ພິການແຂນທັງສອງເບື້ອງ ຈຶ່ງໃຊ້ປາກໃນການແຂ່ງແທນ! ເຖິງຈະບໍ່ຊະນະ ແຕ່ໄດ້ໃຈຄົນເບິ່ງໄປເຕັມໆ


Ibrahim Hamadtou ນັກກິລາ Table Tennis ທີມຊາດອີຢິບ ແຂ່ງຂັນໃນມະຫະກຳກິລາ Paralympic Games ທີ່ຈົບການແຂ່ງຂັນໄປ ແຕ່ຫຼາຍຄົນຍັງຄົງບໍ່ລືມເຫດການໃນມື້ແຂ່ງຂັນ ແລະ ເປັນທີ່ຈົດຈຳໃຫ້ກັບໃຜຫຼາຍຄົນທີ່ໄດ້ຮັບຊົມໃນເວລານັ້ນ.

Ibrahim Hamadtou ອາຍຸ 48 ປີ ຈາກການແຂ່ງຂັນທີ່ຜ່ານມາໄດ້ສ້າງຄວາມຮືຮາຈົນຫຼາຍຄົນລືມບໍ່ລົງ, ຈາກທີ່ພິການແຂນທັງສອງຂ້າງ ໃຊ້ພຽງຕີນໃນການເຄື່ອນໄຫວໃນການແຂ່ງຂັນ, ຕ້ອງໃຊ້ຄວາມອົດທົນມາຕະຫຼອດ ສູ້ຈົນສຸດຄວາມສາມາດທີ່ຕົນເອງມີ. ແຕ່ການແຂ່ງຂັນກໍເສຍໃຫ້ອີກຝ່າຍ ດ້ວຍຄະແນນທີ່ບໍ່ສາມາດນຳໄດ້ທັນ ເພາະຫ່າງໄກກັນພໍສົມຄວນຄວນ ເສຍຄະແນນ 0-3. ແຕ່ກໍຍັງເຫຼືອການແຂ່ງຂັນໃນຮອບແບ່ງກຸ່ມອີກ 1 ນັດ.

ການເສຍໄຊໃນຄັ້ງນີ້ ກໍຍັງມີເລື່ອງທີ່ດີເກີດຂຶ້ນ ເພາະຄົນສ່ວນຫຼາຍທີ່ໄດ້ຮັບຊົມການແຂ່ງຂັນ ຕ່າງກໍພາກັນຍ້ອງຍໍຊົມເຊີຍ, ດ້ວຍທັກສະໃນການຫຼິ້ນທີ່ໂດດເດັ່ນ ປະກອບກັບການສູ້ທີ່ບໍ່ຍອມຖອຍ ພິການແຂນທັງສອງຂ້າງ ໃຊ້ປາກຄາບໄມ້ເພື່ອຈະເສີບ. ໃນການແຂ່ງຂັນສຳລັບນັກກິລາປະເພດນີ້ແມ່ນກຳນົດເອົາຜູ້ທີ່ ເຄື່ອນໄຫວແຂນ-ຂາ ທີ່ບໍ່ປົກກະຕິ ແຕ່ຢືນໄດ້. ເຖິງການແຂ່ງຂັນຈະບໍ່ຊະນະໃນຄັ້ງນີ້ ແຕ່ໄດ້ໃຈຄົນທີ່ຮັບຊົມໄປເຕັມໆ.

Ibrahim Hamadtou ສູນເສຍແຂນທັງສອງເບື້ອງ ດ້ວຍການເກີດອຸບັດຕິເຫດທາງລົດໄຟທີ່ອີຢິບຕັ້ງແຕ່ອາຍຸ 10 ປີ, ທີ່ຜ່ານມາສູ້ຊົນຊີວິດມາໂດຍຕະຫຼອດ ແຕ່ຍັງດີທີ່ມີໂອກາດການແຂ່ງຂັນກິລາສຳລັບຄົນພິການ ແລະ ນອກຈາກນີ້ ເມື່ອກ່ອນຍັງເຄີຍເຕະບານໄດ້, ແຕ່ປັບປ່ຽນມາເປັນຫຼິ້ນ Table Tennis ແທນ ຈົນໄດ້ຕິດເປັນທີມຊາດ.

ໃນອະດີດ ຍັງເຄີຍໄດ້ເປັນເຈົ້າຂອງຫຼຽນເງິນ ໃນການແຂ່ງຂັນລະດັບນາໆຊາດ ໄດ້ແຊ້ມປ້ຽນຊິບ ໃນປີ 2011 ແລະ ປີ 2013. Ibrahim Hamadtou ຍັງເຄີຍສ້າງຊື່ສຽງໃນ Paralympic Games ປີ 2016 ອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/