ສປ ຈີນ ເປັນຕະຫຼາດສົ່ງອອກຫຼັກສິນຄ້າກະສິກຳ ຂອງແຂວງໄຊຍະບູລີ


ສປ ຈີນ ເປັນໜຶ່ງໃນ ຍຸດທະສາດການຜະລິດກະສິກຳ ເພື່ອສົ່ງອອກ ຂອງແຂວງໄຊຍະບູລີ ໂດຍ ສປ ຈີນ ຖືເປັນຕະຫຼາດຫຼັກ ເປັນຕະຫຼາດຂະໜາດໃຫຍ່ ແລະ ມີສັກກະຍາພາບສູງສຸດ ທີ່ຈະສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນ ແລະ ສ້າງອາຊີບໃຫ້ປະຊາຊົນມີວຽກເຮັດງານທໍາ ໃຫ້ກັບປະຊາຊົນໃນແຂວງ ໄຊຍະບູລີ.

ທ່ານ ບຸດສະກອນ ອິນທະລັງສີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີໄດ້ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ການຜະລິດເປັນສິນຄ້າສົ່ງອອກ, ພວກເຮົາເຮັດວຽກຮ່ວມກັບຜູ້ປະກອບການ ອີງໃສ່ຕະຫຼາດ, ທ່າແຮງຂອງປະຊາຊົນທີ່ມີເງື່ອນໄຂການຜະລິດ ເຊິ່ງເລັ່ງໃສ່ພືດທີ່ໄດ້ອະນຸສັນຍາກັບປະເທດປາຍທາງທີ່ລັດຖະບານລາວໄດ້ເຊັນລວມມີ ສປ ຈີນ 30 ກວ່າລາຍການ, ໄທ 10 ກວ່າລາຍການ.

ສໍາລັບພືດກະສິກໍາສິນຄ້າທີ່ສົ່ງໄປ ສປ ຈີນມີ 7 ຊະນິດ ທີ່ມີນັກລົງທຶນພາຍໃນແຂວງສົ່ງເສີມປະຊາຊົນປູກ ໃນນີ້ປະກອບມີມັນຕົ້ນ, ສາລີ, ໝາກເດືອຍ, ຊາ ແລະ ອື່ນໆ. ນອກນີ້, ຍັງມີການລົງທຶນຮູບແບບສໍາປະທານທີ່ດິນ 2+3 ປະຊາຊາຊົນເປັນແຮງງານ ແລະ ທີ່ດິນ, ນັກລົງທຶນຈີນເປັນຕະຫຼາດ, ເຕັກນິກ, ແລະ ລົງທຶນ ມີໝາກຖົ່ວຂຽວ, ຜັກສົດ ໝາກໂມ ແລະ ອື່ນໆ.

ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ກ່າວວ່າ: ມາຮອດປັດຈຸບັນ, ແຂວງໄຊຍະບູລີໄດ້ຈັດສັນດິນກະສິກໍາສະເພາະໃນການຜະລິດເພື່ອຄໍ້າປະກັນດ້ານສະບຽງອາຫານພາຍໃນເນັ້ນໃຫ້ປະຊາຊົນປູກຝັງ, ລ້ຽງສັດ ທົດແທນການນໍາເຂົ້າບາງພືດຜັກທີ່ຍັງບໍ່ສາມາດຜະລິດຕອບສະໜອງຕະຫຼາດພາຍໃນໄດ້ ປະກອບມີພືດຜັກ, ໝາກໄມ້ໃຫ້ໝາກໂດຍການສົ່ງເສີມຮູບແບບຈຸດສຸມ ເປັນຕົວແບບໃຫ້ບັນດາເມືອງ, ບ້ານ ແລະ ເລັ່ງໃສ່ສົ່ງເສີມຄອບຄົວໃຫ້ຜະລິດໄດ້ຕະຫຼອດປີ.

ທ່ານຍັງກ່າວອີກວ່າ: ໃນຕໍ່ໜ້າແຂວງຈະເນັ້ນການລົງທຶນເຮັດວຽກຮ່ວມກັບຊາວກະສິກອນໃຫ້ຫຼາຍຂຶ້ນ ຈໍາກັດການສໍາປະທານດິນຂອງລັດໃຫ້ໜ້ອຍລົງ  ພ້ອມທັງສົ່ງເສີມເຂດທີ່ໄດ້ຈັດສັນແລ້ວໃຫ້ຍືນຍົງຮັກສາແຫຼ່ງນໍ້າ, ປ່າໄມ້. ກະສິກໍາເປັນສິນຄ້າຈະເລັ່ງໃສ່ 3 ເປົ້າໝາຍ, ໜຶ່ງ, ການສົ່ງເສີມຜະລິດສິນຄ້າພາຍໃນໃຫ້ຫຼາກຫຼາຍ. ສອງ, ການຜະລິດພາຍໃນທົດແທນການນໍາເຂົ້າ ແລະ ສາມ, ປູກຝັງ-ລ້ຽງສັດເພື່ອເກື້ອກູນກັນ.

ນອກຈາກນີ້ ສປ ຈີນ ເປັນອັນດັບໜຶ່ງຂອງນັກລົງທຶນຕ່າງປະເທດທີ່ລົງທຶນໃນແຂວງໄຊຍະບູລີ. ເມື່ອບໍ່ດົນມານີ້, ທ່ານເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ ສື່ມວນຊົນວ່າ: ປະຈຸບັນ, ນັກທຸລະກິດຈີນກາຍເປັນອັນດັບໜຶ່ງທີ່ມາລົງທຶນຢູ່ແຂວງໄຊຍະບູລີ, ສວ່ນໃຫຍ່ແມ່ນລົງທຶນດ້ານກະສິກຳເປັນຕົ້ນແມ່ນມັນຕົ້ນ, ສາລີ, ໝາກເດືອຍ, ສໍາລັບພືດລະດູແລ້ງແມ່ນໝາກຖົ່ວຝັກສົດ, ໝາກໂມ, ໝາກກ້ວຍ ສິນຄ້າກະສິກຳສົ່ງອອກປີໜຶ່ງແມ່ນປະມານ 1 ລ້ານໂຕນ, ສ່ວນໃຫຍ່ແມ່ນສົ່ງໄປ ສປ ຈີນ ຮອງລົງມາມີໄທ ແລະ ຫວຽດນາມ.

https://www.facebook.com/crifm93/posts/pfbid0pN46MsU1Msc7oczjC9LeQjnhRHkV7diZr2jhMKH5DfRbofpXsyHnuL9HFH6UZR5Cl

https://www.facebook.com/crifm93/posts/pfbid0ZtzYGmqYhHQ57xBFs2G6NQQTbvf1Wbh7xY6xN7NnEa6kQnCjACHwET7RyMMQ4FuSl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/