ປາແຊລມອນທີ່ເປັນອາຫານແຊບຂອງໃຜຫຼາຍຄົນ ໃຫ້ທັງຄຸນປະໂຫຍດ ແລະ ອັນຕະລາຍທີ່ຕ້ອງຮູ້ກ່ອນກິນ


ຖ້າເວົ້າເຖິງປາແຊລມອນ ເຊື່ອວ່າໜ້າຈະເປັນອາຫານມັກຂອງໃຜຫຼາຍໆຄົນ ເນື່ອງຈາກເປັນອາຫານທີ່ມີປະໂຫຍດທາງດ້ານໂພຊະນາການທີ່ຫຼາກຫຼາຍ ແລະ ຍັງສາມາດກິນໄດ້ແບບດິບໆ ຫຼື ຈະນຳມາປຸງສຸກກໍໄດ້. ເນື່ອງຈາກປາແຊລມອນອຸດົມໄປດ້ວຍໂປຣຕີນ, Omega 3 ແລະ ແຮ່ທາດຕ່າງໆທີ່ຈໍາເປັນຕໍ່ຮ່າງກາຍ ຈຶ່ງຖືໄດ້ວ່າເປັນໜຶ່ງໃນອາຫານທີ່ດີທີ່ສຸດ ໂດຍມີຄຳແນະນຳຈາກແພດວ່າຄວນກິນຢ່າງໜ້ອຍ 2 ຄັ້ງຕໍ່ອາທິດ.

ເຖິງແມ່ນວ່າປາສົ້ມນີ້ຈະມີສານອາຫານ ແລະ ຄຸນປະໂຫຍດຫຼາຍພຽງໃດ ແຕ່ບາງຄັ້ງການກິນປາແຊລມອນຫຼາຍເກີນໄປ ອາດເຮັດໃຫ້ໄດ້ຮັບສານບາຫຼອດ ທີ່ກໍ່ໃຫ້ເກີດຜົນເສຍຕໍ່ສຸຂະພາບເຊັ່ນ: ກ້າມຊີ້ນອ່ອນເພຍ, ການແນມເຫັນທີ່ປ່ຽນໄປ, ອາລົມແປປວນ, ມີບັນຫາດ້ານຄວາມຈຳ ແລະ ອື່ນໆ. ກ່ອນທີ່ຈະເລືອກຊື້ເພື່ອຮັບປະທານ ຄວນສຶກສາສານອາຫານ, ຜົນປະໂຫຍດ ແລະ ຂໍ້ຄວນລະວັງຂອງປາແຊນມອນເພື່ອຄວາມປອດໄພ.

ປາແຊລມອນປະກອບໄປດ້ວຍສານອາຫານທີ່ຈຳເປັນຕໍ່ຮ່າງກາຍເຊັ່ນ: Omega 3, ໂປຣຕີນ, ວິຕາມິນ A, ວິຕາມິນ B6, ວິຕາມິນ B12, ວິຕາມິນ C, Folate, Niacin, Thiamin, ອາຊິດ Pantothenic, ຄາໂບໄຮເດດ, ແຄລຊຽມ, ແມກນີຊຽມ, ເຊເລນຽມ, ໂພແທດຊຽມ, ຟອສຟໍຣັດ, ທາດເຫຼັກ, ແຄລໍລີ່ຕໍ່າ.

ການກິນປາແຊລມອນຍັງຊ່ວຍລົດຄວາມສ່ຽງການເກີດໂຣກຫົວໃຈ ແລະ ໂຣກຫຼອດເລືອດໃນສະໝອງ, ພ້ອມຍັງຊ່ວຍຄວບຄຸມອັດຕາການເຕັ້ນຂອງຫົວໃຈ ສ້ອມແຊມຫຼອດເລືອດ ແລະ ຜະໜັງຫົວໃຈທີ່ເສຍຫາຍ. ນອກຈາກນີ້ການກິນປາແຊລມອນຍັງຊ່ວຍບຳລຸງສາຍຕາ, ບຳລຸງສະໝອງ ແລະ ຄວາມຈຳ, ຊ່ວຍຢຸດການຈະເລີນເຕີບໂຕຂອງເນື້ອງອກທີ່ອາດພັດທະນາໄປສູ່ການເກີດເປັນເຊລມະເຮັງ, ຄວມຄຸມອິນຊູລິນໃນເລືອດ ເພິ່ມການດູດຊຶມຂອງອາຫານ ແລະ ການເຜົາຜານພະລັງງານໄດ້ດີຂຶ້ນ, ຊ່ວຍປ້ອງກັນລະດັບນ້ຳຕານໃນເລືອດ ເພື່ອລົດຜ່ອນຄວາມສ່ຽງທີ່ຈະເປັນໂຣກເບົາຫວານ ແລະ ຄຸນປະໂຫຍດອີກຫຼາຍ.

ເຫັນໄດ້ວ່າຄຸນປະໂຫຍດຂອງປາສົ້ມນີ້ມີຫຼາຍຢ່າງ ແຕ່ເມື່ອມັນມີປະໂຫຍດຫຼາຍກໍມັກມາພ້ອມຜົນເສຍເຊັ່ນກັນ, ເຮົາມາເບິ່ງຄວາມອັນຕະລາຍ ແລະ ຂໍ້ຄວນລະວັງຂອງມັນກັນເລີຍ.

ປາແຊລມອນອາດມີການປະປົນກັບສານບາຫຼອດ ທີ່ເກີດຂຶ້ນຈາກຂະບວນການ Methylation ເຊື້ອແບັກທີເຣຍທີ່ມີປະຕິກິລິຍາກັບບາຫຼອດໃນນໍ້າ. ເຖິງແມ່ນວ່າປາແຊລມອນຈະມີການປົນເປື້ອນຂອງສານບາຫຼອດຈຳນວນໜ້ອຍ ແຕ່ຖ້າກິນທຸກມື້ຈົນລະດັບບາຫຼອດໃນເລືອດສູງກວ່າ 5.8 micrograms/liter ກໍອາດຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ລະບົບປະສາດ, ກ້າມຊີ້ນອ່ອນເພຍ, ບັນຫາການຫາຍໃຈ ອາລົມປ່ຽນແປງ, ການເຄື່ອນໄຫວຜິດປົກກະຕິ, ຄວາມບົກຜ່ອງທາງດ້ານສາຍຕາ ແລະ ການສື່ສານ.

ນອກຈາກນັ້ນ, ຄວນລະວັງໃນການກິນປາແຊລມອນດິບ ຫຼື ອາຫານທະເລແບບດິບ. ອີງຕາມການສຶກສາຂອງນັກຄົ້ນຄວ້າ University of Washington ອາຫານທະເລອາດມີແມ່ພະຍາດ, ໜອນທະເລ, ປໍລະສິດ ທີ່ອາດສົ່ງຜົນຕໍ່ລະບົບທາງເດີນອາຫານ ແລະ ລໍາໄສ້, ເຮັດໃຫ້ເກີດຄວາມສ່ຽງຕໍ່ອາຫານເປັນພິດໄດ້.

ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 7 ປີ ແລະ ແມ່ຍິງທີ່ກຳລັງຖືພາຄວນຫຼີກເວັ້ນການກິນອາຫານທີ່ປົນເປື້ອນສານ ບາຫຼອດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/