ບົດບາດ​ຂອງ​ອາ​ຊຽນ​ໃນ “​ຕະຫຼາດ​ໝາກ​ໄມ້​ຈີນ”


ນັບ​ແຕ່​ປີ 2016 ​ເປັນ​ຕົ້ນ​ມາ, ຈີນ​ມີ​ແນວໂນ້ມ​ເພີ່ມ​ຂຶ້ນ​ການ​ນຳ​ເຂົ້າ​ໝາກ​ໄມ້​ຈາກ​ຕ່າງ​ປະ​ເທດ ເນື່ອງຈາກຄວາມຕ້ອງການໝາກໄມ້ເຂດຮ້ອນໃນປະເທດເພີ່ມຂຶ້ນ. ອີງຕາມ​ຂໍ້​ມູນ​ຫຼ້າ​ສຸດຂອງປີ 2023 , ການ​ນຳ​ເຂົ້າ​ໝາກ​ໄມ້​ຂອງ​ຈີນ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 16,85 ຕື້​ໂດ​ລາ​ສະ​ຫະ​ລັດ, ເຊິ່ງເພີ່ມ​ຂຶ້ນ 15% ຈາກ​ປີ 2022. ສຳລັບໝາກ​ໄມ້​ທີ່​ຈີນ​ນຳ​ເຂົ້າ​ເປັນ​ສ່ວນໃຫຍ່​ແມ່ນ​ໝາກ​ຖົ່ວລຽນສົດ (40%), ໝາກ​ເຜັດ (16%), ໝາກ​ຖົ່ວລຽນ​ແຊ່​ແຂງ (6%) , ໝາກກ້ວຍ (6%) ໝາກມັງຄຸດ (4%) ແລະ ໝາກພ້າວ (4%).

ໂດຍແຫຼ່ງ​ນຳ​ເຂົ້າ​ໝາກ​ໄມ້​ສ່ວນ​ໃຫຍ່​ແມ່ນ​ຈະເປັນປະ​ເທດໃນ​ອາ​ຊຽນໄດ້ແກ່: ​ໄທ, ຫວຽດນາມ, ຟິ​ລິບ​ປິນ, ມາ​ເລ​ເຊຍ ​ແລະ ອິນ​ໂດ​ເນ​ເຊຍ. ເຊິ່ງປະ​ເທດ​ເຫຼົ່າ​ນີ້​ມີ​ບົດບາດ​ສຳຄັນໃນ​ການ​ຄ້າ​ໝາກ​ໄມ້​ອາ​ຊຽນ​ຢູ່ໃນ​ຕະຫຼາດ​ຈີນ. ໃນ​ປີ​ທີ່​ຜ່ານ​ມາ, ປະ​ເທດ​ອາ​ຊຽນ​ໄດ້​ມີ​ການ​ແຂ່ງ​ຂັນ​ກັນ​ເພີ່ມ​ຂຶ້ນ ເພື່ອ​ຍາດເອົາສ່ວນ​ແບ່ງ​ໃນຕະ​ຫຼາດ ຍົກຕົວຢ່າງ ໝາກຖົ່ວລຽນສົດທີ່ຈີນໄດ້ຮັບອະນຸຍາດນໍາເຂົ້າຈາກໄທ, ຫວຽດນາມ ແລະ ຟິລິບປິນ. ເຊິ່ງໃນອະນາຄົດ, ການແຂ່ງຂັນສໍາລັບສ່ວນແບ່ງຕະຫຼາດຈະເພີ່ມຂຶ້ນຫຼາຍກວ່າເກົ່າ ຖ້າຫາກ​ມາ​ເລ​ເຊຍ​ສາມາດ​ໄດ້​ຮັບ​ການ​ອະນຸຍາດໃນການ​ສົ່ງ​ອອກ​ໝາກຖົ່ວລຽນສົດໄດ້​ໃນ​ປີ​ນີ້.

ຕະຫຼາດ​ໝາກ​ໄມ້​ຂອງ​ຈີນ​ມີ​ຂະໜາດ​ໃຫຍ່ ​ແລະ​ ມີການຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ​ໃນ​ປີ 2023, ມູນ​ຄ່າ​ການ​ຄ້າ​ໝາກ​ໄມ້​ທັງ​ໝົດ​ຂອງ​ຈີນ​ບັນລຸ 1,330 ຕື້​ຢວນ, ກວມ​ເອົາ 20% ຂອງ​ມູນ​ຄ່າ​ການ​ຄ້າ​ໝາກ​ໄມ້​ຂອງ​ໂລກ.

