ຊາວໂລກທວງຄວາມເປັນທຳ ໃຫ້ຊາຍ LGBT ທີ່ຖືກສັງຫານ ຄາດວ່າເປັນຄົນໃນຄອບຄົວທີ່ສັງຫານ ເພາະບໍ່ພໍໃຈເມື່ອຮູ້ວ່າລາວເປັນຊາຍຮັກຊາຍ


ໃນຍຸກໂລກາພິວັດ ປີ 2021 ນີ້ ຫຼາຍປະເທດຫຼາຍຂົງເຂດໃນໂລກມີຄວາມເປີດກວ້າງທາງດ້ານຄວາມຫຼາກຫຼາຍເພີ່ມຂຶ້ນ ບໍ່ວ່າຈະເປັນຄ່ານິຍົມຕ່າງໆ, ດ້ານວັດທະນະທຳ ແມ່ນແຕ່ເລື່ອງ LGBTQ+ ຄວາມຫຼາກຫຼາຍທາງເພດເອງກໍເຊັ່ນກັນ, ແຕ່ກໍມີບາງປະເທດທີ່ຍັງບໍ່ທັນເປີດກວ້າງຍອມຮັບ LGBT ເທື່ອ ເຮັດໃຫ້ຄົນທີ່ເປັນເພດທາງເລືອກຍັງບໍ່ມີສິດ ຫຼື ມີອິດສະຫຼະພາບໃນການສະແດງຄວາມເປັນຕົນເອງອອກມາເທື່ອ, ນອກຈາກນີ້ ບາງຂົງເຂດກໍຍັງເປັນອັນຕະລາຍຕໍ່ບຸກຄົນທີ່ເປັນເພດທາງເລືອກອີກດ້ວຍ.

ເຊັ່ນດຽວກັບກໍລະນີຂອງ ອາລີ ຟາເຊລີ ມອນຟາເຣດ ຊາຍອາຍຸ 20 ປີຊາວອີຣານ ຫຼື ຊື່ທາງໂຊຊຽວມີເດຍແມ່ນ “ອາລີເຣຊາ” (Alireza) ທີ່ຖືກພົບວ່າເສຍຊີວິດ, ເຊິ່ງຄາດວ່າເປັນຄົນໃນຄອບຄົວຂອງລາວເອງທີ່ລົງມື ເມື່ອຮັບຮູ້ວ່າລາວເປັນເພດທາງເລືອກ ແລະ ມີແຟນເປັນເພດດຽວກັນແລ້ວຮັບບໍ່ໄດ້.

ທາງດ້ານແຟນຂອງ ອາລີ ຟາເຊລີ ໄດ້ໃຫ້ສຳພາດກັບ BBC ວ່າແຟນຂອງຕົນອາດຈະຖືກສັງຫານຈາກຍາດພີ່ນ້ອງຜູ້ຊາຍຂອງລາວເອງ,​ ຂ່າວລະບຸວ່າ ຄັ້ງສຸດທ້າຍທີ່ມີຄົນຕິດຕໍ່ ອາລີ ຟາເຊລີ ໄດ້ແມ່ນວັນທີ 4 ພຶດສະພາຕອນລົມໂທລະສັບກັບແມ່, ຫຼັງຈາກນັ້ນກໍບໍ່ສາມາດຕິດຕໍ່ໄດ້ອີກ ຈົນສຸດທ້າຍພົບເປັນສົບທີ່ຖືກຖິ້ມໄວ້ໃກ້ກັບຕົ້ນປາມ 1 ມື້ຫຼັງຈາກແມ່ຂອງລາວເອງໄດ້ຮັບແຈ້ງວ່າລາວເສຍຊີວິດ ພ້ອມກັບລະບຸຕຳແໜ່ງຫາສົບໃຫ້ເຈົ້າໜ້າທີ່.

ແຟນໜຸ່ມຂອງຜູ້ຕາຍບອກວ່າ ກ່ອນຈະສົງໄສພີ່ນ້ອງຂອງ ອາລີ ຟາເຊລີ ຍ້ອນລາວບອກວ່າຈະກັບໄປບ້ານເກີດເພື່ອຢ້ຽມຢາມແມ່ ແລະ ໄປເອົາບັດຍົກເວັ້ນເກນທະຫານ ລວມທັງຂາຍໂທລະສັບມືຖື ເພາະວ່າ ອາລີ ຟາເຊລີ ແລະ ຕົນເອງມີແຜນຈະເດີນທາງໄປອາໄສໃນຢູໂຣບດ້ວຍການຍື່ນເລື່ອງຂໍລີ້ໄພ ເພື່ອຫວັງທີ່ຈະມີສິດເສລີພາບໃນການເປັນຕົນເອງກວ່ານີ້ ແລະ ເຮັດຕາມຄວາມຝັນຢາກຈະເປັນຄົນທີ່ມີຊື່ສຽງໃນມື້ໃດມື້ໜຶ່ງ ເນື່ອງຈາກອາລີ ຟາເຊລີ ເປັນຄົນທີ່ຮັກໃນແຟຊັນ ແລະ ຄວາມບັນເທີງ.

