ຣັດເຊຍເອົາແທ້ ປະກາດຈະບໍ່ສົ່ງແກສໃຫ້ ຖ້າບໍ່ຈ່າຍເປັນເງິນ Ruble ເລີ່ມ 1 ເມສານີ້


ຍັງສາມາດເອີ້ນກະແສຈາກທົ່ວໂລກໄດ້ຢ່າງຕໍ່ເນື່ອງ ສຳລັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin, ທີ່ຫຼ້າສຸດ ອອກມາຢືນຢັນ ກຳນົດເສັ້ນຕາຍໃຫ້ຄົນຕ່າງປະເທດ ທີ່ຊື້ພະລັງງານຈາກຣັດເຊຍ. ບໍ່ວ່າຈະເປັນນ້ໍາມັນ ຫຼື ອາຍແກສທໍາມະຊາດ ການຈ່າຍເງິນຈະຕ້ອງຈ່າຍເປັນເງິນ Ruble ເທົ່ານັ້ນ ເຊິ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ (1 ເມສາ 2022), ຖ້າບໍ່ດັ່ງນັ້ນຣັດເຊຍຈະບໍ່ຂາຍແກສ ຫຼື ນ້ໍາມັນໃຫ້ໂດຍເດັດຂາດ.

ປະທານາທິບໍດີ Putin ໄດ້ກ່າວຢ່າງຈະແຈ້ງວ່າ ປະເທດທີ່ຊື້ອາຍແກສທໍາມະຊາດຈາກຣັດເຊຍຕ້ອງຊຳລະເປັນເງິນ Ruble ເທົ່ານັ້ນ. ເລີ່ມແຕ່ວັນສຸກນີ້ (1 ເມສາ), ຖ້າຜູ້ຊື້ບໍ່ປະຕິບັດຕາມເງື່ອນໄຂດັ່ງກ່າວ, ສັນຍາຈະຖືກຍົກເລີກ. ໃນຕົ້ນອາທິດທີ່ຜ່ານມາ, ທ່ານ Putin ໄດ້ໃຫ້ສັນຍານວ່າມາດຕະການດັ່ງກ່າວຈະຖືກປະຕິບັດຕໍ່ບັນດາປະເທດທີ່ມີຈຸດຢືນທີ ບໍ່​ເປັນ​ມິດກັບ​ຣັດ​ເຊຍ, ສົ່ງ​ຜົນ​ໃຫ້​ປະ​ເທດ​ໃນ​ທົ່ວ​ໂລກ ສ່ວນຫຼາຍແມ່ນປະເທດໃນຢູໂຣບ ອອກ​ມາ​ຄັດຄ້ານ​ແນວ​ຄິດດັ່ງກ່າວ.

ການ​ເຄື່ອນ​ໄຫວ​ຄັ້ງນີ້ຂອງ​ປະທານາທິບໍດີ Putin ມີ​ຂຶ້ນ​ພາຍຫຼັງ​ທີ່​ທ່ານ​ໄດ້​ລົງ​ນາມ​ ​ໃນ​ວັນ​ພະຫັດ (31 ມີນາ) ທີ່​ເຮັດ​ໃຫ້​ຫຼາຍ​ປະ​ເທດ​ໃນ​ຢູ​ໂຣບຕົກຢູ່ໃນຄວາມ​ສ່ຽງ​ຕໍ່​ການ​ສູນ​ເສຍຜູ້ສະໜອງດ້ານ​ພະລັງງານລາຍໃຫຍ່ໄປ ເຊິ່ງ​ກວມ​ເອົາ 1/3 ຂອງຜູ້​ສະໜອງ​ພະລັງງານ​ທັງ​ໝົດ, ໂດຍ​ເຢຍລະ​ມັນ ປະເທດທີ່​ຊື້​ພະລັງງານ​ຂອງຣັດ​ເຊຍ​ຫຼາຍທີ່ສຸດໃນຢູໂຣບ ໄດ້ປະກາດແຜນການສຸກເສີນ ຈັດ​ສັນ​ພະ​ລັງ​ງານ​ໃຫ້​ພຽງ​ພໍ​ໃນ​ການ​ຂັບເຄື່ອນເສດ​ຖະ​ກິດ​.