ທິດທາງໃນການເຕີບໂຕຂອງຕະຫຼາດໝາກໄມ້ຈີນ

ຕະຫຼາດ​ໝາກ​ໄມ້​ຈີນ​ມີ​ແນວໂນ້ມໃນການເຕີບ​ໂຕ​ທີ່​ສົດ​ໃສ ແລະ ຄາດ​ວ່າ​ມູນ​ຄ່າ​ຕະຫຼາດ​ຈະ​ບັນລຸ 1,800 ຕື້​ຢວນ ​ໃນ​ປີ 2027. ​ປັດ​ໄຈ​ທີ່​ສະໜັບສະໜູນ​ການ​ເຕີບ​ໂຕ​ໄດ້ແກ່:

  • ການ​ຂະ​ຫຍາຍ​ຕົວ​ຂອງ​ຊົນ​ຊັ້ນ​ກາງ​: ຊົນ​ຊັ້ນ​ກາງ​ຂອງ​ຈີນ​ມີ​ຂະ​ໜາດ​ໃຫຍ່ ​ແລະ ​ມີ​ລາຍ​ໄດ້​ສູງ​ຂຶ້ນ​. ສົ່ງຜົນໃຫ້ມີຄວາມຕ້ອງການຜະລິດຕະພັນທີ່ມີຄຸນະພາບສູງ.
  • ການ​ປ່ຽນ​ແປງ​ພຶດ​ຕິ​ກຳ​ຂອງ​ຜູ້​ບໍ​ລິ​ໂພກ: ຜູ້​ບໍ​ລິ​ໂພກ​ຈີນ​ມີ​ຄວາມໃສ່ໃຈໃນການ​ຮັກ​ສາ​ສຸ​ຂະ​ພາບ​ຫຼາຍ​ຂຶ້ນ. ເລືອກຊື້ໝາກໄມ້ສົດ, ປອດໄພ ແລະ ມີສານອາຫານ.
  • ການພັດທະນາພື້ນຖານໂຄງສ້າງ: ການພັດທະນາໂຄງສ້າງພື້ນຖານດ້ານການຂົນສົ່ງ ຊ່ວຍໃຫ້ການຂົນສົ່ງໝາກໄມ້ສະດວກ ແລະ ໄວ.

ໂອກາດສຳລັບອາຊຽນ

ຈີນ​ແມ່ນ​ຕະຫຼາດ​ໝາກ​ໄມ້​ທີ່​ມີ​ທ່າ​ແຮງ​ສູງ​ຂອງ​ອາ​ຊຽນ. ອາຊຽນມີສະພາບອາກາດທີ່ເໝາະສົມກັບການປູກໝາກໄມ້ເຂດຮ້ອນຕ່າງໆເຊັ່ນ: ໝາກຖົ່ວລຽນ, ໝາກມັງຄຸດ, ໝາກມ່ວງ, ໝາກນັດ, ໝາກກ້ວຍ ແລະ ອື່ນໆ ເຊິ່ງເປັນທີ່ຕ້ອງການຂອງຜູ້ບໍລິໂພກຂອງຈີນ.

ສິ່ງທ້າທາຍທີ່ຕ້ອງປະເຊີນ

​ແນວ​ໃດ​ກໍ​ດີ, ອາ​ຊຽນຈະຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນ​ການ​ສົ່ງ​ອອກ​ໝາກ​ໄມ້​ໄປ​ຈີນ ເຊິ່ງໄດ້ແກ່:

  • ຂໍ້​ກໍາ​ນົດດ້ານກົດ​ລະ​ບຽບ​​: ຈີນ​ມີ​ລະ​ບຽບ​ທີ່​ເຄັ່ງ​ຄັດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ ​ແລະ​ ການ​ກັກ​ກັນໂຣກໃນ​ພືດ-​ສັດ​. ຜູ້ຜະລິດ ແລະ ຜູ້ສົ່ງອອກໃນອາຊຽນຕ້ອງປະຕິບັດຕາມຢ່າງເຂັ້ມງວດ.
  • ການແຂ່ງຂັນ: ອາຊຽນປະເຊີນກັບການແຂ່ງຂັນຈາກປະເທດສົ່ງອອກໝາກໄມ້ອື່ນໆ ເຊັ່ນ: ຊີລີ, ອອສເຕຣເລຍ ແລະ ນິວຊີແລນ.
  • ພື້ນຖານໂຄງສ້າງ: ພື້ນຖານໂຄງສ້າງດ້ານການຂົນສົ່ງໃນບາງປະເທດອາຊຽນຍັງບໍ່ທັນພັດທະນາ ສົ່ງຜົນກະທົບຕໍ່ປະສິດທິພາບໃນການຂົນສົ່ງ

