ຜັກໜອກບໍ່ພຽງແຕ່ແກ້ຊ້ຳໃນເທົ່ານັ້ນ ແຕ່ມັນຍັງມີຄຸນປະໂຫຍດດີໆອີກຫຼາຍຢ່າງທີ່ທ່ານບໍ່ເຄີຍຮູ້


ຜັກໜອກເປັນພືດສະໝຸນໄພທີ່ມີຕົ້ນກຳເນີດໃນແຖບອາຊີ ເປັນພືດລົ້ມລຸກຂະໜາດນ້ອຍ ເມື່ອນຳມາຮັບປະທານຈະມີກິ່ນຂິວ ແລະ ມີລົດຂົມຫວານ ເຮົາມັກຈະເອົາມັນມາຄັ້ນເອົານ້ຳເພື່ອດື່ມແກ້ອາການຊ້ຳໃນຢ່າງທີ່ຫຼາຍຄົນຮູ້ກັນ, ແຕ່ຄວາມເປັນຈິງແລ້ວຜັກໜອກມີສັບພະຄຸນຫຼາກຫຼາຍ ຈົນໄດ້ຮັບການກ່າວຂານວ່າສາມາດປິ່ນປົວໂຣກໄດ້ຫຼາຍຊະນິດເຊັ່ນ: ໂຣກບ້າໝູ, ໂຣກຜິວໜັງ, ອາການຖອກທ້ອງ, ທ້ອງອືດ, ແຜໃນກະເພາະອາຫານ, ມີລິດໃນການກ່ອມປະສາດ, ຊ່ວຍບຳລຸງສະໝອງ, ເພີ່ມຄວາມຈຳ, ລົດຄວາມເມື່ອຍລ້າຂອງສະໝອງ…

ນອກຈາກນີ້ຜັກໜອກຍັງສາມາດແກ້ອາການຊ້ຳໃນ ລົດຜ່ອນການອັກເສບ, ເສີມສ້າງ ແລະ ກະຕຸ້ນການຜະລິດ collagen ແລະ elastic ເພື່ອເຮັດໃຫ້ຜິວຜັນສົດໃສ, ເນື່ອງຈາກຜັກໜອກມີວິຕາມິນເອສູງ ຈຶ່ງຊ່ວຍບຳລຸງຕາ ແລະ ສາຍຕາຂອງເຮົາ, ປ້ອງກັນໂຣກສະໝອງເສື່ອມ ແລະ ລົດຜ່ອນຄວາມຄຽດ, ບັນເທົາອາການເຈັບຄໍ ຮ້ອນໃນ ແລະ ກະຫາຍນ້ຳໄດ້ດີ, ສຳລັບໃຜທີ່ເປັນໂຣກເບົາຫວານກໍສາມາດຮັບປະທານຜັກໜອກເພື່ອຊ່ວຍລົດນ້ຳຕານໃນເລືອດໄດ້, ປິ່ນປົວໂຣກຄວາມດັນເລືອດສູງ ແລະ ຍັງບຳລຸງເລືອດສຳລັບຜູ້ທີ່ມີພາວະເລືອດຈາງ.

ໂດຍວິທີການເຮັດນ້ຳຜັກນອກກິນເອງຢູ່ເຮືອນກໍແສນຈະງ່າຍດາຍ ພຽງແຕ່ທ່ານນຳເອົາຜັກໜອກມາລ້າງໃຫ້ສະອາດ, ຕັດກ້ານ ແລະ ໃບເປັນຕ່ອນໆ ປະມານ 2-3 ຕ່ອນ. ຫຼັງຈາກນັ້ນກໍນຳມາປັ່ນລວມກັບນ້ຳດື່ມປົກກະຕິ ໂດຍເທນ້ຳໃສ່ໃຫ້ຖ້ວມຜັກໜອກ, ເມື່ອປັ່ນຈົນເປັນເນື້ອລະອຽດກໍກອງເອົາແຕ່ນ້ຳ ອາດຈະມີການປຸງຣົດຊາດດ້ວຍນ້ຳເຜິ້ງ ຫຼື ນ້ຳເຊື່ອມເລັກນ້ອຍເພື່ອລົດຄວາມຂົມ ຫຼື ບໍ່ໃສ່ກໍໄດ້.

ກະຊວງສາທາລະນະສຸກແນະນຳໃຫ້ດື່ມຄັ້ງລະ 120 – 200 ml ວັນລະ 3 ຄັ້ງ ຫຼັງອາຫານ ຫຼື ອາດຈະດື່ມຫຼາຍກວ່ານີ້ກໍໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/