ອັງກິດໃຊ້ເທັກໂນໂລຢີດາວທຽມສ້າງຮົ້ວແບບເບິ່ງບໍ່ເຫັນໃຫ້ງົວກິນຫຍ້າ ລົດຄວາມສ່ຽງອັນຕະລາຍຕໍ່ງົວ ແລະ ການໃຊ້ຫົນທາງ


ເປັນງົວໃຜວ່າບໍ່ທັນສະໄໝ! ຫຼ້າສຸດອັງກິດໃຊ້ເທັກໂນໂລຢີດາວທຽມສ້າງຮົ້ວ ແລະ ພື້ນທີ່ກິນຫຍ້າໃຫ້ງົວປ່າ ເພື່ອປ້ອງກັນບໍ່ໃຫ້ງົວເຂົ້າໄປໃນພື້ນທີ່ທີ່ບໍ່ຕ້ອງການ ແຖມຍັງເຮັດໃຫ້ງົວປອດໄພຈາກການໃຊ້ຮົ້ວໄຟຟ້າ.

ປ່າ Epping forest ທີ່ອັງກິດ ເປັນພື້ນທີ່ປ່າທີ່ມີພືດ ແລະ ສັດປ່າຢ່າງຫຼວງຫຼາຍ ເຈົ້າໜ້າທີ່ຕ້ອງໄດ້ປ້ອງກັນບໍ່ໃຫ້ງົວຍ່າງເຂົ້າໄປສູ່ຫົນທາງທີ່ໃກ້ຄຽງ ແລະ ບໍ່ໃຫ້ງົວຖືກຮົ້ວໄຟຟ້າຊ໋ອດ ເພື່ອບໍ່ໃຫ້ເກີດຄວາມອັນຕະລາຍຕໍ່ງົວ ແລະ ຄົນອື່ນ ຈຶ່ງມີການໃຊ້ເທັກໂນໂລຢີດາວທຽມເຂົ້າມາຊ່ວຍ ໃນການສ້າງຮົ້ວ ແລະ ພື້ນທີ່ໃຫ້ງົວກິນຫຍ້າ. ລະບົບນີ້ ຖືກສ້າງຂຶ້ນໂດຍບໍລິສັດ Nofence ໂດຍມີການນຳມາໃຊ້ກັບງົວ 66 ໂຕ ເຊິ່ງສາມາດຮັກສາທຳມະຊາດເຖິງ 2,400 ເຮັກຕາ.

ພວກເຂົາໄດ້ຕິດຕັ້ງ GPS ໄວ້ເທິງຄໍງົວ ຄືກັບໝາກກະດິ່ງທີ່ຜູກຄໍງົວ ເຊິ່ງໃຊ້ເພື່ອການສ້າງພື້ນທີ່ກິນຫຍ້າ ເມື່ອງົວຍ່າງເຂົ້າໄປໃກ້ກັບພື້ນທີ່ທີ່ບໍ່ຕ້ອງການໃຫ້ເຂົ້າໄປ, GPS ຈະມີສຽງແຈ້ງເຕືອນດັງຂຶ້ນ ຫຼື ຈະສົ່ງກະແສໄຟຟ້າເບົາໆ. ວິທີການດັ່ງກ່າວຈະເຮັດໃຫ້ງົວໃນພື້ນທີ່ປ່າ ສາມາດໃຊ້ເວລາໃນພື້ນທີ່ທີ່ເລືອກໄວ້ ໂດຍບໍ່ຈຳເປັນຕ້ອງອ້ອມຮົ້ວໄຟຟ້າ ຫຼື ກັງວົນເລື່ອງເກີດອຸບັດຕິເຫດ. ແຖມການແຈ້ງເຕືອນດັ່ງກ່າວຍັງຖືກສົ່ງໄປໃຫ້ເຈົ້າໜ້າທີ່່ປ່າໄມ້ຜ່ານແອັບພລິເຄຊັນ,​ ເຈົ້າໜ້າທີ່ຍັງສາມາດໃຊ້ເຄື່ອງມືນີ້ສ້າງອານາເຂດໃຫ້ງົວແຕ່ລະໂຕຜ່ານແຜນທີ່ດິຈິຕອລໄດ້ອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/