ວິສະວະກອນຊາວອັງກິດ ຄອງສະຖິຕິເຮັດໃຫ້ຖັງຂີ້ເຫຍື້ອແລ່ນໄດ້ໄວທີ່ສຸດໃນໂລກ 2 ປີຊ້ອນ ຍ້ອນບໍ່ມີໃຜມາທ້າຊິງນຳ


ສະຖິຕິນີ້ຖືກບັນທຶກໂດຍ Guinness World Records ແລະ ເຈົ້າຂອງສະຖິຕິແມ່ນ Andy Jennings, ວິສະວະກອນໜຸ່ມອາຍຸ 30 ປີຈາກປະເທດອັງກິດ ທີ່ລົງມືດັດແປງຖັງຂີ້ເຫຍື້ອສີຂຽວທຳມະດາ ໃຫ້ກາຍເປັນຖັງຂີ້ເຫຍື້ອສາຍຊິ້ງ ທີ່ສາມາດແລ່ນດ້ວຍຄວາມໄວ 72.568 ກິໂລແມັດຕໍ່ຊົ່ວໂມງ.

Jennings ໄດ້ເອົາເຄື່ອງຈັກຈາກລົດຈັກ ແລະ ສະກູດເຕີໄຟຟ້າ ລວມເຖິງລໍ້ລົດ ມາດັດແປງເປັນເຄື່ອງຈັກ ຂະໜາດ 110cc. ລາວໄດ້ຕັ້ງໃຈເຮັດຖັງຂີ້ເຫຍື້ອສາຍຊິ້ງນີ້ຂຶ້ນມາ ເພື່ອຫວັງທີ່ຈະນໍາເອົາເງິນຈາກການໄດ້ອອກສື່ຕ່າງໆ ຫຼື ການໄດ້ບັນທຶກລົງໃນສະຖິຕິ ໄປບໍລິຈາກໃຫ້ Ben ໝູ່ຮັກຂອງລາວທີ່ຕອນນີ້ນອນພັກຟື້ນຢູ່ທີ່ໂຮງໝໍ ຈາກອຸບັດຕິເຫດທາງລົດ. ແລ້ວຄວາມຕັ້ງໃຈຂອງລາວກໍເປັນທີ່ຮັບຮູ້ ເມື່ອມີສື່ມວນຊົນຫຼາຍພາກສ່ວນເຂົ້າມາຂໍສຳພາດລາວ ແລະ ຍັງມີຄົນຊ່ວຍບໍລິຈາກເງິນໃຫ້ Ben ໝູ່ຂອງລາວອີກນຳ.

Jennings ຍັງບອກສາເຫດທີ່ວ່າ ເປັນຫຍັງຕ້ອງເອົາຖັງຂີ້ເຫຍື້ອທີ່ໜັກ 240 ລິດ ແທນທີ່ຈະເປັນ ເຈ້ຍແກັດ ຫຼື ວັດສະດຸອື່ນໆທີ່ຄົນອື່ນເຮັດກັນ.

ຄຳຕອບກໍຄື “ເພາະມັນຍາກກວ່າອັນອື່ນ, ເພື່ອເຮັດໃຫ້ຖັງຂີ້ເຫຍື້ອທີ່ປົກກະຕິຈະມີປະໂຫຍດພຽງແຕ່ຕັ້ງຢູ່ຊື່ໆໃຫ້ແລ່ນໄດ້ ມັນທ້າທາຍຫຼາຍກວ່າ ແລະ ທີ່ສຳຄັນຂ້ອຍສາມາດເອົາຕົວຂ້ອຍລົງໄປໃນນັ້ນໄດ້ພໍດີເລີຍ”.

ຖ້າຖາມວ່າເປັນຫຍັງບໍ່ມີໃຜທ້າຊິງສະຖິຕິນີ້ຂອງລາວ ຖ້າວ່າກັນຕາມກົງ ການປະດິດຖັງຂີ້ເຫຍື້ອໃຫ້ມັນແລ່ນໄດ້ ແມ່ນເປັນເລື່ອງຍາກຫຼາຍ, ຂະໜາດ Jennings ທີ່ເປັນວິສະວະກອນແທ້ໆ. ຍັງຕ້ອງໃຊ້ເວລາເຖິງ 200 ຊົ່ວໂມງໃນການປະດິດມັນອອກມາໄດ້ຢ່າງສົມບູນ.

ອີກຢ່າງໜຶ່ງແມ່ນ ຄວາມຄິດຂອງການແຂ່ງຂັນຖັງຂີ້ເຫຍື້ອທີ່ຂັບເຄື່ອນດ້ວຍຈັກ 10 ແຮງມ້ານັ້ນ ແມ່ນບໍ່ເຄີຍມີມາກ່ອນ. ທີ່ເຫັນໆກັນມາດົນ ແລະ ເປັນທີ່ນິຍົມຈົນກາຍເປັນການແຂ່ງຂັນລະດັບສາກົນ ກໍມີແຕ່ປະເພດທີ່ວ່າ ໃຫ້ຜູ້ເຂົ້າການແຂ່ງຂັນນອນຢູ່ເທີງຖັງຂີ້ເຫຍື້ອ ແລ້ວສະໄລ້ລົງມາຈາກຄ້ອຍ ຫຼື ພຽງແຕ່ແຂ່ງແລ່ນແລ້ວລາກຖັງຂີ້ເຫຍື້ອໄປພ້ອມກໍເທົ່ານັ້ນ.

ຄລິບ: https://cutt.ly/tDmfQQP

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/