ລາວ-ບຣາຊິວ ຮ່ວມມືກັນສົ່ງອອກງົວ-ຄວາຍ ໄປຈີນເພື່ອຫຼຸດຜ່ອນຄວາມທຸກຍາກໃຫ້ປະຊາຊົນ


ໃນວັນທີ 17 ມີນາ 2022 ທີ່ຜ່ານມາ, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ໄດ້ມີພິທີລົງນາມໃນສັນຍາວ່າດ້ວຍ ການຮ່ວມມືດ້ານເຕັກນິກລະຫວ່າງ ສປປ.ລາວ ແລະ ສາທາລະນະລັດ ສະຫະພັນ ບຣາຊິວ ໂດຍມີເປົ້າໝາຍໃນການສົ່ງເສີມການຮ່ວມມືທາງດ້ານວິຊາການໃນຂະແໜງການທີ່ເປັນບູລິມະສິດຂອງສອງຝ່າຍ ເຊັ່ນ: ກະສິກໍາ, ລ້ຽງສັດ, ສາທາລະນະສຸກ, ການສຶກສາ, ການຫຼຸດຜ່ອນຄວາມທຸກຍາກ, ຄວາມໝັ້ນຄົງດ້ານອາຫານ, ການເປັນມືອາຊີບ ແລະ ຂະແໜງການອື່ນໆ ທີ່ມີຄວາມສົນໃຈ ເພື່ອການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ.

ລົງນາມໃນພິທີດັ່ງກ່າວ, ຕາງໜ້າໃຫ້ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳຣາຊະອານາຈັກໄທ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິວ ແມ່ນທ່ານ ໂຈເຊ ໂບເຈດ ໂດສ ຊານໂຕສ ຈູເນຍ (José Borges dos Santos Júnior), ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິວ ມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.

ຫຼັງຈາກພິທີລົງນາມ, ທ່ານ ເອກອັກຄະລັດຖະທູດ ຂອງທັງສອງປະເທດ ໄດ້ສະແດງຄວາມປິຕິຍິນດີ ແລະ ເຊື່ອໝັ້ນວ່າ ສັນຍາວ່າດ້ວຍການຮ່ວມມືດ້ານເຕັກນິກ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມື ໃນຂະແໜງການຕ່າງໆ ໂດຍສະເພາະການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ລະຫວ່າງ ສອງປະເທດ ໃຫ້ມີການຂະຫຍາຍຕົວເພີ່ມສູງຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ບຣາຊິວ ໃນຊຸມປີຕໍ່ໜ້າ. 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ບຣາຊິວ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 12 ມິຖຸນາ 1995. ນັບແຕ່ການສ້າງຕັ້ງສາຍພົວພັນການທູດຮ່ວມກັນເປັນຕົ້ນມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ບຣາຊິວ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍທັງສອງຝ່າຍ ໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນຫຼາຍລະດັບ. ການພົວພັນສອງຝ່າຍ ແມ່ນມີການພົວພັນຮ່ວມມືກັນຢ່າງປົກກະຕິນໍາກັນຕະຫຼອດມາ, ໂດຍສະເພາະໃນໂອກາດສໍາຄັນຕ່າງໆ, ການນໍາຂັ້ນສູງຂອງສອງປະເທດ ກໍ່ໄດ້ສົ່ງສານອວຍພອນເຊິ່ງກັນ ແລະ ກັນ.

ຜ່ານມາ, ລັດຖະບານບຣາຊິວ ເຄີຍໃຫ້ທຶນຝຶກອົບຮົມສໍາລັບນັກການທູດໜຸ່ມນ້ອຍ, ກິລາບານເຕະ ແລະ ຂໍ້ລິເລີ່ມໂຄງການຊົນລະປະທານແກ່ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ. ພ້ອມນີ້, ບຣາຊິວ ສະແດງຄວາມສົນໃຈ ການສຶກສາຄວາມເປັນໄປໄດ້ໃນການຮ່ວມມືດ້ານການລ້ຽງງົວພັນຊີ້ນ ເພື່ອສົ່ງອອກຂາຍໃຫ້ແກ່ ສປ.ຈີນ.

ຂໍ້ມູນຈາກ: https://bit.ly/3tTYUew

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/