ປານໄດ້ໄປເຕັ້ນໜ້າເວທີ! ມະຫາວິທະຍາໄລຈາກໄທ ເປີດຕົວ “ໝໍລຳ ເມຕ້າເວີສ” ສົ່ງເສີມການຮຽນຮູ້ວັດທະນະທຳ ຜ່ານໂລກສະເໝືອນດິຈິຕອລ


ມະຫາວິທະຍາໄລຂອນແກ່ນ ຈາກປະເທດໄທ ເປີດຕົວ ໂລກສະເໝືອນ ໝໍລຳ ຫຼື MorLam Metaverse ພາຍໃຕ້ໂຄງການຄົ້ນຄວ້າໝໍລໍາ ແລະ ເສດຖະກິດສ້າງສັນ ໃນຫົວຂໍ້ ວິຖີການຫັນປ່ຽນນະວັດຕະກໍາ ແລະ ຜູ້ປະກອບການດ້ານວັດທະນະທໍາໃນສັງຄົມໂລກສະເໝືອນ ສົ່ງເສີມການຮຽນຮູ້ວັດທະນະທຳ ຜ່ານໂລກສະເໝືອນດິຈິຕອລ.

ການອອກແບບ MoLam Metaverse ແມ່ນມີຈຸດປະສົງເພື່ອເປີດພື້ນທີ່ ແລະ ຊ່ອງທາງໃໝ່ສໍາລັບການຮຽນຮູ້ໃນຍຸກດິຈິຕອລໂດຍໃຊ້ກົນໄກ ແລະ ຫຼັກການຂອງ Metaverse, ບ່ອນທີ່ຜູ້ໃຊ້ສາມາດເຂົ້າເຖິງແຫຼ່ງການຮຽນຮູ້ຈາກທຶນທາງ ວັດທະນະທໍາກໍຄື ໝໍລຳ ໄດ້ຈາກທຸກບ່ອນທຸກເວລາ ແລະ ສະເໝືອນຈິງ.

ນອກຈາກນັ້ນ, ພື້ນທີ່ MoLam Metaverse ຍັງສາມາດເຊື່ອມຕໍ່ກັບແຜນທີ່ວັດທະນະທຳ (Culture Map) ເຊິ່ງເປັນລະບົບຕ່ອງໂສ້ການສະໜອງທີ່ກ່ຽວຂ້ອງກັບການດໍາເນີນທຸລະກິດພາຍໃຕ້ກຸ່ມໝໍລຳ, ເຊິ່ງຈະຊ່ວຍສົ່ງເສີມ ແລະ ຍົກສູງການຮັບຮູ້ ເຊິ່ງບໍ່ພຽງແຕ່ໝໍລຳເທົ່ານັ້ນ ແຕ່ມັນຍັງເພີ່ມການເຂົ້າເຖິງທຸລະກິດທີ່ກ່ຽວຂ້ອງອື່ນໆອີກນຳ.

ໃນອະນາຄົດພື້ນທີ່ຂອງ MoLam Metaverse ຈະສາມາດຂະຫຍາຍໄປສູ່ກິດຈະກໍາອື່ນໆ ແລະ ຊ່ອງທາງອື່ນໆໄດ້ເມື່ອເທັກໂນໂລຢີໃໝ່ໆເຂົ້າມາຮອດ ເຊິ່ງເປັນຊ່ອງທາງເຜີຍແຜ່ຄວາມຮູ້, ເລື່ອງລາວ ແລະ ທຸລະກິດທີ່ກ່ຽວຂ້ອງກັບຕ່ອງໂສ້ການສະໜອງຂອງວົງການໝໍລຳ.

ນອກຈາກນີ້ ຍັງເປັນການສົ່ງເສີມການນໍາໃຊ້ເຄື່ອງມືດິຈິຕອລໃນຮູບແບບໃໝ່ ສໍາລັບກຸ່ມຜູ້ປະກອບການໝໍລຳ ແລະ ສາມາດສ້າງປະສົບການໃໝ່ໃຫ້ກັບກຸ່ມຜູ້ໃຊ້ ເພື່ອຂະຫຍາຍກຸ່ມລູກຄ້າທີ່ສາມາດຊົມການສະແດງແບບໝໍລຳໄດ້ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະກຸ່ມທີ່ບໍ່ຮູ້ຈັກ ໝໍລຳ ມາກ່ອນ.

