ນັກຮ້ອງຊື່ດັງ Ariana Grande ແຕ່ງງານແລ້ວ ກັບໜຸ່ມນັກທຸລະກິດ Dalton Gomez


ສື່ຕ່າງໆໄດ້ລາຍງານໃຫ້ຮູ້ວ່າ ໃນທ້າຍອາທິດທີ່ຜ່ານມານີ້ Ariana Grande ໄດ້ເຂົ້າພິທີແຕ່ງງານກັບແຟນ Dalton Gomez ທີ່ໄດ້ຄົບຫາກັນມາດົນເປັນປີ ຕັ້ງແຕ່ຕົ້ນປີ 2020.

ທັງສອງໄດ້ຕັດສິນໃຈຈັດພິທີແຕ່ງງານແບບສະບາຍໆ ງານນ້ອຍແຕ່ພິເສດ ໃນບໍລິເວນເຮືອນພັກສ່ວນຕົວຂອງພວກເຂົາໃນລັດແຄລິຟໍເນຍ ໂດຍບໍ່ໄດ້ຈັດໃຫ້ເປັນງານໃຫຍ່ແຕ່ຢ່າງໃດ.

ໃນງານແຕ່ງນ້ອຍໆ ແຂກທີ່ເຂົ້າຮ່ວນລ້ວນແຕ່ເປັນຄົນກັນເອງທັງນັ້ນ ບໍ່ຮອດ 20 ຄົນ, ໃນຫ້ອງແມ່ນເຕັມໄປດ້ວຍຄວາມຮັກ ແລະ ຄວາມສຸກ ເຊິ່ງທັງສອງ ແລະ ຄອບຄົວກໍມອບຄວາມອົບອຸ່ນໃຫ້ກັນ.

Ariana Grande ແລະ Dalton Gomez ມັກເມືອງ Montecito ທັງສອງໄດ້ອາໄສຢູ່ນີ້ ມາຢູ່ນຳກັນຕະຫຼອດ ແລ້ວຈຶ່ງໄດ້ຕັດສິນໃຈຈັດງານແຕ່ງຂຶ້ນໃນເຮືອນເລີຍ. Dalton Gomez ເປັນນັກທຸລະກິດດ້ານອະສັງຫາລິມະຊັບ ເຊິ່ງເຮັດທຸລະກິດໃນ ແຄລິຟໍເນຍ ມາຫຼາຍປີແລ້ວ ແລະ ໃນຕົ້ນປີ 2020 ກໍມີຂ່າວວ່າຄົບຫາກັບ Ariana Grande.

ຂອບໃຈຂໍ້ມູນຈາກ:
https://bit.ly/2SOdtjt
https://bit.ly/3eRXmdj

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/