ການດື່ມນ້ຳເຢັນເປັນປະຈຳອາດສົ່ງຜົນເສຍທີ່ຮ້າຍແຮງຕໍ່ສຸຂະພາບ


ຫຼາຍຄົນມັກທີ່ຈະດື່ມນ້ຳເຢັນໆ ບໍ່ວ່າຈະດື່ມຫຼັງອອກກຳລັງກາຍ, ຫຼັງອາຫານ ຫຼື ດື່ມປົກກະຕິ ເພາະການດື່ມນ້ຳເຢັນເຮັດໃຫ້ຮູ້ສຶກສົດຊື່ນ ຍິ່ງເປັນຊ່ວງທີ່ອາກາດຮ້ອນແບບນີ້ ການດື່ມນ້ຳເຢັນຖືວ່າເປັນສິ່ງທີ່ຟິນສຸດໆແລ້ວ.

ຢ່າງທີ່ເຮົາຮູ້ກັນດີວ່າ ການດື່ມນໍ້າຢ່າງໜ້ອຍມື້ລະ 8-10 ຈະຊ່ວຍປ້ອງກັນພາວະຂາດນ້ຳ, ບຳລຸງຜິວໃຫ້ກະຈ່າງໃສ ບໍ່ແຫ້ງ, ຊ່ວຍກະຕຸ້ນການຂັບສານພິດອອກຈາກຮ່າງກາຍຜ່ານເຫື່ອ ແລະ ຍັງຊ່ວຍໃຫ້ການເຮັດວຽກຂອງຮ່າງກາຍດີຂຶ້ນ ແຕ່ສິ່ງທີ່ສໍາຄັນກໍຄື ຕ້ອງເປັນນໍ້າທີ່ສະອາດ, ບໍລິສຸດ, ມີອຸນຫະພູມດຽວກັນກັບອຸນຫະພູມຫ້ອງ.

ການດື່ມນ້ຳເຢັນສົ່ງຜົນເສຍຫຍັງແດ່ຕໍ່ຮ່າງກາຍ?

ດື່ມນໍ້າເຢັນໃນເວລາສັ້ນໆ ອາດຈະເຮັດໃຫ້ເກີດອາການ brain freeze ຫຼືອາການຂອງເຢັນຂຶ້ນສະໝອງ ເຮັດໃຫ້ເຈັບຫົວເປັນໄລຍະສັ້ນໆ (ຜູ້ທີ່ເປັນໂຣກໄມເກຣນມັກຈະປະສົບກັບອາການນີ້ຫຼາຍກວ່າຄົນປົກກະຕິ) ອາການນີ້ເກີດຂຶ້ນ ພຽງແຕ່ສອງສາມວິນາທີ ແລະ ບໍ່ມີຜົນກະທົບໃນໄລຍະຍາວໃດໆກ່ຽວກັບຮ່າງກາຍ.

ແຕ່ຖ້າເວົ້າເຖິງອັນຕະລາຍຕໍ່ຮ່າງກາຍໃນໄລຍະຍາວ, ການດື່ມນ້ຳເຢັນ ເຮັດໃຫ້ໝາກໄຂ່ຫຼັງຕ້ອງເຮັດໜ້າທີ່ກຳຈັດຄວາມເຢັນອອກຈາກຮ່າງກາຍຢ່າງໄວວາ ໂດຍການຂັບຖ່າຍນ້ຳເຢັນອອກມາເກັບໄວ້ໃນພົກຍ່ຽວ.

ນອກຈາກນັ້ນຄວາມເຢັນຍັງເຮັດໃຫ້ຫຼອດເລືອດແຂງຕົວ, ຂາດຄວາມຍືດຫຍຸ່ນ, ເລືອດມີຄວາມໜຽວຝືດ ແລະ ເຄື່ອນຕົວໄດ້ຊ້າລົງ, ເຮັດໃຫ້ຄາບໄຂມັນ ແລະ ຂອງເສຍໃນເລືອດໄປເກາະຢູ່ຕາມຜະໜັງຫຼອດເລືອດ ແລະ ອາດຈະສະສົມຈົນກາຍເປັນໂຣກຫຼອດເລືອດໃນຫົວໃຈຕີບ ຈົນກ່ວາມັນອາດຈະເປັນສາເຫດຂອງຄວາມຜິດປົກກະຕິຂອງຮ່າງກາຍດັ່ງຕໍ່ໄປນີ້:

  • ຍ່ຽວດຸ ຍ່ຽວຕະຫຼອດ ແລະ ບໍ່ສາມາດກັ້ນຍ່ຽວໄດ້ດົນ
  • ປວດຫຼັງປວດແອວດຸ, ເຈັບປ່ວຍງ່າຍຂຶ້ນ
  • ເປັນຮ້ອນໃນ ຫຼື ແຜໃນປາກເກີດຈາກອຸນຫະພູມໃນຮ່າງກາຍຜິດປົກກະຕິ ຫຼື ຮ່າງກາຍປັບອຸນຫະພູມບໍ່ທັນ
  • ປວດເມື່ອຍຕາມຮ່າງກາຍ ໂດຍສະເພາະຕາມຂໍ້ຕ່າງໆເຊັ່ນ: ເຂົ່າ, ສອກ,ນິ້ວມື ແລະ ຕົ້ນຄໍ
  • ມີອາການທ້ອງອືດ, ລະບົບຍ່ອຍອາຫານເຮັດວຽກຍາກຂຶ້ນ ເພາະໄຂມັນໃນກະເພາະຈັບຕົວກັນເປັນໄຂ ຈຶ່ງເຮັດໃຫ້ກະເພາະອາຫານເຮັດວຽກໜັກຂຶ້ນ ແລະ ໃຊ້ເວລາຍ່ອຍດົນ
  • ເຈັບທ້ອງປະຈຳເດືອນຫຼາຍຂຶ້ນ ເພາະການທີ່ເຮົາ​ດື່ມ​ນ້ຳ​ເຢັນ​ຫຼາຍ ຈະເຮັດໃຫ້ມົດລູກຂອງເຮົາບີບຮັດຫຼາຍຂຶ້ນ ແລະ ສົ່ງຜົນໃຫ້ເຮົາມີອາການເຈັບທ້ອງຫຼາຍຂຶ້ນ.
  • ມີອາການຫຼອດເລືອດຕີບ ຫຼື ຫຼອດເລືອດແຂງ ຈົນອາດຈະເປັນສາເຫດຂອງໂຣກເສັ້ນເລືອດຕີບ, ອໍາມະພາດ ແລະ ເສັ້ນເລືອດຕີບໃນສະໝອງ

ການດື່ມນ້ຳເຢັນຫຼາຍສົ່ງຜົນເສຍຕໍ່ຮ່າງກາຍຂອງເຮົາຫຼາຍກວ່າທີ່ຄິດ, ດັ່ງນັ້ນເມື່ອເຮົາຮູ້ເຖິງໂທດຂອງມັນແລ້ວ ກໍຄວນທີ່ຈະຫຼີກເວັ້ນການດື່ມນ້ຳທີ່ເຢັນຫຼາຍ ແລ້ວຫັນມາດື່ນນ້ຳອຸນຫະພູມປົກກະຕິ ເພື່ອສຸຂະພາບ ແລະ ຮ່າງກາຍທີ່ແຂງແຮງ.

ທີ່ມາ:

https://cutt.ly/H6uNjAj

https://cutt.ly/U6uNlVB

https://cutt.ly/n6uMzp1

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/