ຈີນຈະກາຍເປັນຄູ່ຄ້າອັນດັບໜຶ່ງຂອງລາວ ພ້ອມມີໂຄງການລົງທຶນຈາກຈີນ ກວ່າ 986 ລ້ານໂດລາ


ຄະນະກຳມະການຮ່ວມມືລາວ-ຈີນ (ຄລຈ) ຄາດ ຈີນຈະກາຍເປັນຄູ່ຄ້າອັນດັບໜຶ່ງຂອງລາວ ຈາກການເຕີບໂຕທາງການຄ້າສອງຝ່າຍທີ່ເພີ່ມຂຶ້ນເລື້ອຍໆ, ປີ 2023 ສປປ ລາວ ມີໂຄງການລົງທຶນຈາກຈີນ ກວ່າ 986 ລ້ານໂດລາ.

ຄະນະກໍາມະການຮ່ວມມື ລາວ-ຈີນ (ຄລຈ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮ່ວມມືດ້ານເສດຖະກິດ ການຄ້າ ແລະ ເຕັກນິກ ລະຫວ່າງລາວ-ຈີນ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ໃນວັນທີ 21-22 ກຸມພາ 2024 ທີ່ສະໂມສອນໃຫຍ່ ກະຊວງແຜນການ ແລະ ການລົງທຶນ (ຜທ) ເປັນປະທານຂອງທ່ານ ໄຊຊະນະ ສິດທິພອນ ຮອງປະທານຜູ້ປະຈຳການ ຄລຈ ມີຫົວໜ້າ -ຮອງຫົວໜ້າຫ້ອງການ ຄລຈ ຕາງໜ້າຈາກກະຊວງ ແລະ ອົງການລັດທຽບເທົ່າ ຕາງໜ້າຈາກຂະແໜງ ການຂັ້ນສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຍົກໃຫ້ເຫັນເຖິງບາງຜົນງານທີ່ພົ້ນເດັ່ນໃນໜຶ່ງປີຜ່ານມາ ເປັນຕົ້ນແມ່ນ: ການປະຕິບັດໂຄງການຊ່ວຍເຫຼືອລ້າ ເຊິ່ງໃນປີ 2024 ນີ້ ສປປ ລາວຍັງໄດ້ຮັບການຊ່ວຍເຫຼືອຮີບດ່ວນ ດ້ານພາຫະນະ ແລະ ອຸປະກອນ ເພື່ອຮອງຮັບການເປັນເຈົ້າພາບປະຊຸມ ASEAN ການຮ່ວມມືດ້ານການຄ້າ.

ໂດຍໃນປີ 2023 ເຫັນວ່າຕົວເລກມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນຢ່າງກ້າວກະໂດດ ເຊິ່ງໃນປີນີ້ ສາມາດບັນລຸໄດ້ 7,09 ຕື້ໂດລາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 26,6% (ປີ 2022 ແມ່ນ 5,68 ຕື້ໂດລາ). ໃນນີ້ ລາວສົ່ງອອກ 3,74 ຕື້ໂດລາ ເພີ່ມຂຶ້ນ 11,9% ລາວນໍາເຂົ້າ 3,35 ຕື້ໂດລາ ເພີ່ມຂຶ້ນ 48,4% ອີງຕາມຕົວເລກສະຖິຕິການຄ້າສອງຝ່າຍ ລາວ-ຈີນ ໃນຊຸມປີຜ່ານມາ ເຫັນວ່າມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຄາດວ່າ ຈີນຈະກາຍເປັນຄູ່ຄ້າອັນດັບໜຶ່ງຂອງລາວ ໃນອະນາຄົດອັນໃກ້ນີ້.

ອີງຕາມຂໍ້ມູນຈາກ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ປະຈຳເດືອນ ທັນວາ 2023, ສປ ຈີນ ໄດ້ກາຍເປັນຄູ່ຄ້າສຳຄັນຂອງ ສປປ ລາວ ໂດຍມີມູນຄ່າການຄ້າ 2 ສົ້ນກວ່າ 499 ລ້ານໂດລາ ແບ່ງເປັນ ສົ່ງອອກ 200,3 ລ້ານ ໂດລາ ແລະ ນຳເຂົ້າ 298,7 ລ້ານ ໂດລາ.

ເດືອນ ທັນວາ ຍັງເປັນເດືອນທຳອິດ ທີ່ ສປປ ລາວ ນຳເຂົ້າສິນຄ້າຈາກ ສປ ຈີນຫຼາຍທີ່ສຸດ ແຊງໜ້າ ປະເທດໄທ . ໂດຍນຳເຂົ້າຈາກຈີນ ມູນຄ່າ 298,7 ລ້ານ ໂດລາ ແລະ ນໍາເຂົ້າຈາກໄທ ປະມານ 271,3 ລ້ານ ໂດລາ.

ການດຶງດູດການລົງທຶນ ສາມາດດຶງດູດການລົງທຶນຈາກ ສປ ຈີນ ໄດ້ຈໍານວນ 17 ໂຄງການ ລວມມູນຄ່າການລົງທຶນປະມານ 986 ລ້ານໂດລາ (ການລົງທຶນຂອງຈີນ 100%) ເຊິ່ງຖືເປັນເມັດເງິນໜຶ່ງທີ່ສໍາຄັນ ໃນການພັດທະນາເສດຖະກິດສັງຄົມ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວ.

https://www.facebook.com/VientianeMai/posts/pfbid032X1A2Q6rsjH6DrhSrnyJCpaSB9yzjLcc7SNCa8nkhCZmzuif7hmhF4irs18crFMil

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/