ປາກົດການດາວຫາງລີໂອນາດ ດາວຫາງທີ່ສະຫວ່າງທີ່ສຸດໃນຮອບປີ ຖ້າພາດເທື່ອນີ້ ຕ້ອງຖ້າເບິ່ງເທື່ອຕໍ່ໄປອີກ 80,000 ປີ!


ດາວຫາງ ລີໂອນາດ ຫຼື C/2021 A1 (Leonard) ເປັນດາວຫາງທີ່ສະຫວ່າງທີ່ສຸດໃນຮອບປີ 2021 ແລະ ອາດຈະສາມາດເບິ່ງເຫັນດ້ວຍຕາເປົ່າ (ຖ້າຫາກວ່າຫາສະຖານທີ່ເບິ່ງທີ່ມືດພໍ) ຫຼື ສາມາດຕິດຕາມໄດ້ທີ່ແອັບ: Light Pollution Map – Dark Sky (LPM).

ດາວຫາງດັ່ງກ່າວ ສາມາດເບິ່ງໄດ້ຕັ້ງແຕ່ວັນທີ 1-31 ທັນວາ ໃນຕອນເຊົ້າມືດ ປະມານ 05:00 ທາງທິດຕາເວັນອອກສຽງເໜືອ.

ໃນວັນທີ 9 ທັນວາມັນກຳລັງຈະເຂົ້າໃກ້ໂລກ ແລະ ສະຫວ່າງທີ່ສຸດໃນມື້ນີ້.

ມັນເຂົ້າໃກ້ໂລກທີ່ສຸດວັນທີ 12 ທັນວາ. ຫຼັງຈາກນັ້ນ ວັນທີ 10-17 ທັນວາ ອາດຈະເບິ່ງບໍ່ເຫັນແລ້ວ ເພາະມັນໂຄຈອນເຂົ້າໄປໃກ້ດວງຕາເວັນ ແລະ ເສັ້ນຂອບຟ້າ.

ວັນທີ 18 ທັນວາ ດາວຫາງຈະເຄື່ອນຍ້າຍຈາກທິດຕາເວັນອອກສຽງເໜືອ ມາເປັນທິດຕາເວັນຕົກສຽງໃຕ້ ແລະ ເຮົາສາມາດເບິ່ງເຫັນໄດ້ໃນເວລາ 19:00. ຫຼັງຈາກວັນທີ 18 ທັນວາ ມັນຈະລົດຄວາມສະຫວ່າງລົງເລື້ອຍໆຈົນເຮົາບໍ່ສາມາດແນມເຫັນໄດ້ອີກຕໍ່ໄປ.

ທີ່ມາ: https://cutt.ly/qYsJ09r

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/