ສົນໃຈຮັບຈັກຈອກບໍ່? 7-Eleven ເປີດຕົວ “Slurpee NFT” ຫອມຫວານແບບດິຈິຕອລ ສາມາດຂຸດຟຣີໄດ້ແລ້ວໃນເຄືອຂ່າຍ Polygon


ເນື່ອງໃນໂອກາດວັນ “Slurpee Day” (11 ກໍລະກົດ ຫຼື 7/11), 7-Eleven ແຟຣນຊາຍຮ້ານສະດວກຊື້ລະດັບໂລກໄດ້ເປີດຕົວ Slurpee NFT ພ້ອມຂຸດຟຣີແບບບໍ່ເສຍຄ່າທຳນຽມໃນເຄືອຂ່າຍ Polygon.

Marissa Jarratt ຮອງປະທານບໍລິຫານຂອງ 7-Eleven ແລະ Chief Marketing & Sustainability Officer ກ່າວວ່າ “ເຮົາກຳລັງແນມຫາສິ່ງໃໝ່ໆ ເພື່ອສະເຫຼີມສະຫຼອງກັບລູກຄ້າໃນວັນ favorite ຢູ່ສະເໝີ”

ເກມສະສົມເຂົ້າໜົມຫວານທີ່ມີຈອກ Slurpee virtual ຂອງ 7-Eleven ຈະເປີດໃຫ້ຫຼິ້ນຜ່ານອຸປະກອນແບບພົກພາ ຫຼື ໂທລະສັບມືຖືເທົ່ານັ້ນ ໂດຍຈະມີນ້ຳປັ່ນສີ່ຣົດຊາດໄດ້ແກ່: Cherry, Blue Raspberry, Pina Colada, ແລະ Summertime Citrus.

ທັງນີ້ ນັກສະສົມ NFT ສາມາດເລືອກຣົດຊາດໃດກໍໄດ້ໂດຍບໍ່ລຽງຕາມລຳດັບ ແລະ ສະມາດປະສົມກັນເພື່ອສ້າງ Slurpee ໃນຝັນໄດ້ແບບຕາມໃຈ

ຫຼັງຈາກຕື່ມນ້ຳທີ່ເຮົາເລືອກຈົນເຕັມຈອກແລ້ວ ໜ້າຈໍຖັດໄປຈະອະນຸຍາດໃຫ້ນັກສະສົມເລືອກຮັບເອົາ “Slurpee Vibe Digital Collectible” ຫຼື ກັບຄືນໄປໜ້າຈໍກ່ອນໜ້າເພື່ອເລີ່ມຕົ້ນໃໝ່.

ຖ້າຫາກທ່ານພໍໃຈກັບຜົນງານທີ່ສ້າງສັນດ້ວຍຕົນເອງ ສາມາດກົດ “ອ້າງສິດເປັນເຈົ້າຂອງ NFT ໄດ້ດຽວນີ້ເລີຍ” ເຊິ່ງພວກເຮົາຕ້ອງເຂົ້າໄປຂຽນຊື່ – ນາມສະກຸນ, ທີ່ຢູ່ອີເມວ ແລະ ເບີໂທລະສັບຂອງຕົນໃນໜ້າຈໍຖັດໄປ ໂດຍລະບົບຈະສົ່ງລະຫັດ 6 ຕົວເລກເຂົ້າໃນອີເມວເພື່ອຮັບ Slurpee NFT.

ທີ່ມາ:

decrypt.co

7-eleven.com

prnewswire

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/