ການສຶກສາເປັນເລີດ! Florida ຜ່ານຮ່າງກົດໝາຍໃໝ່ ວ່າດ້ວຍນັກຮຽນ Florida ທຸກຄົນ ຕ້ອງຮຽນວິຊາຄວາມຮູ້ພື້ນຖານທາງດ້ານການເງິນ ເພື່ອນຳໃຊ້ໃນອະນາຄົດ


ຖ້າເວົ້າເຖິງຊື່ຂອງລັດ ໃນສະຫະລັດອາເມຣິກາ ເຊື່ອວ່າ ລັດ Florida ຕ້ອງເປັນໜຶ່ງໃນສິ່ງທີ່ຫຼາຍຄົນນຶກເຖິງຢ່າງແນ່ນອນ ເພາະລັດນີ້ມີເອກະລັກສະເພາະຕົວຢູ່ບ່ອນວ່າ ມັກຈະມີຄົນ ຫຼື ເຫດການທີ່ເຮັດໃຫ້ເຮົາຮູ້ສຶກແປກໃຈຢູ່ສະເໝີ.

ຢ່າງໃດກໍຕາມ ເຖິງວ່າລັດນີ້ຈະແປກ ແຕ່ມັນກໍມີເລື່ອງທີ່ເຮັດໃຫ້ໜ້າສົນໃຈຢູ່ ເພາະເມື່ອບໍ່ດົນມານີ້ ລັດ Florida ຫາກໍຮ່າງກົດໝາຍໃໝ່ ວ່າດ້ວຍການເຮັດໃຫ້ນັກຮຽນທັງໝົດທູກຄົນຕ້ອງຮຽນວິຊາທາງດ້ານການເງິນ.

Ron DeSantis ເຈົ້າຄອງນະຄອນຂອງລັດ Florida ໄດ້ລົງນາມໃນຮ່າງກົດໝາຍໃໝ່ ທີ່ຈະເຮັດໃຫ້ນັກຮຽນຂອງລັດ Florida ທຸກຄົນຕ້ອງຮຽນວິຊາຄວາມຮູ້ດ້ານການເງິນ (Financial) ກ່ອນທີ່ຈະຈົບການສຶກສາ.

ເຊິ່ງນັ້ນໝາຍຄວາມວ່າ ຕໍ່ຈາກນີ້ໄປເດັກນັກຮຽນ Florida ທຸກຄົນຈະຕ້ອງມີຄວາມຮູ້ດ້ານທັກສະການເງິນພື້ນຖານເຊັ່ນ: ວິທີຈັດການບັນຊີທະນາຄານ, ຍອດເງິນເຫຼືອໃນປຶ້ມບັນຊີ, ຂຽນໃບສະໝັກສິນເຊື່ອ ແລະ ຄຳນວນພາສີເງິນໄດ້ຂອງລັດຖະບານ ເປັນຕົ້ນ.

ແລະ ຊັ້ນຮຽນຈະຕ້ອງສອນນັກຮຽນມັດທະຍົມກ່ຽວກັບການປະເມີນພາສີທ້ອງຖິ່ນ, ການໂຕ້ແຍ້ງໃບເອີ້ນເກັບເງິນທີ່ບໍ່ຖືກຕ້ອງ, ພື້ນຖານຂອງເອກະສານສັນຍາປະກັນໄພສ່ວນບຸກຄົນ ແລະ ສັນຍາອື່ນໆອີກນຳ.

ໂດຍການຕັດສິນໃຈໃນຄັ້ງນີ້ຈະເຮັດໃຫ້ Florida ກາຍເປັນລັດທີ 11 ແລະ ລັດທີ່ໃຫຍ່ທີ່ສຸດໃນສະຫະລັດອາເມຣິກາທີ່ນຳວິຊາຄວາມຮູ້ດ້ານການເງິນມາໃຊ້. ແລະຈະສົ່ງຜົນກັບນັກຮຽນທີ່ຈະເຂົ້າຮຽນຊັ້ນມັດທະຍົມສຶກສາໃນປີການສຶກສາ 2023-2024 ໂດຍບໍ່ກະທົບຕໍ່ນັກຮຽນທີ່ໃນປັດຈຸບັນຮຽນຢູ່ໃນຊັ້ນມັດທະຍົມຢູ່ແລ້ວ. ທັງນີ້ Ron DeSantis ຜູ້ນຳຂອງລັດ Florida ກໍໄດ້ກ່າວໃນຖະແຫຼງການກ່ຽວກັບຮ່າງກົດໝາຍໃໝ່ນີ້ວ່າ: “ຄວາມຮູ້ທາງການເງິນເປັນທັກສະຊີວິດທີ່ສຳຄັນສຳລັບນັກຮຽນ ການເຮັດໃຫ້ແນ່ໃຈວ່ານັກຮຽນຂອງເຮົາມີທັກສະໃນການຈັດການດ້ານການເງິນ ຫຼື ການເປັນເຈົ້າຂອງທຸລະກິດໃນມື້ໜຶ່ງ ຈະເປັນການແບ່ງຜົນກຳໄລໃຫ້ກັບລັດຂອງເຮົາເປັນຢ່າງດີ ແລະຂ້ອຍກໍພູມໃຈທີ່ໄດ້ລົງນາມໃນຮ່າງກົດໝາຍນີ້ເພື່ອສະໜັບສະໜູນອະນາຄົດຂອງເດັກນັກຮຽນ Florida ລວມໄປຮອດຄອບຄົວແລະຊຸມຊົນຂອງພວກເຂົາໃນທ້າຍທີ່ສຸດດ້ວຍ”

ຖືວ່າຮ່າງກົດໝາຍໃໝ່ຂອງລັດ Florida ເປັນເລື່ອງທີ່ໜ້າສົນໃຈ ເພາະວ່າເຂົາເຈົ້າໄດ້ນຳເອົາສິ່ງທີ່ໃກ້ຕົວເຮົາໃນແຕ່ລະມື້ມາປັບເຂົ້າເປັນຫຼັກສູດການຮຽນ-ການສອນ ທີ່ຈະເຮັດໃຫ້ເດັກນັກຮຽນມີຄວາມຮູ້ທາງດ້ານການເງິນຕັ້ງແຕ່ຍັງຮຽນຢູ່ຊັ້ນມັດທະຍົມ. ເຊິ່ງເຮົາກໍຫວັງວ່າໃນອະນາຄົດການສຶກສາຂອງບ້ານເຮົາຈະໄດ້ມີການປ່ຽງແປງ ແລະ ນຳໃຊ້ຫຼັກສູດໃໝ່ໆ ເຂົ້າໃນລະບົບການສຶກສາຄືກັບຕ່າງປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/