ນັກວິເຄາະເຜີຍ ຫວຽດນາມ​ມີໂອກາດທີ່ຄວາມຮັ່ງມີຈະເພີ່ມຂຶ້ນສູງທີ່ສຸດໃນໂລກໃນອີກ 10 ປີຂ້າງໜ້າ


ຫວຽດນາມກຳລັງກຽມທີ່ຈະກ້າວຂຶ້ນເປັນປະເທດທີ່ມີການເຕີບໂຕໄວ້ທີ່ສຸດໃນໂລກພາຍໃນ 10 ປີຂ້າງໜ້າ. ໂດຍມີແຮງຊຸກຍູ້ຫຼັກໆແມ່ນມາຈາກຖານການຜະລິດທີ່ເຂັ້ມແຂງໃນຫຼາກຫຼາຍອຸດສະຫະກຳ, ອີງຈາກ​ບົດ​ລາຍ​ງານ​ຂອງ New World Wealth ແລະ Henley & Partners.​

ຄວາມ​ຮັ່ງມີ​ຂອງ​ຫວຽດນາມ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 125% ​ໃນ​ອີກ 10 ປີ​ຂ້າງ​ໜ້າ, ເຊິ່ງອາດຈະເປັນການເຕີບໂຕທີ່ໄວທີ່ສຸດໃນໂລກ. Andrew Amoils ນັກ​ວິ​ເຄາະ​ຂອງ New World Wealth ​ກ່າວວ່າ ຫວຽດນາມເປັນທີ່ໝາຍຕາຂອງບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ທີ່​ຊອກ​ຫາ​ພື້ນຖານ​ການ​ຜະລິດ​ດ້ານ​ເຕັກ​ໂນ​ໂລ​ຊີ, ລົດ, ​ເອ​ເລັກ​ໂຕຣນິກ, ເຄື່ອງນຸ່ງຫົ່ມ ແລະ ວັດສະດຸຖັກສານແຜ່ນແພຕ່າງໆ, ອີກທັງດ້ານມູນຄ່າ GDP ຕໍ່ຫົວຄົນ ແລະ ຈໍານວນມະຫາເສດຖີໃນປະເທດທີ່ເພີ່ມສູງຂຶ້ນ.

ປັດຈຸ​ບັນ ຫວຽດນາມມີມະຫາ​ເສດຖີເງິນລ້ານໂດລາສະຫະລັດ 19.400 ຄົນ ​ແລະ ມະຫາ​ເສດຖີຮ້ອຍລ້ານໂດລາສະຫະລັດ 58 ລ້ານ​ຄົນ, ເຊິ່ງນີ້ຖືໄດ້ວ່າ​ມີ​ຄວາມ​ໝັ້ນຄົງ​ດ້ານ​ຄວາມ​ຮັ່ງມີ​ກວ່າ​ປະ​ເທດ​ອື່ນໆ​ໃນ​ອາຊີ​ປາຊີ​ຟິກ. ສິ່ງ​ດັ່ງກ່າວຍິ່ງ​ຈະ​ຊຸກຍູ້ຮາກຖານ​ການ​ຜະລິດ​ຢູ່​ຫວຽດນາມເພິ່ມຂຶ້ນ​ຕື່ມ​ອີກ.

ເຖິງວ່າ GDP ຂອງຫວຽດນາມ ໃນປີ 2023 ຈະຊະລໍຕົວລົງ -5,5% ຈາກ 8,02% ໃນປີ 2022 ແຕ່ຖ້າຫາກເຮົາຢ້ອນກັບຄືນໄປ 10 ປີກ່ອນ, ໃນປີ 2012 GDP ຕໍ່ຫົວຂອງຫວຽດນາມມີພຽງແຕ່ 2.190 ໂດລາ, ແຕ່ໃນປີ 2022 ແມ່ນເພີ່ມຂຶ້ນເຖິງ 2 ເທົ່າຢູ່ທີ່ 4,100 ໂດລາ.

