ນາງງາມມຽນມາ ກັບອະດີດທີ່ເຄີຍຜ່າຕັດກ້ອນເບົ້າເມື່ອອາຍຸ 19 ປີ ແລະມີຮອຍຜ່າຕັດຈົນຮອດປັດຈຸບັນ


ຈົບໄປແລ້ວກັບການປະກວດ Miss Universe 2020 ເຊິ່ງ Thuzar Wint Lwin ນາງງາມຈາກມຽນມາກໍໄດ້ເຂົ້າຮອບໄປເຖິງ 21 ຄົນສຸດທ້າຍ ແລະ ຍັງຊະນະຮອບຊຸດປະຈຳຊາດອີກດ້ວຍ. ເຖິງແມ່ນວ່າຊຸດນີ້ອາດຈະບໍ່ແມ່ນຊຸດທີ່ກຽມມາປະກວດ ເພາະຊຸດທີ່ວາງແຜນຈະໃສ່ນັ້ນໄດ້ເສຍໄປ, ແຕ່ຊຸດນີ້ກໍງາມ, ພິເສດ ແລະ ສຳຄັນກໍແມ່ນ ແວວຕາການສະແດງອອກ ລວມເຖິງຄວາມກ້າສະແດງຈຸດຢືນ ປີນີ້ມຽນມາຈຶ່ງໄດ້ຮາງວັນຊຸດປະຈຳຊາດດີເດັ່ນໄປຄອງ.

May be a closeup of 1 person

ຕອນທີ່  Thuzar Wint Lwin ອາຍຸ 19 ປີ ລາວເຄີຍຜ່າຕັດ ເພາະພົບວ່າເປັນກ້ອນເບົ້າທີ່ເຕົ້ານົມທັງ 2 ຂ້າງ ແລະ ລາວຍັງໄດ້ບອກວ່າ: “ເລື່ອງນີ້ເປັນເລື່ອງທີ່ເສົ້າໃຈທີ່ສຸດ ເພາະກ້ອນເບົ້າທີ່ໃຫຍ່ຂຶ້ນ ແລະ ກຳລັງຈະກາຍເປັນມະເຮັງ ຖ້າບໍ່ຜ່າຕັດກໍອາດຈະເຖິງຂັ້ນເສຍຊີວິດໄດ້”

ໃນເມື່ອລາວຮູ້ດັ່ງນັ້ນ, ລາວຈຶ່ງໄດ້ຕັດສິນໃຈຜ່າຕັດກ້ອນເບົ້າອອກໄປໃນທັນທີ ແຕ່ກໍມີຜົນກະທົບຕາມມາເປັນຕົ້ນ ເຮັດໃຫ້ລາວມີຮອຍບາດທັງ 2 ຂ້າງ ເຊິ່ງໃຫຍ່ພໍສົມຄວນ ພ້ອມເປັນຮອຍດຳ ເຮັດໃຫ້ລາວບໍ່ມີຄວາມໝັ້ນໃຈ ແລະ ຜິດຫວັງໃນຮູບຮ່າງຂອງຕົນເອງ. ລາວເຮັດທຸກວິທີທາງທີ່ຈະໃຫ້ຮອຍບາດນັ້ນຫາຍອອກໄປ ຫຼື ເບົາບາງລົງ ເປັນຕົ້ນແມ່ນເລເຊີ ແລະ ທາຢາ ແຕ່ກໍບໍ່ເຊົາ.

ຈາກນັ້ນ ລາວຈຶ່ງຕັ້ງຄຳຖາມກັບຕົນເອງວ່າ: ເປັນຫຍັງຕ້ອງລຶບຮອຍນີ້ອອກໄປ ໃນເມື່ອຕົນເອງກໍຍັງເປັນຕົນເອງ ແລະ ໃນທີ່ສຸດລາວກໍຄົ້ນພົບໄດ້ວ່າ ບໍ່ມີຫຍັງປ່ຽນແປງທາງໃນ ແລະ ຄຸນຄ່າໃນຕົວລາວ.

ປັດຈຸບັນ ຮອຍບາດ ກໍຍັງຄົງເປັນຮອຍຄືເກົ່າ ແລະ ເປັນສິ່ງທີ່ເຕືອນໃຈລາວສະເໝີ, ນອກຈາກນັ້ນ Thuzar Wint Lwin ກໍໄດ້ເຮັດໂຄງການທີ່ສົ່ງເສີມໃຫ້ແມ່ຍິງທຸກຄົນ ຄຳນຶງເຖິງ ແລະ ເບິ່ງແຍງຕົນເອງ ໃນເລື່ອງມະເຮັງເຕົ້ານົມ.

ສຸດທ້າຍ ລາວຢາກບອກກັບຜູ້ຍິງທຸກຄົນທີ່ເປັນໂຣກນີ້ວ່າ: “ຈົ່ງຢ່າໄດ້ອາຍໃນຮອຍບາດທີ່ເຈົ້າມີ” ແລະ “ເຈົ້າຕ້ອງລອດຈາກໂຣກນີ້ຢ່າງໜ້າພູມໃຈ”.

ຂໍ້ມູນຈາກ: https://bit.ly/3tT9hvQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/