Stellar ຈຸດປະກາຍຍຸກໃໝ່! ເປີດຕົວ Smart Contracts ໃນ Mainnet ຢ່າງເປັນທາງການ


ໃນທີ່ສຸດ Stellar Development Foundation (SDF) ກໍໄດ້ເປີດຕົວສັນຍາ  Smart Contracts ໃນເຄືອຂ່າຍ Stellar Mainnet ຢ່າງເປັນທາງການ ໂດຍຫວັງວ່າຈະຊ່ວຍຈຸດປະກາຍ “ຍຸກໃໝ່” ໃຫ້ກັບເຕັກໂນໂລຊີເຄືອຂ່າຍຂອງຕົນ. ຫຼັງຈາກທີ່ທົດສອບໃນເຄືອຂ່າຍ Testnet ມາດົນເຖິງ 16 ເດືອນ.

ໃນຖະແຫຼງການໃນວັນທີ 20 ກຸມພາທີ່ຜ່ານມາ, Stellar Development Foundation (SDF) ໄດ້ປະກາດວ່າ ຜູ້ກວດສອບເຄືອຂ່າຍ Stellar ໄດ້ປະສົບຄວາມສຳເລັດໃນການຍົກລະດັບ “Protocol 20” ເຊິ່ງເປັນການເປີດໃຊ້ງານແພລັດຟອມສັນຍາ Smart Contracts ໃໝ່ທີ່ມີຊື່ວ່າ “Soroban” ໂດຍມີເປົ້າໝາຍທີ່ຈະມອບປະສົບການນັກພັດທະນາທີ່ເປັນມິດຕໍ່ຜູ້ໃຊ້ຫຼາຍຂຶ້ນ ສຳລັບຜູ້ທີ່ໃຊ້ພາສາ Rust ແລະ WASM (WebAssembly).

Soroban ແມ່ນແພລັດຟອມສັນຍາ Smart Contracts ທີ່ເປີດຕົວຄັ້ງທໍາອິດໃນ Testnet ຂອງ Stellar ໃນເດືອນຕຸລາ 2022. ໂດຍແພລັດຟອມດັ່ງກ່າວຄຸນສົມບັດໃນການຂະຫຍາຍຂະໜາດເຊັ່ນ ຄ່າທໍານຽມທີ່ຄາດເດົາໄດ້ ແລະ ການກໍານົດລາຄາຄ່າໃຊ້ຈ່າຍແບບອິດສະຫຼະ.

Stellar ກ່າວວ່າ ລະບົບນິເວດສັນຍາ Smart Contracts ໃນເຄືອຂ່າຍຈະຊ່ວຍໃຫ້ສາມາດພັດທະນາແອັບພິເຄຊັນແບບ Decentralized (DApps) ໃໝ່ໆ, ເຊິ່ງຈະເຮັດໃຫ້ຜູ້ໃຊ້ສາມາດສ້າງໂປຣໂຕຄໍ ແລະ ແອັບພລິເຄຊັນຮູບໃໝ່ໃນເຄືອຂ່າຍໄດ້.

ເຖິງວ່າຈະມີການປະກາດການເປີດຕົວຂອງສັນຍາ Smart Contracts ໃນເຄືອຂ່າຍ Stellar, ແຕ່ໂທເຄັນດັ້ງເດີມຂອງເຄືອຂ່າຍ (XLM) ຍັງບໍ່ສາມາດດຶງດູດຄວາມສົນໃຈໄດ້ຫຼາຍພໍຄວນ, ເຮັດໃຫ້ລາຄາຂອງ XLM ໄດ້ຫຼຸດລົງ 2.54 % ໃນ 24 ຊົ່ວໂມງທີ່ຜ່ານມາ. ໃນປັດຈຸບັນມັນແມ່ນການຊື້ຂາຍທີ່  0.113 ໂດລາ, ອີງຕາມ Coinmarketcap.

ທີ່ມາ:

cointelegraph

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/