ໂດຍຜູ້ນຳຣັດ​ເຊຍ​ເນັ້ນ​ໜັກ​ວ່າ ​​ບໍ່​ມີ​ປະເທດໃດ​ຂາຍ​ສິ່ງ​ໃດ​ໃຫ້​ຣັດ​ເຊຍ​ແບບຟຣີໆ ແລະ ຣັດເຊຍກໍບໍ່ໄດ້ເຮັດເພື່ອການກຸສົນເຊັ່ນກັນ. ແລະຍັງເປັນເລື່ອງທີ່ບໍ່ສົມເຫດສົມຜົນສໍາລັບຣັດເຊຍ ທີ່ຈະຂາຍຜະລິດຕະພັນຂອງຕົນເອງໃຫ້ສະຫະລັດ ແລະ ສະຫະພາບຢູໂຣບ ເພື່ອໄດ້ຮັບການຊໍາລະການຊື້ຂາຍເປັນໂດລາ, ເງິນຢູໂຣ ແລະ ສະກຸນເງິນອື່ນໆ.

ຢ່າງໃດກໍຕາມ, ການຮຽກຮ້ອງ ແລະ ການກະທໍາຂອງຜູ້ນໍາຣັດເຊຍໃນຄັ້ງນີ້​ເຮັດ​ໃຫ້​ຫຼາຍ​ປະ​ເທດ​ສະ​ແດງ​ຄວາມ​ຜິດ​ຫວັງ​ຕໍ່ຣັດ​ເຊຍ ຫຼາຍປະເທດໃນຢູໂຣບໄດ້ລະບຸວ່າພຶດຕິກຳຂອງ Putin ເປັນຄວາມພະຍາຍາມທີ່ຈະ blackmail.

ລັດຖະມົນຕີ​ເສດຖະກິດ​ເຢຍລະ​ມັນ Robert Habeck ກ່າວ​ວ່າ ການ​ຮຽກຮ້ອງ​ຂອງຣັດ​ເຊຍ​ ຄັ້ງນີ້ ​ແມ່ນ​ການ​ລະ​ເມີດ​ສັນຍາທີ່ເຄີຍເຮັດໄວ້ ແລະ ເຢຍລະມັນຈະບໍ່ອະນຸຍາດໃຫ້ຣັດເຊຍມາ blackmail ແບບນີ້ຢ່າງເດັດຂາດ, ໃນຂະນະທີ່ນາຍົກລັດຖະມົນຕີເຢຍລະມັນ Olaf Scholz ກ່າວວ່າບໍລິສັດໃນປະເທດເຢຍລະມັນຍັງຕ້ອງການທີ່ຈະຈ່າຍຄ່າແກສເປັນເງິນຢູໂຣຄືເກົ່າ ອີງ​ຕາມ​ການ​ສັນ​ຍາ​ທີ່ໄດ້​ລະ​ບຸ​ໄວ້​ວ່າຈະຕ້ອງຈ່າຍເປັນເງິນຢູໂຣ. ສ່ວນນາຍົກລັດຖະມົນຕີອັງກິດ ທ່ານ Boris Johnson ໄດ້ເນັ້ນໜັກວ່າອັງກິດຈະບໍ່ຊອກຫາວິທີທີ່ຈະຈ່າຍຄ່າແກສຣັດເຊຍເປັນເງິນ Ruble ເດັດຂາດ.

​ໃນ​ຂະນະ​ດຽວ​ກັນ, ມີ​ລາຍ​ງານ​ວ່າ, ການ​ຕັດສິນ​ໃຈ​ຂອງ​ຜູ້ນຳຣັດ​ເຊຍ​ໃນ​ຄັ້ງ​ນີ້​ຍັງ​ໄດ້​ເຮັດ​ໃຫ້​ເງິນ​ Ruble ​ແຂງ​ຄ່າທັນທີ ຫຼັງ​ຈາກ​ອ່ອນຄ່າລົງເປັນປະຫວັດສາດ ຍ້ອນ​ການ​ຂວ້ຳບາດທາງ​ດ້ານ​ເສດຖະກິດ​ ຈາກຫຼາຍປະເທດທົ່ວໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/