ເມື່ອຮູ້ສຶກທໍ້ ຈະເຮັດແນວໃດໃຫ້ມີແຮງລຸກຂຶ້ນສູ້?


ມະນຸດເຮົາມີຫຼາຍອາລົມໃນຄົນດຽວກັນ ໃນມື້ໜຶ່ງຕ້ອງພົບກັບເລື່ອງຕ່າງໆທີ່ເຂົ້າມາ ມີທັງເລື່ອງດີ ແລະ ເລື່ອງບໍ່ດີ ປະປົນກັນໄປ. ບາງວັນກໍປຽບໄປດ້ວຍວັນແຫ່ງຄວາມສຸກ ບໍ່ມີສິ່ງອື່ນໃດໃຫ້ຄິດເລື່ອງທີ່ເປັນຄວາມທຸກ, ບາງມື້ກໍມີແຕ່ຄວາມທຸກໃຈ ຄວາມຕຶງຄຽດ ຄວາມອ່ອນລ້າອິດເມື່ອຍ ຈາກຫຼາຍໆຢ່າງທີ່ໄດ້ພົບພໍ້ ແລະ ບາງຄົນກໍມີເລື່ອງທໍ້ຢູ່ຕະຫຼອດເວລາ ເນື່ອງຈາກມີເລື່ອງທີ່ຕ້ອງໃຫ້ຄິດ ປະກອບກັບຫາວິທີການແກ້ໄຂ ຈົນບາງຄັ້ງກໍຫາວິທີ່ອື່ນໆມາແກ້ໄຂຕົນເອງ ເພື່ອບໍ່ໃຫ້ເປັນຄົນທີ່ບໍ່ຕ້ອງຄິດຫຍັງຫຼາຍ ກັບກາຍເປັນວ່າຍິ່ງຄຽດເຂົ້າໄປຍິ່ງຕື່ມໄປອີກ ການເອົາຊະນະໃຈຕົນເອງກໍເປັນສິ່ງທີ່ຍາກເຊັ່ນດຽວກັນ.

ການທີ່ປະສົບບັນຫາດັ່ງກ່າວ ມັນຈະສົ່ງຜົນກະທົບທັງຈິດໃຈ ແລະ ຮ່າງກາຍຂອງເຮົາ ໂດຍປາສະຈາກບໍ່ໄດ້ ເພາະບາງຄົນທີ່ທໍ້ອາດຈະໜັກໜ່ວງທີ່ສຸດ. ສະນັ້ນ ການທີ່ເຮົາຈະເອົາຊະນະຄວາມເມື່ອຍ ຄວາມທໍ້ ແລະ ອື່ນໆນັ້ນ ກໍມີຫຼາຍວິທີ. ເຊິ່ງອາດຈະສາມາດຊ່ວຍໄດ້ບໍ່ໜ້ອຍກໍຫຼາຍ ຫຼັກໆກໍຄືຕ້ອງຫ້າມໃຈຫ້າມຄວາມຄິດຂອງຕົນເອງໃຫ້ໄດ້.

ກ່ອນອື່ນໝົດໃຫ້ຄິດເຫັນມື້ທຳອິດທີ່ຍັງບໍ່ໄດ້ເລີ່ມຕົ້ນເຮັດສິ່ງນີ້: ການທີ່ເຮົາຮູ້ສຶກທໍ້ຄືການທີ່ເຮົາຮູ້ສຶກສິ້ນຫວັງ ດັ່ງນັ້ນ, ເຮົາອາດຕ້ອງກັບໄປທົບທວນເຖິງຕອນທຳອິດທີ່ເຮົາໄດ້ເລີ່ມຕົ້ນເປົ້າໝາຍຂອງເຮົາ ວ່າເຮົາເຮັດສິ່ງນີ້ໄປເພື່ອຫຍັງ ຄວາມຫວັງຂອງເຮົາຄືຫຍັງ ເພື່ອດຶງຄວາມຮູ້ສຶກນັ້ນກັບມາອີກຄັ້ງ ແລະ ນຳມາເປັນແຮງສູ້ໃນການເດີນໜ້າຕໍ່ໄປໃຫ້ເຖິງເປົ້າໝາຍ.

ຢ່າຄາດຫວັງເຖິງຜົນໄວເກີນໄປ

ການທີ່ເຮົາເລີ່ມຕົ້ນເຮັດຫຍັງຈັກຢ່າງ ກໍຄືກັບການປູກຕົ້ນໄມ້ ເມື່ອເຮົາໄດ້ປູກແກ່ນຕົ້ນໄມ້ ເຮົາຕ້ອງຫົດ ຕ້ອງໃສ່ຝຸ່ນ ເປັນຂັ້ນຕອນໄປ ແລະ ຕ້ອງໃຊ້ເວລາ ເພື່ອທີ່ຕົ້ນໄມ້ຈະໃຫຍ່ ຈະເລີນເຕີບໂຕຢ່າງສວຍງາມ ຊີວິດຂອງເຮົາກໍປຽບດັ່ງຕົ້ນໄມ້ໄດ້ເຊັ່ນດຽວກັນ. ຖ້າຢາກໃຫ້ຕົ້ນໄມ້ນັ້ນງາມ ຫຼື ມີໝາກຜົນໄວໆ ເຮົາກໍຕ້ອງດຸໝັ່ນ ເພີ່ມພູນຄວາມສາມາຂອງຕົນເອງ ຖ້າເຮົາມີຄວາມພະຍາມຍາມ ຄວາມສາມາດ ເຮົາກໍຈະປະສົບຜົນສຳເລັດໄດ້ບໍ່ຊ້າກໍໄວ.

