Mark Williams ອະດີດແຊ້ມສະນຸກເກີ້ 3 ສະໄໝ ອອກມາຂໍໂທດແຟນໆ ແລະ ຄູ່ແຂ່ງ ທີ່ຫຼັບລະຫວ່າງແຂ່ງຂັນ


Mark Williams ນັກສະນຸກເກີ້ອະດີດແຊ້ມໂລກ 3 ສະໄໝ ອອກມາຂໍໂທດແຟນໆ ແລະ ຄູ່ແຂ່ງ ຫຼັງຫຼັບລະຫວ່າງການແຂ່ງຂັນ.

ເຫດການໃນຄັ້ງນີ້ເກີດຂຶ້ນໃນການແຂ່ງຂັນສະນຸກເກີ້ ຢູເຄ ແຊ້ມປ້ຽນຊິບ ລາຍການ UK Championship ເຊິ່ງ Mark ອະດີດແຊ້ມໂລກ 3 ສະໄໝ ຕົກຮອບ 2 ຫຼັງເສຍໃຫ້ກັບ Anthony Hamilton 5 ຕໍ່ 6 ເຟມ.

ໃນເລື່ອງທີ່ເປັນປະເດັນນັ້ນ ແມ່ນການທີ່ Mark ໄປຫຼົງຫຼັບໃນລະຫວ່າງການແຂ່ງຂັນ ຂະນະທີ່ຄູ່ແຂ່ງກຳລັງນຳຢູ່ 2-3 ເຟມ ແຕ່ລາວໄດ້ຫຼັບແບບບໍ່ໄດ້ເບິ່ງເກມ ຫຼື ຄູ່ແຂ່ງວ່າກຳລັງເຄື່ອນໄຫວໃນຮູບແບບໃດ. ຈາກນັ້ນບໍ່ດົນລາວກໍໄດ້ຕື່ນຂຶ້ນຢ່າງໄວ ແລະ ຕັ້ງສະຕິຢ່າງຮີບດ່ວນ ແລ້ວກໍແຂ່ງຂັນຕໍ່ໄປ.

Mark ບອກວ່າ ຕອນທີ່ຕື່ນຂຶ້ນມາ ກໍຮູ້ສຶກບໍ່ເຂົ້າໃຈກັບຕົນເອງ ເພາະຕະຫຼອດໄລຍະເວລາ 30 ປີທີ່ຜ່ານມາໃນການເປັນນັກສະນຸກເກີ້ອາຊີບ ບໍ່ເຄີຍຫຼັບໃນການແຂ່ງຂັນເລີຍ, ແຕ່ມາຄັ້ງນີ້ກັບຫຼັບໂດຍບໍ່ຮູ້ສຶກຕົວ ທັງແປກ ແລະ ຕົກໃຈ ທີ່ຕົນເອງຫຼັບ.

ສາເຫດທີ່ຫຼັບນັ້ນ ກ່ອນໜ້ານີ້ Mark ໄດ້ກວດພົບເຊື້ອໂຄວິດ-19 ໃນເດືອນກັນຍາ 2021 ທີ່ຜ່ານມາ ແລະ ລາວຄິດວ່າອາດຈະເປັນຍ້ອນສາເຫດນັ້ນ ເພາະຕັ້ງແຕ່ກວດພົບເຊື້ອຈົນຫາຍດີ ແຕ່ກໍຍັງມີຄວາມຮູ້ສຶກອິດເມື່ອຍ ຮ່າງກາຍບໍ່ສົມບູນແບບເທົ່າທີ່ຄວນ.

ເຫດການດັ່ງກ່າວ ໄດ້ເຜີຍແຜ່ອອກໄປສູ່ສັງຄົມໃນບາງສ່ວນເກີດມີກະແສຂຶ້ນໃນທັນທີ, ແຕ່ທາງ Mark ເອງກໍໄດ້ອອກມາຂໍໂທດທາງແຟນໆ ແລະ ຄູ່ແຂ່ງ ເປັນທີ່ຮຽບຮ້ອຍແລ້ວ. ພ້ອມກັນນີ້ ຍັງບອກອີກວ່າ ຈະຟື້ນຟູຮ່າງກາຍຕົນເອງໃຫ້ກັບມາເປັນປົກກະຕິ, ແຂງແຮງ, ສົດຊື່ນສົດໃສ ແລະ ກຽມພ້ອມການແຂ່ງຂັນໃນເດືອນໜ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/