ຊ່າງພາບ Street Photography ລາວ ເຂົ້າຮອບສຸດທ້າຍຂອງການແຂ່ງຂັນພາບຖ່າຍລະດັບໂລກ


ພອນສະຫວັນ ແສງພະຈັນ ຊ່າງພາບສັນຊາດລາວທີ່ໄດ້ເຂົ້າຮອບສຸດທ້າຍ ໃນງານປະກວດຮູບຂອງ London Street Photography Festival (LSPF)

London Street Photography Festival (LSPF) ເປັນງານປະກວດຮູບຖ່າຍທີ່ຍິ່ງໃຫຍ່ ແລະເປັນທີ່ຮູ້ຈັກຈາກຝັ່ງສະຫະລາຊະອານາຈັກ (United Kingdom) ຈົນຮອດບັນດາປະເທດໃນຢູໂຣບ (Europe) ເພື່ອສ້າງກຸ່ມຊຸມຊົນຖ່າຍຮູບ, ພັດທະນາຮູບແບບເຄືອຂ່າຍ, ຮຽນຮູ້ຜ່ານການຈັດສະແດງຜົນງານ ແລະ ການແຂ່ງຂັນ. ເຊິ່ງງານດັ່ງກ່າວຖືກຈັດຂຶ້ນຄັ້ງທຳອິດໃນປີ 2017 ໂດຍຈະຈັດຂຶ້ນພຽງຄັ້ງດຽວຕໍ່ປີເທົ່ານັ້ນ. ເນື່ອງຈາກສະຖານະການການແຜ່ລະບາດຂອງ COVID-19 ກິດຈະກຳຂອງປີ 2021 ນີ້ຈຶ່ງໄດ້ຖືກຈັດຂຶ້ນໃນຮູບແບບ Online ແທນ.

ກວ່າ 1000 ຜູ້ເຂົ້າຮ່ວມຈາກທົ່ວໂລກ, ພອນສະຫວັນໄດ້ເປັນ 1 ໃນ 37 ແລະ ເປັນຄົນລາວຄົນດຽວໃນບັນດາຜູ້ເຂົ້າຮອບສຸດທ້າຍສຳລັບສາຂາ Single Photograph ຈາກທັງໝົດ 4 ສາຂາຄື:

1. Single Photograph

2. Photo Series

3. London Photograph

4. Under 21s

ພອນສະຫວັນໄດ້ໃຫ້ຊື່ກັບຮູບທີ່ຜ່ານເຂົ້າຮອບນັ້ນວ່າ “me behind me”  ຄວາມໝາຍໂດຍຫຍໍ້ຂອງຮູບຄື ໃນຕົວຕົນຂອງເຮົາຍັງມີຕົວເຮົາໃນອີກຫຼາຍແບບເຊື່ອງຊ້ອນຢູ່. ການຖ່າຍຮູບແບບ Street Photography ວິທີການແມ່ນຮູບຖ່າຍນັ້ນຕ້ອງເປັນເຫດການທີ່ຜູ້ຖ່າຍບໍ່ສາມາດປ່ຽນແປງ ຫຼື ຈັດວາງຕາມໃຈໄດ້, ຈະຕ້ອງເປັນຄວາມບັງເອີນໃນມຸມມອງຂະນະນັ້ນ (Decisive Moment) ແລະບັນທຶກໄວ້ຕາມຈິນຕະນາການຂອງຜູ້ຖ່າຍ.

ໃນສາຂາທັງ 4, ພອນສະຫວັນໄດ້ສົ່ງຮູບເຂົ້າປະກວດໄປ 2 ສາຂາມີຄື:

  • ສາຂາ Single Photography ຈຳນວນ 3 ຮູບ, ຕາມລະບຽບຂອງການແຂ່ງຂັນ.
  • ສາຂາ Photo Series ຈຳນວນ 8 ຮູບ ສຳລັບ 1 ຊຸດ,​ ຕາມລະບຽບຂອງການແຂ່ງຂັນ.

ພອນສະຫວັນເປັນຄົນລາວຄົນທຳອິດທີ່ໄດ້ກ້າວເຂົ້າສູ່ຮອບສຸດທ້າຍຂອງການແຂ່ງຂັນຮູບຖ່າຍ Street Photography ລະດັບໂລກແບບ London Street Photography Festival (LSPF) 2021 ນີ້. ນອກຈາກນີ້ກໍມີຊ່າງພາບລາວອີກທ່ານທີ່ໄດ້ເຂົ້າຮ່ວມສົ່ງຮູບພາບເຂົ້າໄປປະກວດ, ອານຸກິດ ຄິດສະຫວັດ ລາວຍັງໄດ້ໃຫ້ການຊ່ວຍເຫຼືອພອນສະຫວັນໃນການສະໜອງຂໍ້ມູນຂອງການສົ່ງຜົນງານ ຮ່ວມກັບທ່ານ ພານຸມາດ ດີສັດຖາ ທີ່ເປັນຊ່າງພາບ Street Photography ຂອງລາວ ແລະ ທ່ານນາງ ມິສຸດາ ເຮືອງສຸກຄຸນ ທີ່ເປັນຜູ້ຈັດງານດ້ານສິລະປະ ທີ່ໄດ້ໃຫ້ການຊ່ວຍເຫຼືອຄັດເລືອກສົ່ງຜົນງານຂອງພອນສະຫວັນ.

“ສຸດທ້າຍຢາກຝາກເຖິງນັກຖ່າຍພາບ Street Photography ຂອງລາວ, ໃຫ້ສ້າງສັນຜົນງານຕໍ່ໄປ, ຝຶກຝົນວິທີການເລົ່າເລື່ອງ ແລະ ເກັບກໍາຜົນງານໄວ້ຫຼາຍໆເພື່ອໂອກາດໃນເວທີສາກົນ ແລະ ພັດທະນາການຖ່າຍຮູບແບບ Street Photography ໃຫ້ເປັນທີ່ຮູ້ຈັກໃຫ້ເປັນວົງກວ້າງໃນບ້ານເຮົາ” ພອນສະຫວັນ ແສງພະຈັນກ່າວ.

ເວັບໄຊແຂ່ງຂັນພາບຖ່າຍ: https://lspf.co.uk/

ຂອບໃຈຂໍ້ມູນຈາກ: ພອນສະຫວັນ ແສງພະຈັນ

ຮຽບຮຽງໂດຍ: ວາດສະໜາ ນົງວິໄລ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/