Wonbin RIIZE ກາຍເປັນສະມາຊິກ K-POP ທີ່ຖືກເວົ້າເຖິງຫຼາຍທີ່ສຸດໃນເດືອນ ກຸມພາ


The Korean Business Research Institute ໄດ້ອອກມາເປີດເຜີຍຂໍ້ມູນຫຼາຍໜວດໃນວົງການ K-POP ໂດຍການຈັດອັນດັບໃນເດືອນ ກຸມພາ 2024 ນີ້ ໄດ້ຮວບຮວມຂໍ້ມູນທີ່ກ່ຽວກັບສະມາຊິກວົງໄອດໍ K-POP ຈາກ 1,720 ຄົນ ຕັ້ງແຕ່ວັນທີ 22 ມັງກອນ – 22 ກຸມພາ 2024 ລວມທັງໝົດ 64,163,706 ລາຍການ.

ແລະໃນອັນດັບ 1 ຕົກເປັນໜຸ່ມ Wonbin ແຫ່ງ RIIZE ເດັກໃໝ່ຈາກຕຶກບົວ ໄດ້ກາຍເປັນສະມາຊິກໄອດໍ K-POP ທີ່ຖືກເວົ້າເຖິງຫຼາຍທີ່ສຸດໃນເດືອນ ກຸມພາ 2024 ດ້ວຍດັດຊະນີຊື່ສຽງທັງໝົດ 2,851,254 ຈຸດ ແລະ ຄີເວີດທີ່ຖືກເວົ້າຫຼາຍທີ່ສຸດ ໄດ້ແກ່ “ໂຕກຽວຄອນເສີດ”, “Love 119” ແລະ “ຊົງຜົມຍາວ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/