ປ່ຽນບັນຍາກາດ ທົດລອງວິທີໃໝ່ໆ

ບາງຄັ້ງເຮົາອາດຈະບໍ່ໄດ້ທໍ້ ແຕ່ເປັນເພາະຄວາມເບື່ອ ເຊິ່ງເຮົາຕ້ອງລອງຫາເຮັດສິ່ງໃໝ່ໆ ໃນການໄປເຖິງເປົ້າໝາຍຂອງຕົນເອງ ຖ້າຫາກມີເປົ້າໝາຍໃນການພັດທະນາຕົນເອງ ກໍອາດປ່ຽນວິທີຈາກການຮຽນໃນຫ້ອງຮຽນ ເປັນການລອງເຮັດກິດຈະກຳອື່ນໆ ຫຼື ຫາໝູ່ຮຽນໄປດ້ວຍກັນຫາກມີເປົ້າໝາຍ. ຕົວຢ່າງ: ການລົດນ້ຳໜັກຕ້ອງມີເພື່ອນຮ່ວມນຳ ໄປຫາສິ່ງໃໝ່ໆທີ່ເຮັດໃຫ້ຕົນເອງສົດໃສມີຄວາມສຸກຂຶ້ນ.

ຈັດຕາຕະລາງຊີວິດໃໝ່ໃຫ້ສົມດຸນ

ບາງທີອາດບໍ່ໄດ້ທໍ້ແຕ່ພຽງແຕ່ເມື່ອຍ ການມຸ່ງໜ້າເພື່ອໃຫ້ເຖິງເປົ້າໝາຍ ອາດເຮັດໃຫ້ເຮົາຮູ້ສຶກເມື່ອຍ ແລະ ກົດດັນເກີນໄປ. ລອງຢຸດພັກຜ່ອນໜ້ອຍໜຶ່ງ ແລ້ວຈັດຕາຕະລາງຊີວິດໃໝ່ໃຫ້ສົມດຸນຫຼາຍຂຶ້ນ ເຊັ່ນ: ແບ່ງເວລາໄປໃຫ້ກັບເປົ້າໝາຍ ແບ່ງເວລາພັກຜ່ອນໃຫ້ເໝາະສົມ.

ຍ້ອງຕົນເອງວ່າເກັ່ງ ແລະ ອົດທົນ

ເມື່ອເຮົາເດີນທາງມາຮອດເປົ້າໝາຍແລ້ວ ແລະ ເລີ່ມຮູ້ສຶກທໍ້ ເຮົາອາດຕ້ອງໄດ້ພັກທົບທວນ ວ່າຜ່ານໄດ້ເຮັດຫຍັງລົງໄປ ຄວນຄິດວ່າສິ່ງໃດເຮົາເຮັດໄປແລ້ວສຳເລັດ ສົ່ງເສີມໃຫ້ກຳລັງໃຈຕົນເອງກັບຄວາມພະຍາຍາມທີ່ຜ່ານມາວ່າເກັ່ງຫຼາຍເທົ່າໃດ.

ໃຫ້ຮາງວັນຕົນເອງ

ຄວາມພະຍາຍາມເຮົາມັນມີຄຸນຄ່າສະເໝີ ການໃຫ້ຮາງວັນຕົນເອງເປັນຈິດຕະວິທະຍາຢ່າງໜຶ່ງທີ່ຈະຊ່ວຍສ້າງແຮງບັນດານໃຈໃຫ້ເຮົາເຮັດສິ່ງຕໍ່ໄປໄດ້ສຳເລັດ ຄຳວ່າຮາງວັນບໍ່ຈຳເປັນຕ້ອງຖ້າໃຜມາໃຫ້ ເມື່ອປະສົບຜົນສຳເລັດເຮົາກໍສາມາດໃຫ້ຕົນເອງໄດ້ ເປັນຕົ້ນການໃຫ້ກຳລັງຕົນເອງ, ຊື້ຂອງຂວັນໃຫ້ຕົນເອງ, ຫາຄວາມສຸກໃຫ້ໂຕເອງ ແລະ ອື່ນໆ.

ສ້າງແຮງບັນດານໃຈໃນການເຮັດວຽກ

ພະນັກງານຫ້ອງການທີ່ເຮົາເຮັດວຽກຊ້ຳໆ ກໍອາດຮູ້ສຶກເບື່ອວຽກ ແລະ ໝົດແຮງບັນດານໃຈ. ຫຼັກໆແມ່ນທົບທວນເປົ້າໝາຍ ສ້າງແຮງບັນດານໃຈໃຫ້ຕົນເອງ, ຫາສິ່ງແວດລ້ອມທີ່ເປັນພະລັງບວກ, ເປີດມຸມມອງໃໝ່ໆ ແລະ ເພີ່ມກິດຈະກຳໃໝ່ໆໃນແຕ່ລະມື້.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/