ຈະຢ່າຮ້າງບໍ່ວ່າກັນ! ແຕ່ຄືນໝາກໄຂ່ຫຼັງຂ້ອຍມາ


ເປັນການຢ່າຮ້າງທີ່ບອກໄດ້ພຽງວ່າບໍ່ທຳມະດາ! ແຕ່ເລື່ອງນີ້ຕ້ອງຂໍຢ້ອນກັບໄປໃນປີ 1990 ເມື່ອ ດຣ. Richard Batista ໄດ້ແຕ່ງງານກັບ ຍິງສາວທີ່ຊຶ່ວ່າ Dawnell ພ້ອມມີລູກນຳກັນອີກ 3 ຄົນ ແຕ່ມາຮອດປີ 2001 ຜູ້ເປັນເມຍໄດ້ບໍ່ສະບາຍຢ່າງໜັກ ທາງສາມີຢ່າງ Richard ຈຶ່ງຕັດສິນໃຈຍົກໝາກໄຂ່ຫຼັງເພື່ອຊ່ວຍຊີວິດຄົນຮັກ.

ແຕ່ 4 ປີຕໍ່ມາປານຟ້າຫຼິ້ນຕະຫຼົກ ທັງສອງໄດ້ມີບັນຫາຈົນເຖິງຂັ້ນຢ່າກັນໃນທີ່ສຸດ ແຕ່ເລື່ອງບໍ່ຈົບພຽງເທົ່ານັ້ນ ເມື່ອຝ່າຍຊາຍຜູ້ເປັນອະດີດສາມີໄດ້ຟ້ອງຮ້ອງຜູ້ເປັນອະດີດເມຍດ້ວຍຈຳນວນເງິນ 1,2 ລ້ານປອນ! ເພື່ອຂໍໝາກໄຂ່ຫຼັງຕົນເອງຄືນມາຈາກຜູ້ເປັນອະດີດເມຍ.

ເຊິ່ງແນ່ນອນສານເບິ່ງວ່າເປັນການຟ້ອງແບບຜິດກົດໝາຍ ເພາະອ້າງອີງຈາກຜູ້ຊ່ຽວຊານທາງການແພດແລ້ວ ຫາກເອົາໝາກໄຂ່ຫຼັງອອກມາຈະເຮັດໃຫ້ຜູ້ເປັນອະດີດເມຍມີຄວາມສ່ຽງຕໍ່ຊີວິດເກີນໄປ ແລະ ກາຍເປັນວ່າຕົວຂອງ ດຣ. Richard Batista ຈະຖືກຟ້ອງໃນຄະດີພະຍາຍາມຂ້າແທນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/