຊ້ໃນການຄວບຄຸມການນຳໃຊ້ໂດຍການແຕະນິ້ວມືສອງເທື່ອ.

Apple Watch Series 9

Apple Watch Series 9 ໄດ້ຖືກປັບປຸງໃນເລື່ອງການໃຊ້ງານຕ່າງໆໃຫ້ດີຍິ່ງຂຶ້ນກວ່າເກົ່າ ແລະ ຍັງມາພ້ອມຊິບໃໝ່ SiP S9 ເຊິ່ງເປັນຊິບແບບ dual core ທີ່ແຮງທີ່ສຸດຂອງ Apple Watch ໃນຕອນນີ້, ດ້ວຍ Neural Engine ທີ່ມີຂະໜາດ 4 core ເຮັດໃຫ້ໄວຂຶ້ນ 2 ເທົ່າ ເຮັດໃຫ້ຜູ້ໃຊ້ສາມາດຄົ້ນຫາ ແລະ ຕິດຕາມຕໍາແໜ່ງຜ່ານ Find My App ໄດ້ຢ່າງຖືກຕ້ອງກວ່າເກົ່າ ແລະ ຍັງໄດ້ເພິ່ມເຟີເຈີໃໝ່ຄື Double Tap ທີ່ພຽງແຕ່ແຕະ 2 ນິ້ວມື້ເຂົ້າກັນກໍສາມາດເຂົ້າໃຊ້ງານທາງລັດໄດ້ທັນທີ ເຊິ່ງຟີເຈີນີ້ແມ່ນເປັນການຮ່ວມມືກັນລະຫວ່າງ Machine Learning ແລະ ເຊັນເຊີຕ່າງໆຂອງຕົວເຄື່ອງ

Apple Watch Series 9 ຮຸ່ນນີ້ມີຕົວເຄື່ອງເປັນສະແຕນເລດ, ສ່ວນປະກອບຂອງສາຍໂມງແມ່ນເຮັດມາຈາກວັດສະດຸທີ່ນຳມາຣີໄຊເຄິນໃໝ່ ໂດຍຈະມາພ້ອມກັບສີໃໝ່ຄື: Pink, Starlight, Silver (PRODUCT) RED, Gold, Graphite ແລະ Midnight.

ນອກຈາກນີ້, Apple Watch Series 9 ຍັງມີຈໍທີ່ໃຫ້ຄວາມສະຫວ່າງຫຼາຍກວ່າເກົ່າເຖິງ 2,000 nits ແລະ ສາມາດປັບລົງໃຫ້ຕໍ່າສຸດໄດ້ 1 nit.

ດ້ວຍຂຸມພະລັງຂອງຊິບໃໝ່ເຮັດໃຫ້ການໃຊ້ງານ Siri ສາມາດເຮັດວຽກຮ່ວມກັບແອັບ Health ໄດ້ດີກວ່າເກົ່າ ສາມາດສອບຖາມຂໍ້ມູນສຸຂະພາບໄດ້ທັນທີຜ່ານ Siri, ບວກກັບການອັບເກຣດໃຫ້ເປັນ Ultrawide Band 2.0 ທີ່ຈັບສັນຍານໄດ້ລະອຽດກວ່າ. ໃນສ່ວນຂອງແບັດເຕີຣີນັ້ນກໍສາມາດສາກໄດ້ໄວກວ່າເກົ່າ ແລະ ສາມາດໃຊ້ງານຕໍ່ເນື່ອງໄດ້ດົນເຖິງ 18 ຊົ່ວໂມງ.

