“ປະກາລັງຟອກຂາວ” ສັນຍານເຕືອນອັນຕະລາຍຕໍ່ລະບົບນິເວດ ທີ່ທຸກຄົນຕ້ອງໃຫ້ຄວາມສຳຄັນໃນການດູແລເພື່ອບໍ່ໃຫ້ພວກມັນສູນພັນ


ແນວປະກາລັງປຽບສະເໝືອນຜືນປ່າໄມ້ໃນມະຫາສະໝຸດ ເພາະແມ່ນໜຶ່ງໃນລະບົບນິເວດທີ່ມີຄວາມຫຼາກຫຼາຍທາງຊີວະນານາພັນທີ່ສຸດໃນໂລກ ໃນ​ແນວ​ປະ​ກາ​ລັງ​ດຽວ​ກັນ ອາດພົບປະ​ກາ​ລັງ​ຫຼາກຫຼາຍ​​ຊະ​ນິດ.​ ນອກເໜືອຈາກການເປັນຫຼັກແຫຼ່ງບ່ອນຢູ່ອາໄສ ແລະ ທີ່ພັກພິງຂອງສັດທະເລເກືອບ 25% ຂອງສັດທະເລທັງໝົດ, ແນວປະກາລັງຍັງຊ່ວຍກຳຈັດທາດໄນໂຕຣເຈນ ແລະ ຄາບອນ, ໃຫ້ໂພຊະນາການທີ່ດີ ທີ່ຈໍາເປັນຕໍ່ລະບົບນິເວດ ສົ່ງຜົນໃຫ້ມີຄວາມອຸດົມສົມບູນຂອງຕ່ອງໂສ້ອາຫານ.

“ພາວະໂລກຮ້ອນ” ໃນທຸກມື້ນີ້ນັບມື້ນັບທະວີຄວາມຮຸນແຮງຂຶ້ນ ກໍ່ໃຫ້ເກີດອັນຕະລາຍຕໍ່ຜູ້ຄົນ ແລະ ລະບົບນິເວດເປັນຈຳນວນຫຼາຍ. ໂດຍ “ປະກາລັງຟອກຂາວ” ຫຼື “Coral Bleaching” ຄືໜຶ່ງໃນສັນຍານເຕືອນຂອງວິກິດການໂລກຮ້ອນນີ້.

ປະກາລັງຟອກຂາວ ເປັນສິ່ງທີ່ມີຊີວິດທີ່ອ່ອນໄຫວຕໍ່ກັບການປ່ຽນແປງຂອງສິ່ງແວດລ້ອມໃນມະຫາສະໝຸດ, ການເພີ່ມຂຶ້ນຂອງອຸນຫະພູມໃນນ້ຳທະເລພຽງ 1-2 ອົງສາໃນໄລຍະ 3 ອາທິດ ກໍສາມາດເຮັດໃຫ້ປະກາລັງເກີດການຟອກຂາວຂຶ້ນໄດ້.

ໂດຍປົກກະຕິແລ້ວນັ້ນ ປະກາລັງ ແລະ ສາຫຼ່າຍ ດຳລົງຊີວິດຢູ່ຮ່ວມກັນ ແບບເພິ່ງພາກັນ ແລະ ກັນ (mutualism). ໂດຍສາຫຼ່າຍຈະເຮັດໜ້າທີ່ສັງເຄາະແສງເພື່ອສ້າງອາຫານ ຊ່ວຍເລັ່ງຂະບວນການສ້າງຫີນປູນ ລວມທັງການສ້າງສີສັນຕ່າງໆໃຫ້ແກ່ປະກາລັງ. ສ່ວນປະກາລັງນັ້ນກໍໃຫ້ທີ່ຢູ່ແກ່ສາຫຼ່າຍ ເຊິ່ງປົກກະຕິແລ້ວເນື້ອເຍື່ອຂອງປະກາລັງເປັນພຽງເນື້ອສີໃສໆເທົ່ານັ້ນ ສ່ວນສີສັນທີ່ເຮົາເຫັນໃນປະກາລັງນັ້້ນລ້ວນເປັນສີທີ່ໄດ້ຮັບມາຈາກສາຫຼ່າຍຊູແຊນເທວລີ (zooxanthellae) ເຊິ່ງອາດຈະເປັນສີແດງ, ສີສົ້ມ, ສີຂຽວ ຫຼື ສີນ້ຳຕານ ຂຶ້ນຢູ່ກັບຊະນິດຂອງສາຫຼ່າຍທີ່ເຂົ້າໄປອາໄສຢູ່ໃນປະກາລັງນັ້ນໆ.

ເມື່ອສະພາບແວດລ້ອມທະເລມີການປ່ຽນແປງ ຫຼື ມີສະພາວະທີ່ບໍ່ເໝາະສົມເຊັ່ນ: ອຸນຫະພູມທະເລເພີ່ມຂຶ້ນ ຫຼື ຄວາມເຄັມຂອງນໍ້າທະເລລົດລົງ ສາຫຼ່າຍຊູແຊນເທວລີ (zooxanthellae) ຈະໜີອອກຈາກປະກາລັງເພື່ອຄວາມຢູ່ລອດ ສົ່ງຜົນໃຫ້ປະກາລັງເຫຼືອພຽງເນື້ອເຍື່ອໃສໆ ເຜີຍໃຫ້ເຫັນໂຄງສ້າງຂອງຫີນປູນທີ່ຢູ່ພາຍໃນ ຫຼື ທີ່ເຮົາເອີ້ນວ່າ “ປະກາລັງຟອກຂາວ” ນັ້ນເອງ.

ທັງນີ້ ການທີ່ປະກາລັງສູນເສຍສາຫຼ່າຍຊູແຊນເທວລີ ມັນບໍ່ໄດ້ສົງຜົນກະທົບພຽງແຕ່ສີສັນພຽງຢ່າງດຽວ ແຕ່ມັນຍັງເຮັດໃຫ້ສານອາຫານທີ່ປະກາລັງເຄີຍໄດ້ຮັບນັ້ນລົດລົງ. ແຕ່ຖ້າສະພາບແວດລ້ອມມີການປ່ຽນແປງ ແລະ ກັບຄືນສູ່ສະພາບປົກກະຕິໃນໄລຍະເວລາສັ້ນໆ ສາຫຼ່າຍຊູແຊນເທວລີຈະກັບຄືນມາອາໄສຢູ່ໃນເນື້ອເຍື່ອປະກາລັງຄືເກົ່າ ເຮັດໃຫ້ປະກາລັງຟື້ນຕົວ ແລະ ສາມາດກັບຄືນສູ່ຊີວິດປົກກະຕິໄດ້ ແຕ່ຖ້າສະພາບແວດລ້ອມປ່ຽນແປງເປັນເວລາດົນນານ ປະ​ກາ​ລັງ​ຈະ​ເລີ່ມ​ອ່ອນ​ແອ​ລົງ ​ແລະ ​ຕາຍ​ຈົນ​ສູນ​ພັນ​ໃນ​ທີ່​ສຸດ.

ທີ່ມາ:

thairath.co.th

ngthai.com

oceanservice.noaa.gov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/