ແນວທາງໃນການພັດທະນາເພື່ອສົ່ງເສີມໝາກໄມ້ໄປຈີນ

  • ພັດທະນາຄຸນະພາບ ແລະ ມາດຕະຖານການຜະລິດ: ສຸມໃສ່ການຜະລິດໝາກໄມ້ໃຫ້ມີຄຸນະພາບ, ປອດໄພ, ໄດ້ມາດຕະຖານສາກົນ.
  • ພັດທະນາພື້ນຖານໂຄງສ້າງ: ພັດທະນາລະບົບການຂົນສົ່ງໃຫ້ມີປະສິດທິພາບ, ສະດວກ ແລະ ວ່ອງໄວ.
  • ສ້າງ​ແບຣນໃຫ້ກັບຜະ​ລິດ​ຕະ​ພັນ: ພັດ​ທະ​ນາ​ແບຣນໃຫ້ກັບ​ຜະ​ລິດ​ຕະ​ພັນ​ໝາກ​ໄມ້​ອາ​ຊຽນ​ເພື່ອໃຫ້​ກາຍເປັນ​ທີ່​ຮູ້​ຈັກ​ດີ​ໃນ​ຕະ​ຫຼາດ​ຈີນ.
  • ສົ່ງເສີມ​ການ​ຮ່ວມ​ມື: ການຮ່ວມ​ມື​ກັບ​ຈີນ​ພັດທະນາ​ຕະຫຼາດ​ໝາກ​ໄມ້. ຮ່ວມ​ກັນ​ລົງ​ທຶນ​ໃນ​ພື້ນ​ຖານ​ໂຄງ​ສ້າງ ແລະ ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ເຊັ່ນ:

ສູນ​ການ​ຄ້າ​ໝາກ​ໄມ້​ຈີນ – ອາ​ຊຽນ: ຕັ້ງ​ຢູ່​ເຂດ​ກວາງ​ຊີ. ເປັນສູນການຄ້າການນຳເຂົ້າ ແລະ ສົ່ງອອກໝາກໄມ້ຜ່ານທາງບົກແບບຄົບວົງຈອນ.

ດ່ານ​ຫຼົງປັງ (ຈີນ) ແລະ ດ່ານ​ຈ່າຫຼິນ (ຫວຽດ​ນາມ): ຍົກ​ລະ​ດັບ​ສາ​ກົນ. ຮອງຮັບການນຳໃຊ້ລົດທີ່ບໍ່ມີຄົນຂັບ ແລະ ການຂົນສົ່ງສິນຄ້າຕະຫຼອດ 24 ຊົ່ວໂມງ.

ສະຫຼຸບ, ຕະຫຼາດ​ໝາກ​ໄມ້​ຈີນ​ມີ​ໂອກາດທີ່ຈະ​ເຕີບ​ໂຕ​ສູງ ແລະ ອາ​ຊຽນ​ມີ​ທ່າ​ແຮງ​ໃນ​ການ​ສົ່ງ​ອອກ​ໝາກ​ໄມ້​ໄປ​ຈີນ. ແຕ່ຍັງຕ້ອງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ຈຶ່ງຕ້ອງ​ພັດ​ທະ​ນາ​ຄຸນນະ​ພາບ, ມາດ​ຕະ​ຖານ ແລະ​ ພື້ນ​ຖານ​ໂຄງ​ສ້າງ. ຊຸກຍູ້​ການ​ຮ່ວມ​ມື​ກັບ​ຈີນ ຊຸກຍູ້​ການ​ຄ້າ​ໝາກ​ໄມ້​ລະຫວ່າງ​ກັນແລະກັນ.

ທີ່ມາ:

bangkokbiznews

files.eacce.org.ma

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/