ບໍລິສັດ MVP ຂອງໄທ ລົງທຶນ 160 ລ້ານບາດ ໃນການເປີດທຸລະກິດ Bitcoin ໃນລາວ ເລີ່ມຕົ້ນດ້ວຍການຊື້ ແລະ ຕິດຕັ້ງເຄື່ອງ 500 ເຄື່ອງ


ບໍລິສັດ ເອັມ ວິຊັ່ນ ຈຳກັດ (ມະຫາຊົນ) ຫຼື ຮູ້ຈັກກັນໃນຊື່ MVP ແຈ້ງຕະຫຼາດຫຼັກຊັບແຫ່ງປະເທດໄທ (ຕລທ.) ວ່າ ບໍລິສັດຂໍແຈ້ງມະຕິທີ່ສຳຄັນຂອງທີ່ປະຊຸມຄະນະກຳມະການບໍລິສັດຄັ້ງທີ 4/2022 ເຊິ່ງຈັດປະຊຸມເມື່ອວັນທີ 29 ມີນາ 2022 ໄດ້ອະນຸມັດໃຫ້ເຂົ້າລົງທຶນໃນທຸລະກິດຊັບສິນດິຈິຕອນ ໂດຍການກວດສອບການເຮັດທຸລະກຳ ຫຼື ເໝືອງຂຸດບິດຄອຍ (Bitcoin Mining) ສາທາລະນະລັດປະຊາທິປະໄຕປະຊາຊົນລາວໃນວົງເງິນ 160 ລ້ານບາດ.

ໂດຍວັນທີ 29 ມີນາ 2022 ບໍລິສັດຈະດຳເນີນການຈັດຫາເຄື່ອງຂຸດ Bitcoin ໂດຍການເຂົ້າເຮັດສັນຍາຈັດຊື້ແລະຕິດຕັ້ງ (Turnkey contract)  ກັບທາງ Vientiane Asset Management Sole Co., Ltd. (VAM) ສປປ ລາວ ເພື່ອຈັດຫາເຄື່ອງຂຸດ Bitcoin ປະເພດ Application-Specific Integrated Circuit (ASIC) ຍີ່ຫໍ້ WhatsMiner ຮຸ່ນ M30s+ 100Th/s, ຈັດສົ່ງແລະຕິດຕັ້ງທັງດຳເນີນການອື່ນໆ ທີ່ກ່ຽວຂ້ອງຈຳນວນ 500 ເຄື່ອງ ໃນວົງເງິນ 160 ລ້ານບາດ.

ລວມທັງບໍລິສັດໄດ້ລົງນາມໃນສັນຍາບໍລິຫານຈັດການເໝືອງຂຸດ Bitcoin (Long-Term Service Agreement) ລົງວັນທີ 29 ມີນາ 2022 ກັບທາງ VAM ເຊິ່ງໄດ້ຮັບການອະນຸຍາດປະກອບທຸລະກິດໃນ ສປປ.ລາວ.

ໂດຍ VAM ມີໜ້າທີ່ໃນການຈັດການຈັດຫາ ແລະ ຮັບຜິດຊອບຄ່າໃຊ້ຈ່າຍທີ່ກ່ຽວກັບສະຖານທີ່ຕິດຕັ້ງ, ໄຟຟ້າ, ພະນັກງານທີ່ກ່ຽວຂ້ອງ, ລະບົບຮັກສາຄວາມປອດໄພ ແລະຄ່າໃຊ້ຈ່າຍອື່ນໆ ລວມເຖິງພາສີອາກອນທັງໝົດ ໂດຍມີອັດຕາການແບ່ງຜົນປະໂຫຍດ 50-50 ຈາກຈຳນວນຫຼຽນ Bitcoin ທີ່ສາມາດຂຸດໄດ້ ຫຼື ກ່າວຄືທາງບໍລິສັດຈະໄດ້ຮັບຫຼຽນ Bitcoin 50% ຂອງຈຳນວນ Bitcoin ທີ່ສາມາດຂຸດໄດ້ ແລະ VAM ຈະໄດ້ຮັບຫຼຽນ Bitcoin 50% ຂອງຈຳນວນ Bitcoin ທີ່ສາມາດຂຸດໄດ້ເຊັ່ນກັນ ແລະ VAM ໂອນເຂົ້າກະເປົາເງິນທີ່ຖືກກຳນົດ (Designated Wallet) ໂດຍບໍລິສັດລາຍວັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/