“ນີ້ແມ່ນຝັນທີ່ເປັນຈິງ” ແມ່ຕູ້ອາຍຸ 79 ປີ ເຮັດຕາມຄວາມຝັນສຳເລັດ ທ່ຽວຄົບ 193 ປະເທດ!


ບໍ່ມີໃຜເຖົ້າເກີນໄປທີ່ຈະເຮັດຕາມຄວາມຝັນ ຄຳນີ້ຍັງໃຊ້ໄດ້ສະເໝີ ເມື່ອແມ່ຕູ້ຈາກປະເທດ ຟິລິບປິນ ໄດ້ມີຄວາມຝັນຕັ້ງແຕ່ຍັງນ້ອຍວ່າຕົນເອງຈະເດີນທາງໄປທ່ຽວຮອບໂລກ ແລະ ຄວາມຝັນກໍໄດ້ກາຍເປັນຈິງໃນໄວ 79 ປີ ດ້ວຍການທາງເດີນທາງໄປທ່ຽວ 193 ປະເທດທົ່ວໂລກ.

ລຸຍຊາຍູ ແມ່ຕູ້ຊາວຟິລິບປິນ ອາຍຸ 79 ປີ ໄດ້ອອກເດີນທາງຈົນຮອດປາຍປີ 2023 ທີ່ຜ່ານມາ ພ້ອມກັບໄດ້ເຮັດຕາມຄວາມຝັນຄືການເດີນທາງໄປທຸກປະເທດທົ່ວໂລກ ໂດຍແມ່ຕູ້ເພິ່ນໄດ້ກ່າວວ່າ “ນີ້ແມ່ນຝັນທີ່ເປັນຈິງ” ຕັ້ງແຕ່ນ້ອຍຈົນໃຫຍ່ກໍມີຄວາມຄິດວ່າຈະອອກເດີນທາງໄປທ່ອງທ່ຽວຕາມສະຖານທີ່ຕ່າງໆ.

ໂດຍເລີ່ມຕົ້ນຄວາມຝັນຕອນອາຍຸ 23 ປີ ແມ່ຕູ້ໄດ້ມີໂອກາດໄປແລກປ່ຽນທີ່ ສະຫະລັດອາເມຣິກາ ເຊິ່ງເລີ່ມຕົ້ນຈາກບ່ອນນັ້ນ ແລະ ແນ່ນອນວ່າໄລຍະ 50 ກວ່າປີທີ່ຜ່ານມາ ເພິ່ນໄດ້ເດີນທາງອອກໄປທຸກບ່ອນທີ່ໄປໄດ້ ຕັ້ງແຕ່ຢູໂຣບ ໄປຮອດອາຊີ ແນ່ນອນວ່າມີປະເທດລາວເຮົາພ້ອມ ຈົນໃນທີ່ສຸດກໍຄົບ 193 ປະເທດທົ່ວໂລກ!.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/