ຂາຍໄປແລ້ວບໍ່ມີສຳຮອງເດີ້! ນັກສຶກສາໜຸ່ມຊາວເນເທີແລນປະກາດຂາຍ ‘ວິນຍານ’ ຂອງຕົນເອງໃນຮູບແບບ NFT


ຜ່ານມາເຮົາອາດຈະເຄີຍການຂາຍຜົນງານຕ່າງໆ ໃນຮູບແບບ NFT ເຊັ່ນ: ຮູບພາບ, ເນື້ອເພງ, ຜົນງານສິລະປະ ແລະ ອື່ນໆ ແຕ່ໃຜຈະໄປຄິດວ່າໃນວົງການນີ້ຈະມີຄົນມາປະກາດຂາຍ ວິນຍານ ຂອງຕົນເອງໃນຮູບແບບ NFT.

Stijn Van Schaik ອາຍຸ 21 ປີເປັນນັກສຶກສາສະຖາບັນສິລະປະຈາກປະເທດເນເທີແລນ ໄດ້ເຮັດການປະກາດຂາຍຕົນເອງໃນຊື່ ‘Soul of Stinus’ ເຊິ່ງຈັດຢູ່ໃນຮູບແບບຂອງງານສິລະປະດິຈິຕອນ ແລະ ເປີດໃຫ້ຜູ້ທີ່ສົນໃຈເຂົ້າມາຈັບຈອງເປັນເຈົ້າຂອງໄດ້.

“ສະບາຍດີທຸກຄົນ ຍິນດີຕ້ອນຮັບເຂົ້າສູ່ໂປຣຟາຍຂອງຂ້ອຍ ສະຖານທີ່ທີ່ຂ້ອຍວາງຈຳໜ່າຍວິນຍານ ໃຜກໍຕາມທີ່ສົນໃຈ ຢ່າລັງເລທີ່ຈະສອບຖາມຫຼືໂອ້ລົມເຖິງລາຍລະອຽດກ່ຽວກັບຕົວຂ້ອຍແລະຈິດວິນຍານຂອງຂ້ອຍໃນຕອນທີ່ຍັງເປັນເຈົ້າຂອງມັນຢູ່”

ນີ້ຄືຄຳອະທິບາຍຜົນງານ NFT ຂອງລາວທີ່ໄດ້ນຳມັນລົງມາໂພສໃນໜ້າໂປຣຟາຍສ່ວນຕົວຂອງລາວ ເທິງເວັບໄຊ OpenSea ເພື່ອໃຫ້ຜູ້ທີ່ສົນໃຈໄດ້ອ່ານ.

ເຖິງແມ່ນວ່າການຂາຍສົມບັດອັນສຳຄັນນີ້ ເບິ່ງຄືວ່າຈະບໍ່ມີຜົນຫຍັງ (ໃນທາງທິດສະດີ) ກັບການດຳລົງຊີວິດຢູ່. ແຕ່ໃນຖານະຜູ້ຂາຍ, Schaik ກໍໄດ້ຮ່າງ ‘ຂໍ້ຕົກລົງການຂາຍວິນຍານ’ ເພື່ອໃຫ້ລູກຄ້າໄດ້ສຶກສາວິທີໃຊ້ກ່ອນຕັດສິນໃຈຊື້ ເຊິ່ງມີລາຍລະອຽດຕ່າງໆ ເຊັ່ນ: ສາມາດປະກາດຕົວໃນພື້ນທີ່ສາທາລະນະໄດ້ວ່າເປັນເຈົ້າຂອງວິນຍານລາວ ລວມໄປຮອດການທີ່ເຈົ້າຂອງຜົນງານສາມາດໂອນວິນຍານ ແລະ ບູຊາວິນຍານລາວໃຫ້ກັບເທບອົງໃດກໍໄດ້.

ສຳລັບຜູ້ທີ່ສົນໃຈສາມາດເຂົ້າໄປເບິ່ງ ແລະ ປະມູນຊື້ວິນຍານ ຂອງ Schaik ໄດ້ທີ່ເວັບໄຊ OpenSea (Link ຜົນງານ: https://cutt.ly/nDPqVFw) ແລະປັດຈຸບັນ ຜົນງານນີ້ກໍໄດ້ຮັບການສະເໜີລາຄາຢູ່ທີ່ 0.1 Ethereum ຫຼື ປະມານ 4-5 ລ້ານກີບ.

ທັງນີ້ ຈາກການໂພສຂາຍວິນຍານໃນຮູບແບບ NFT ກໍໄດ້ມີຫຼາຍຄົນອອກມາຕັ້ງຄຳຖາມວ່າຂອບເຂດຂອງການຊື້ຂາຍ NFT ຢູ່ບ່ອນໃດ ແລະ ຈິດວິນຍານຂອງ Schaik ຈະເປັນແນວໃດເມື່ອມັນຢູ່ໃນເຄືອຂ່າຍທີ່ບໍ່ມີສູນກາງ.

ນັບໄດ້ເປັນໄອເດຍທີ່ແປກໃໝ່ສຸດໆ ສຳລັບການນຳວິນຍານຕົນເອງມາປ່ຽນເປັນຜົນງານ NFT ແລະ ຖ້າເປັນໝູ່ເພື່ອນເດຈະຂາຍຜົນງານ NFT ໃນຮູບແບບຫຍັງດີ?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/