ບໍ່ໄດ້ຄິດງໍ້ Instagram! ຣັດເຊຍເປີດຕົວ ‘Rossgram’ ແພລັດຟອມແຊຣ໌ຮູບພາບແບບໃໝ່ ທີ່ຈະມາແທນ IG ຂອງອາເມຣິກາ ທີ່ຖືກແບນພາຍໃນປະເທດ


ຈາກບັນຫາຂໍ້ຂັດແຍ້ງລະຫວ່າງຣັດເຊຍ-ຢູເຄຣນ ເຮັດໃຫ້ຫຼາຍຝ່າຍອອກມາດຕະການຂວໍ້າບາດຣັດເຊຍ ເຊິ່ງໜຶ່ງໃນນັ້ນກໍຄື Meta ບໍລິສັດເທັກໂນໂລຢີຍັກໃຫຍ່ຂອງໂລກ ທີ່ໄດ້ເຮັດການປິດກັ້ນເນື້ອຫາໂຄສະນາຊວນເຊື່ອຊອງທາງການຣັດເຊຍ ເຮັດໃຫ້ຣັດເຊຍໂຕ້ຕອບຄືນດ້ວຍການຕັດສິນໃຫ້ Meta ເປັນອົງກອນຫົວຮຸນແຮງ ພ້ອມກັບແບນແພລັດຟອມພາຍໃນເຄືອຂອງ Meta ເຊັ່ນ: Facebook, Instagram…

ເມື່ອບໍ່ດົນມານີ້ຣັດເຊຍກໍໄດ້ເປີດຕົວ ‘Rossgram’ ແອັບພິເຄຊັ່ນແຊຣ໌ຮູບພາບແບບໃໝ່ຂອງຣັດເຊຍນີ້ ທີ່ເອີ້ນໄດ້ວ່າເກືອບຈະຖອດແບບມາຈາກ Instagram ດ້ວຍຮູບຊົງການອອກແບບ ລວມໄປຮອດສີໂລໂກ້ ເຊິ່ງມັນໄດ້ເປີດຕົວໃນວັນທີ 28 ມີນາທີ່ຜ່ານມານີ້ ໃຫ້ກັບຜູ້ລົງທຶນ, ຜູ້ສະໜັບສະໜູນ ແລະ ສື່ມວນຊົນ ທາງເວັບໄຊ. ຫຼັງຈາກນັ້ນກໍຈະຂະຫຍາຍໄປໃຫ້ກັບ Blogger ແລະ ຜູ້ໃຊ້ຄົນອື່ນຕໍ່ໄປ.

ຜູ້ຮ່ວມກໍ່ຕັ້ງ ໄດ້ອະທິບາຍໄວ້ວ່າ Rossgram ໄດ້ພິກວິກິດໃຫ້ເປັນໂອກາດ ເພື່ອໃຫ້ເປັນເຄືອຂ່າຍໂຊຊ່ຽວໃໝ່ ທີ່ຈະກາຍເປັນທີ່ນິຍົມຂອງຄົນຣັດເຊຍ ດ້ວຍຮູບແບບການໃຊ້ງານທີ່ຄຸ້ນເຄີຍ, ຄຸນສົມບັດທີ່ຄົບຖ້ວນ ແລະ ເຂົ້າໃຈງ່າຍ.

ເຊິ່ງກ່ອນໜ້ານີ້ Instagram ນັບວ່າເປັນແອັບພິເຄຊັ່ນທີ່ໄດ້ຮັບຄວາມນິຍົມຢ່າງມະຫາສານໃນຣັດເຊຍ ແລະ ເປັນແຫຼ່ງລາຍໄດ້ທີ່ສຳຄັນສຳລັບທຸລະກິດຂະໜາດນ້ອຍ ແຕ່ສານຣັດເຊຍໄດ້ມີຄຳສັ່ງແບນແອັບນີ້ໃນວັນທີ 14 ມີນາ 2022 ທີ່ຜ່ານມາ ໂດຍບອກວ່າ Meta Platforms ຜູ້ທີ່ເປັນບໍລິສັດແມ່ຂອງ Instagram ແມ່ນຖືກຈັດເປັນ ‘ອົງກອນຫົວຮຸນແຮງ’ ເມີນເສີຍຕໍ່ການປຸກປັ່ນ ‘ຄວາມຢ້ານກົວຣັດເຊຍ’.

ຫຼັງຈາກທີ່ມີການແບນ Instagram ອອກໄປ ບັນດາ Influencer ຊາວຣັດເຊຍຕ່າງກໍພາກັນສະແດງຄວາມເສຍໃຈ, ເສຍດາຍ ແລະ ບອກລາຜູ້ຕິດຕາມເປັນລ້ານກວ່າຄົນໃນບັນຊີ Instagram ຂອງພວກເຂົາໃນອາທິດທີ່ຜ່ານມາ.

ຢ່າງໃດກໍຕາມ ເຮົາກໍຕ້ອງຖ້າເບິ່ງຕໍ່ໄປວ່າ ຫາກວ່າບັນຫາຄວາມຂັດແຍ້ງລະຫວ່າງຣັດເຊຍກັບຢູເຄຣນຍັງບໍ່ສິ້ນສຸດລົງ ເຮົາກໍອາດຈະໄດ້ເຫັນປາກົດການຂວ້ຳບາດຜ່ານທຸລະກິດ ຈົນມັນສົ່ງຜົົນຕໍ່ການຮຽນແບບເຊັ່ນນີ້ ອີກຫຼາຍໜ້ອຍສ່ຳໃດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/