Apple ເຜີຍລາຍຊື່ Application ແລະ Games ທີ່ໄດ້ຮັບຮາງວັນ App Store Award ປະຈຳປີ 2021


ເມື່ອກ້າວເຂົ້າສູ່ໄລຍະເດືອນສຸດທ້າຍຂອງປີ ບໍລິສັດນ້ອຍ-ໃຫຍ່ ຫຼື ອຸດສາຫະກຳຕ່າງໆທົ່ວໂລກ ກໍຈະອອກມາສະຫຼຸບຍອດ ຫຼື ຈັດອັນດັບຕ່າງໆປະຈຳປີ. ແລະໃນວັນທີ 2 ທັນວາທີ່ຜ່ານມານີ້ ທາງ Apple ໄດ້ມີການອອກມາເປີດເຜີຍລາຍຊື່ Application ທີ່ໄດ້ຮັບຮາງວັນ App Store Award ປະຈຳປີ 2021 ໂດຍໄດ້ຍ້ອງຍໍ 15 ແອັບ ແລະ ເກມທີ່ດີທີ່ສຸດທີ່ສາມາດຊ່ວຍໃຫ້ຜູ້ໃຊ້ເຂົ້າເຖິງຄວາມມັກສ່ວນຕົວ ຄົ້ນພົບຊ່ອງທາງທີ່ສ້າງສັນ ເຊື່ອມຕໍ່ກັບຜູ້ຄົນ ແລະ ປະສົບການໃໝ່ໆ ໂດຍແອັບແລະເກມ ທີ່ໄດ້ຮັບຮາງວັນແມ່ນໄດ້ຮັບການຄັດເລືອກຈາກທາງບັນນາທິການຂອງ Apple store ທົ່ວໂລກ ເຊິ່ງຈະມີແອັບໃດຕິດອັນດັບເຮົາມາຕິດຕາມໄດ້ເລີຍ.

 ປະເພດຂອງ Application ດີເດັ່ນປະຈຳປີໃນອຸປະກອນຕ່າງໆຂອງ Apple

App ດີເດັ່ນປະຈຳປີ ສຳລັບ iPhone: Toca Life World, ຈາກ Toca Boca.

App ດີເດັ່ນປະຈຳປີ ສຳລັບ iPad: LumaFusion, ຈາກ LumaTouch.

App ດີເດັ່ນປະຈຳປີ ສຳລັບ Mac: Craft, ຈາກ Luki Labs Limited.

App ດີເດັ່ນປະຈຳປີ ສຳລັບ Apple TV: DAZN, ຈາກ DAZN Group.

App ດີເດັ່ນປະຈຳປີ ສຳລັບ Apple Watch: Carrot Weather, ຈາກ Grailr.

ປະເພດຂອງ Games ດີເດັ່ນປະຈຳປີໃນອຸປະກອນຕ່າງໆຂອງ Apple

Game ດີເດັ່ນປະຈຳປີ ສຳລັບ iPhone: “League of Legends: Wild Rift”, ຈາກ Riot Games.

Game ດີເດັ່ນປະຈຳປີ ສຳລັບ iPad: MARVEL “Future Revolution”, ຈາກ Netmarble Corporation.

Game ດີເດັ່ນປະຈຳປີ ສຳລັບ Mac: “Myst”, ຈາກ Cyan.

Game ດີເດັ່ນປະຈຳປີ ສຳລັບ Apple TV: “Space Marshals 3,” ຈາກ Pixelbite.

Game ດີເດັ່ນປະຈຳປີ ສຳລັບ Apple Arcade: “Fantasian”, ຈາກ Mistwalker.

ນອກຈາກການຍ້ອງຍໍແອັບແລະເກມທີ່ດີທີ່ສຸດເທິງອຸປະກອນຂອງ Apple ແລ້ວ ບັນນາທິການ ​App Store ທົ່ວໂລກຂອງ Apple ຍັງມອບຮາງວັນ ກະແສແຫ່ງປີ ໃນດ້ານ ”ການເຊື່ອມຕໍ່” ໃຫ້ບັນດາແອັບທີ່ສາມາດນຳຜູ້ຄົນມາລວມກັນໃນຮູບແບບທີ່ມີຄວາມໝາຍ ໃນຂະນະດຽວກັນແມ່ນຕ້ອງໄດ້ສະໜອງຄວາມຕ້ອງການທາງສັງຄົມ, ຄວາມເປັນສ່ວນຕົວ ແລະ ສາຂາອາຊີບສຳລັບຜູ້ໃຊ້ທົ່ວໂລກ
ເຊິ່ງລາຍຊື່ລຸ່ມນີ້ແມ່ນແອັບທີ່ໄດ້ຮັບຮາງວັນ ກະແສແຫ່ງປີ ໃນດ້ານ “ການເຊື່ອມຕໍ່”.

Among Us!, ຈາກ Innersloth

Bumble, ຈາກ Bumble Inc.

Canva, ຈາກ Canva

EatOkra, ຈາກ Anthony Edwards Jr. and Janique Edwards

Peanut, ຈາກ Peanut App Limited

ປີ 2021 ກໍນັບໄດ້ວ່າເປັນປີທີ່ຫຼາຍໆ ແອັບ ແລະ ເກມ ປະສົບຄວາມສຳເລັດໃນດ້ານຕ່າງໆເທິງ App Store ຂອງ Apple. ນອກຈາກນີ້ ກໍເປັນເວລາກວ່າທົດສະວັດແລ້ວທີ່ Apple ໄດ້ມອບຮາງວັນຍ້ອງຍໍແອັບແລະເກມທີ່ດີທີ່ສຸດໃນໄລຍະປາຍປີ ຂອງແຕ່ລະປີ ເພື່ອເປັນການຊົມເຊີຍ ແລະ ຍອມຮັບໃນຜົນງານຂອງທີມນັກພັດທະນາ Application ແລະ Game.

ຂອບໃຈຂໍ້ມູນຈາກ: https://cutt.ly/7YsUBP6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/