ດຣ.ສີລິສັກ ລໍຈັນຄຳ ຫົວໜ້າໂຄງການຄົ້ນຄວ້າກ່າວວ່າ “ມໍລະດົກ ທາງວັດທະນະທຳໃນ Metaverse ນີ້ເກີດຂຶ້ນຈາກການຕັ້ງຄໍາຖາມພື້ນຖານງ່າຍໆວ່າ ໃນຍຸກທີ່ Metaverse ມີອິດທິພົນຕໍ່ສັງຄົມແບບນີ້ ໝໍລໍາ ຈະເຂົ້າໄປໃນໂລກແບບນັ້ນໄດ້ແນວໃດ ພວກເຮົາບໍ່ຮູ້ວ່າຜົນໄດ້ຮັບຈະເປັນແນວໃດ ແຕ່ພວກເຮົາຕ້ອງການທົດລອງ, ທົດສອບ ແລະ ນໍາໃຊ້ພື້ນທີ່ນີ້ເປັນພື້ນທີ່ຊ່ວຍສ້າງແນວຄວາມຄິດ ແລະ ນະວັດຕະກໍາໃໝ່ໆ ທີ່ຈະຊ່ວຍສ້າງໝໍລຳໃຫ້ທັນກັບຍຸກດິຈິຕອລ”

ດຣ.ສີລິສັກ ລໍຈັນຄຳ  ເສີມອີກວ່າ: “MoLam Metaverse ເປັນນະວັດຕະກໍາດ້ານດິຈິຕອລ. ເພີ່ມພື້ນທີ່ໃຫ້ທັງຜູ້ທີ່ຮູ້ ແລະ ບໍ່ຮູ້ຈັກ ໝໍລຳ ເພື່ອເຂົ້າເຖິງມູນມໍລະດົກທາງວັດທະນະທຳນີ້ໄດ້ງ່າຍຂຶ້ນ. ​ໃນ​ການ​ຄົ້ນ​ຄວ້າ​ຄັ້ງ​ນີ້, ຄະນະ​ຄົ້ນຄວ້າ​ມີ​ຈຸດປະສົງ​ເພື່ອ​ສຶກສາ ​ແລະ ທົດ​ລອງ​ກ່ຽວກັບ ໝໍລຳໝູ່ ຫຼື ໝໍລຳແບບຕໍ່ກອນ”.

ໂດຍ MoLam Metaverse ຈາກມະຫາວິທະຍາໄລຂອນແກ່ນຄັ້ງນີ້ທາງນັກວິໄຈ ໄດ້ແບ່ງອອກເປັນ 2 ເຂດປະກອບມີ: ເຂດທີ 1 ເປີດ​ໂລກໝໍລຳ ເຊິ່ງເປັນພື້ນທີ່ສ່ວນກາງ ໃຫ້ຄົນໄດ້ເຫັນບັນຍາກາດໜ້າເວທີ ການສະແດງຮ້ອງເພງ ເຕັ້ນລຳຕ່າງໆ ມີຜູ້ເຂົ້າຮ່ວມຄົນອື່ນໆ  ມາຮ່ວມກັນສ້າງບັນຍາກາດແບບເວທີໝໍລຳແທ້ໆ.

ສ່ວນເຂດ 2 ແມ່ນຄ້າຍໆກັບຫໍພິພິທະພັນໝໍລຳ ເຊິ່ງເປັນບ່ອນວາງສະແດງເພື່ອການສຶກສາກ່ຽວກັບໝໍລຳ ເຊິ່ງໄດ້ແບ່ງອອກເປັນ 4 ໄລຍະໃຫຍ່ໆ ປະກອບມີ: ໄລຍະທີ 1 ຕົ້ນກຳເນີດຂອງ ໝໍລຳ, ໄລຍະທີ 2 ຍຸກທີ່ພັດທະນາມາຈາກໝໍລໍາພື້ນມາສູ່ໝໍລໍາໝູ່, ໄລຍະທີ 3 ເປັນຍຸກທີ່ພັດທະນາເປັນຄອນເສີດໝໍລຳ ແລະ ໝໍລຳແບບຕໍ່ກອນ ແລະ ໄລຍະທີ 4 ແມ່ນຍຸກທີ່ນຳເອົາ ໝໍລຳ ເຂົ້າມາສູ່ໂລກສະເໝືອນຈິງ ນັ້ນເອງ.

ເອີ້ນໄດ້ວ່າເປັນອີກໜຶ່ງໂຄງການທີ່ຈະຊ່ວຍຮັກສາມູນເຊື້ອ ແລະ ມໍລະດົກທາງວັດທະນະທຳ ໃຫ້ທັນໂລກທັນສະໄໝ ພ້ອມຍັງເປັນການເຜີຍແຜ່ ແລະ ສົ່ງເສີມກິດຈະກຳ ແລະ ບັນດາທຸລະກິດທີ່ກ່ຽວຂ້ອງ ໃຫ້ອອກສູ່ສາຍຕາຂອງຄົນທົ່ວໂລກໄດ້ຫຼາຍຂຶ້ນອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/