Apple Watch Series 9 ມີໃຫ້ເລືອກສອງຂະໜາດໜ້າຈໍໄດ້ແກ່ ຂະໜາດ 41 mm ແລະ 45 mm ໃນລາຄາເລີ່ມຕົ້ນ 399 ໂດລາ

Apple Watch Ultra 2

Apple Watch Ultra 2 ແມ່ນໄດ້ຕໍ່ຍອດມາຈາກຮຸ່ນທຳອິດ ໂດຍການອອກແບບໂຄງຮ່າງແບບເຫຼັກ titanium, ແຂງແຮງ ແລະ ທົນທານ, ໜ້າຈໍເຮັດຈາກແກ້ວ Sapphire Crystal ຂະໜາດ 49 mm ແລະ ເປັນຄັ້ງທຳອິດຂອງ Apple ທີ່ໄດ້ນຳໃຊ້ທາງເລືອກ Carbon Neutral ເຊິ່ງມີໜ້າຈໍຂະໜາດໃຫຍ່ ແລະ ສະຫວ່າງເຖິງ 3000 nits. Apple Watch Ultra 2 ມາພ້ອມຊິບໃໝ່ຄືກັນກັບ Apple Watch Series 9 ເຮັດໃຫ້ສາມາດມີຫຼາຍຟີເຈີທີ່ສາມາດແຊຣ໌ກັນໄດ້ລະຫວ່າງສອງຮຸ່ນນີ້.

Apple Watch Ultra 2 ມີໜ້າປັດແບບ Modular Ultra ໃໝ່ ແລະ ໂໝດປະຢັດແບັດເຕີຣີທີ່ສາມາດຮັກສາພະລັງງານໄດ້ຫຼາຍກວ່າທີ່ເຄີຍມີມາດ້ວຍ Low Power Mode ທີ່ສາມາດໃຊ້ງານໄດ້ເຖິງ 72 ຊົ່ວໂມງ. ສ່ວນສຳລັບການໃຊ້ງານປົກກະຕິຢ່າງຕໍ່ເນື່ອງແມ່ນສາມາດໃຊ້ໄດ້ສູງສຸດ 36 ຊົ່ວໂມງ.

Apple Watch Ultra 2 ມີຈຸດເດັ່ນທີ່ປຸ່ມ Action button ເຊິ່ງໄດ້ຖືກເພີ່ມເຂົ້າມາ, ທົນທານຕໍ່ນໍ້າ ແລະ ຝຸ່ນມາດຕະຖານ IP6X, ເພີ່ມຄວາມສະຫວ່າງຂອງໄຟສາຍ 2 ເທົ່າ, ສາມາດປັບການໃຊ້ງານເຂົ້າສູ່ໂໝດກາງຄືນແບບອັດຕະໂນມັດ ແລະ ຮອງຮັບ MIL-STD 810H.

Apple Watch Ultra 2 ໄດ້ມີການຍົກລຳໂພງໃຫ້ມີສຽງທີ່ດັງຂຶ້ນ, ມີໄມໂຄຣໂຟນ 3 ໜ່ວຍ ທີ່ຈະວັດແທກສຽງອ້ອມຂ້າງເພື່ອເຕືອນໄພ ແລະ ຊ່ວຍໃຫ້ພວກເຮົາສາມາດລົມໂທລະສັບດ້ວຍສຽງທີ່ຊັດເຈນຂຶ້ນເຖິງແມ່ນວ່າຢູ່ໃນພື້ນທີ່ທີ່ມີລົມແຮງຫຼາຍ.

ນອກຈາກນີ້ຍັງມີຟີເຈີດ້ານສຸຂະພາບເຊັ່ນ: ການວັດແທກອັດຕາການເຕັ້ນຂອງຫົວໃຈ, ການວັດແທກຄວາມດັນເລືອດ, ການວັດແທກອັອກຊີເຈນໃນເລືອດ, ການຕິດຕາມຄ່າອຸນຫະພູມ, ການເກັບຂໍ້ມູນການນອນໃນເຊີງເລິກ ຫຼື ECG.

Apple Watch Ultra 2 ມີໃຫ້ເລືອກພຽງສີດຽວຄື titanium ມາພ້ອມກັບສາຍໃຫ້ເລືອກ 3 ແບບໄດ້ແກ່ Alpine Loop, Trail Loop ແລະ Ocean Band. ໂດຍຈະມີລາຄາເລີ່ມຕົ້ນຢູ່ທີ່ 799 ໂດລາ.

ທີ່ມາ:

beartai

droidsans

apple

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/