ປະກາດແລ້ວ! ມື້ປ່ອຍ ອາລະບ້ຳໂຊໂລຂອງ Lisa BLACKPINK


ໃນທີ່ສຸດ BLACKPINK ວົງ K-POP ລະດັບໂລກ ກໍໄດ້ປະກາດປ່ອຍອາລະບ້ຳໂຊໂລຂອງ Lisa ໃນວັນທີ 10 ກັນຍາ 2021 ນີ້. ໂດຍທີ່ Lisa ຈະເປັນຄົນທີ 3 ທີ່ໄດ້ປ່ອຍອາລະບ້ຳໂຊໂລຂອງຕົນເອງ ຕາມແຜນການຂອງ YG Entertainment.

BLACKPINK ເປັນວົງ K-POP ຈາກປະເທດເກົາຫຼີ ທີ່ໄດ້ສ້າງປາກົດການທຸບສະຖິຕິຫຼາກຫຼາຍຢ່າງທົ່ວວົງການເພງບໍ່ວ່າຈະທັງໃນ ແລະ ນອກປະເທດ. ດ້ວຍແນວເພງທີ່ຫຼາກຫຼາຍ ແລະ ຄວາມສາມາດທີ່ເຫຼືອລົ້ນຂອງທັງ 4 ສາວ: Jisoo, Jennie, Rosé ແລະ Lisa ສົ່ງຜົນໃຫ້ພວກເຂົາໄດ້ໄຕ່ຂຶ້ນເປັນວົງລະດັບໂລກໃນເວລາບໍ່ດົນ. ເຊິ່ງທາງ YG Entertainment ທີ່ເປັນຕົ້ນສັງກັດຂອງ BLACKPINK ກໍໄດ້ປະກາດລຳດັບການປ່ອຍອາລະບ້ຳໂຊໂລ ຫຼື ອາລະບ້ຳດ່ຽວຂອງທຸກຄົນ ເລີ່ມຈາກ Jennie, Rosé, Lisa ໄປຈົນຮອດ Jisoo.



ເຖິງແມ່ນວ່າການລໍຄອຍຈະດົນ ເພາະກວ່າທີ່ອາລະບ້ຳດ່ຽວຂອງແຕ່ລະຄົນຈະອອກມາໄດ້ ກໍໃຊ້ເວລາມາເກືອບ 4 ປີແລ້ວຕັ້ງແຕ່ມື້ທີ່ພວກເຂົາເປີດຕົວ (Debut) ຈົນມາຮອດມື້ທີ່ປະກາດໂຊໂລຂອງ Lisa. ແຕ່ຮັບປະກັນຄວາມມ່ວນເກີນຄາດໝາຍໄດ້ສະເໝີ ເມື່ອທຸກຄັ້ງທີ່ BLACKPINK ໄດ້ປ່ອຍເພງອອກມາ, ເພງພວກເຂົາຈະເປັນທີ່ນິຍົມ ແຖມຍັງຕິດ Chart ເພງທົ່ວໂລກ.

ເຊິ່ງອາລະບ້ຳຂອງ Lisa ກໍເປັນທີ່ຄາດເດົາໄດ້ຍາກວ່າແນວເພງຈະອອກມາແນວໃດ ແຕ່ກໍຄົງຈະບໍ່ພົ້ນຈຸດເດັ່ນຂອງລາວ ເຊັ່ນ: ການເຕັ້ນທີ່ມີຄວາມໂດດເດັ່ນ ແລະ ການແຣັບທີ່ຊົງພະລັງ ປະສົມປະສານເຂົ້າມາໃນເພງຢ່າງແນ່ນອນ.

ນອກຈາກນີ້ ທາງຄ້າຍຍັງໄດ້ເປີດວີດີໂອຕົວຢ່າງລົງໃນຢູທູບເປັນທີ່ຮຽບຮ້ອຍ ມາພ້ອມການຢືນຢັນຊື່ຊອງອາລະບ້ຳທີ່ວ່າ “LALISA” ທີ່ໝາຍເຖິງຊື່ແທ້ຂອງນັກຮ້ອງສາວ. ຍັງບໍ່ພໍ, ພາຍໃນ 27 ຊົ່ວໂມງຫຼັງຈາກປະກາດຂາຍກໍມີຍອດສັ່ງຊື້ອາລະບ້ຳທະລຸ 100,000 ອາລະບ້ຳໄປແລ້ວ ຕອນນີ້ Lisa ໄດ້ທຳລາຍສະຖິຕິ ແລະກາຍເປັນສິລະປິນຍິງທີ່ມີຍອດສັ່ງອາລະບ້ຳຮອດ 100,000 ໄວທີ່ສຸດໃນປະຫວັດສາດວົງການ K-POP, ເມື່ອຮອດວັນເປີດຕົວ ວັນທີ 10 ເດືອນກັນຍານີ້ ສິລະປິນສາວຈະທຸບສະຖິຕິໃໝ່ຫຍັງເພີ່ມອີກ!

ຮັບຊົມຕົວຢ່າງ: https://bit.ly/3gJaoKQ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/