ໃນຫຼາຍເດືອນກ່ອນ ອາລີ ຟາເຊລີ ມອນຟາເຣດ ໄດ້ອອກມາເວົ້າເຖິງຄວາມຍາກລຳບາກໃນການເປັນເພດທາງເລືອກໃນອີຣານທີ່ຕົນເອງໄດ້ພົບພໍ້ ແລະ ການຖືກຂູ່ຂ້າຈາກຄົນໃນຄອບຄົວທີ່ບໍ່ຍອມຮັບຕົນເອງຫຼາຍຄັ້ງ ລາວຕ້ອງແບກຮັບຄວາມກົດດັນທັງໃນຄອບຄົວ ແລະ ໂຊຊຽວມີເດຍ.

ຂ່າວການຕາຍຂອງ ອາລີ ຟາເຊລີ ມອນຟາເຣດ ໄດ້ຖືກເຜີຍແຜ່ໂດຍກຸ່ມ 6Rang ເຊິ່ງເປັນເຄືອຂ່າຍເພື່ອສິດຂອງເລສບຽນ ແລະ ບຸກຄົນຂ້າມເພດໃນອີຣານ. ຫຼັງຈາກຂ່າວໄດ້ເປີດເຜີຍອອກໄປກໍສ້າງຄວາມບັ່ນທອນຈິດໃຈໃຫ້ແກ່ຊາວໂລກຈຳນວນຫຼາຍ ແລະ ພວກເຂົາກໍຮູ້ວ່ານີ້ມັນບໍ່ຍຸດຕິທຳກັບ ອາລີ ຟາເຊລີ ເລີຍ ກາຍເປັນກະແສຄວາມບໍ່ພໍໃຈ ແລະ ເກີດສຽງປະນາມຈາກທົ່ວໂລກ, ເກີດແຮັສແທັກ #علیرضا_فاضلی_منفرد ຂຶ້ນ ລວມທັງໄດ້ເຜີຍໃຫ້ເຫັນເຖິງຄວາມອັນຕະລາຍທີ່ບຸກຄົນເພດທາງເລືອກໃນປະເທດອີຣານຕ້ອງໄດ້ພົບ. ໃນປະເທດອີຣານ ການມີຄວາມສຳພັນແບບຮັກເພດດຽວກັນຖືວ່າເປັນເລື່ອງຜິດກົດໝາຍ ແລະ ອາດຈະໄດ້ຮັບໂທດສູງເຖິງຂັ້ນປະຫານຊີວິດ.

ສະຖາບັນຄອບຄົວ ຄວນຈະເປັນບ່ອນທຳອິດທີ່ຍອມຮັບຕົວຕົນຂອງຄົນໃນຄອບຄົວຕົນເອງ ແຕ່ ອາລີ ຟາເຊລີ ມອນຟາເຣດ ເປັນຜູ້ໂຊກຮ້າຍທີ່ບໍ່ໄດ້ເປັນເຊັ່ນນັ້ນ ຈຶ່ງເກີດເຫດການ “Honor Killing” ຫຼື ການຂ້າເພື່ອກຽດຕິຍົດ (ຄົນໃນຄອບຄົວທີ່ສັງຫານກັນຍ້ອນຄິດວ່າຄົນຜູ້ນັ້ນນຳຄວາມເສື່ອມເສຍກຽດສັກສີວົງຕະກູນມາສູ່ຄອບຄົວ). ໃນເວລາຕໍ່ມາກໍມີຄົນດັງລະດັບໂລກຫຼາຍຄົນອອກມາສະແດງຄຳເຫັນ ແລະ ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ເຊັ່ນ: ສີລະປິນຊາວອາເມຣິກາ ເດມີ ໂລວາໂຕ ແລະ Jackie Cox ທີ່ມີເຊື້ອສາຍອີຣານກໍໄດ້ອອກມາສະແດງຄວາມເສຍໃຈຕໍ່ເຫດການນີ້ເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:
https://www.bbc.com/thai/international-57115564
https://bit.ly/2Rolzz4
https://bit.ly/2QnWAv9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/