ຫວຽດ​ນາມມີ​ຈຸດເດັ່ນທາງ​ດ້ານ​ພູມ​ສາດ ຈາກການມີຊາຍແດນຕິດກັບຈີນ ແລະ ຢູ່ໃກ້ກັບເສັ້ນທາງການຂົນສົ່ງ. ສົ່ງຜົນໃຫ້ຄ່າຈ້າງມີລາຄາຖືກ ສາທາລະນູປະໂພກໃນການສົ່ງອອກ​ຍັງ​ສົ່ງເສີມ​ໃຫ້​ຫວຽດ​ນາມ​ເປັນ “ຈຸດໝາຍປາຍທາງທີ່ດີທີ່ສຸດ” ສໍາລັບການລົງທຶນຕ່າງປະເທດ

ຫວຽດນາມ ກຳລັງ​ກະກຽມ​ຮັບຄື້ນການ​ລົງທຶນ​ຄັ້ງ​ທີ 4, ໂດຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ ອາ​ເມ​ຣິ​ກາ – ຈີນ. ຫຼາຍປະເທດຕ້ອງການຂະຫຍາຍການຜະລິດຢູ່ບ່ອນອື່ນ ​ແລະ ແນມເບິ່ງຫວຽດນາມ​ເປັນ “ຈີນ+1”, ສົ່ງ​ຜົນ​ໃຫ້​ການ​ລົງທຶນ​ຈາກ​ຕ່າງປະ​ເທດ (FDI) ສືບ​ຕໍ່​ເພີ່ມ​ຂຶ້ນ, ໂດຍ FDI ຂອງ​ຫວຽດນາມ​ໃນ​ປີ 2023 ​ເພີ່ມ​ຂຶ້ນ +32%, ​ໄດ້​ສົ່ງ​ຜົນ​ດີ​ຕໍ່​ປະຊາຊົນ​ຫວຽດນາມ.

ການ​ເຕີບ​ໂຕ​ຂອງ​ຫວຽດນາມ ​ເກີດຂຶ້່ນຈາກຄື້ນການລົງທຶນຈາກຕ່າງປະເທດ 3 ລູກໃນ 3 ທົດ​ສະ​ວັດ​ທີ່ຜ່ານ​ມາ, ປັດຈຸ​ບັນ ຫວຽດນາມກຳລັງກ້າວ​ເຂົ້າ​ສູ່​ຄື້ນ​ທີ 4 ຂອງ​ການ​ລົງທຶນຈາກ​ຕ່າງປະ​ເທດ.

​ຢ່າງ​ໃດ​ກໍ​ຕາມ, ຫວຽດນາມ ຍັງ​ມີ​ບັນດາ​ປັດ​ໄຈ​ອື່ນໆທີ່​ຕ້ອງ​ໄດ້​ຮັບ​ການ​ພັດທະນານັ້ນກໍຄື ດ້ານ​ທັກສະຂັ້ນສູງຂອງແຮງງານ ແລະ ການຜະລິດທີ່ຕ້ອງໄດ້ຮັບການພັດທະນາໃຫ້ມີຄວາມກ້າວໜ້າຂຶ້ນກວ່ານີ້, ລວມໄປເຖິງພາວະເສດຖະກິດຖົດຖອຍທີ່ສົ່ງຜົນກະທົບຕໍ່ຄວາມຕ້ອງການ. ​ເຮັດ​ໃຫ້​ຫວຽດນາມ ​ໄດ້​ຮັບ​ຜົນ​ກະທົບ​ຕໍ່​ການ​ຜະລິດ ​ແລະ ສົ່ງ​ອອກ.

ສະຫຼຸບ​ແລ້ວ, ຫວຽດນາມ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ທີ່​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລກ​ໃນອີກ​ 10 ​ປີ​ຂ້າງໜ້າ. ຈາກພື້ນຖານການຜະລິດທີ່ເຂັ້ມແຂງ, ດຶງດູດການລົງທຶນຈາກຕ່າງປະເທດ ແລະ ​ໂຄງ​ສ້າງພື້ນຖານທີ່ສະ​ໜັບ​ສະ​ໜູນ​ ​ແຕ່​ຫວຽດນາມ​ຍັງ​ມີ​ວຽກ​ງານອີກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ໃຫ້ກ້າວໜ້າຕື່ມ​ອີກ.

ທີ່ມາ:

facebook

cnbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/